HomeມູມໄອທີລາວNokia ຈັບມື China Mobile ພັດທະນາເທກໂນໂລຍີ 5G

Nokia ຈັບມື China Mobile ພັດທະນາເທກໂນໂລຍີ 5G

Published on

nokia-ltt-docomo-5g-tokyo-olympics-mwc

Nokia ແລະ China Mobile ຄ້າຍ​ມື​ຖື​ຍັກ​ໃຫຍ່​ໃນ​ຈີນ​ໄດ້​ຕົກລົງ​ເປັນ​ພັນ​ທະ​ມິດ​ຮ່ວມ​ກັນ​ໃນ​ການ​ດຳ​ເນີນ​ໂປ​ຣເຈັກ​ພັດທະນາ​ເທກ​ໂນ​ໂລ​ຍີ​ເຄືອ​ຂ່າຍ 5G ຄາດ​ຈະ​ເລີ່ມ​ທົດສອບ​ໃຊ້​ງານ​ແທ້​ໃນ​ປີ 2018

ເປັນ​ອີກ​ໜຶ່ງ​ຄວາມ​ຄືບ​ໜ້າ​ຂອງ​ການ​ຍ່າງ​ໜ້າ​ພັດທະນາ​ໂຄງ​ຂ່າຍ​ຄວາມ​ໄວ​ອິນ​ເຕີ​ເນັດ 5G ຊຶ່ງ​ບໍລິສັດ​ໄອ​ທີ​ຫລາຍ​ແບຣນ​ນັ້ນ​ກໍ​ກຳ​ລັງ​ຊຸກຍູ້​ໃນ​ການເຮັດ​ວິ​ໄຈ​ເທກ​ໂນ​ໂລ​ຍີ​ດັ່ງ​ກ່າວ ບໍ່​ວ່າ​ຈະ​ເປັນ Ericsson, Nokia ແລະ Huawei ຮ່ວມ​ກັບ​ບັນດາ​ຜູ້​ໃຫ້​ບໍລິການ​ເຄືອ​ຂ່າຍ​ໃນ​ປະເທດ​ຕ່າງໆ ຊຶ່ງ Nokia ເອງ​ຫລ້າ​ສຸດ​ກໍ​ຈັບ​ມື​ກັບ​ທາງ China Mobile ໜຶ່ງ​ໃນ​ຜູ້​ໃຫ້​ບໍລິການ​ເຄືອ​ຂ່າຍ​ມື​ຖື​ທີ່​ໃຫຍ່​ທີ່ສຸດ​ໃນ​ໂລກ​ໃນ​ການ​ພັດທະນາ​ເທກ​ໂນ​ໂລ​ຍີ​ດັ່ງ​ກ່າວ​ແລ້ວ

ສຳລັບ Nokia ນັ້ນ​ມີ​ຮາກ​ຖານ​ທີ່​ແຂງ​ແກ່ງ​ໃນ​ເລື່ອງ​ການ​ພັດທະນາ​ລະບົບ​ໂຄງ​ຂ່າຍ ຫລັງ​ຈາກ​ຫາກໍ່​ລວມ​ກັບ Alcatel-Lucent ແລະ ​ພວກເຂົາ​ຍັງ​ຈັບ​ມື​ກັບ​ຜູ້​ໃຫ້​ບໍລິການ​ເຄືອ​ຂ່າຍ​ອື່ນໆ ຢ່າງ NTT DoCoMo ຂອງ​ຍີ່​ປຸ່ນ, SK Telecom ຈາກ​ເກົາ​ຫລີ​ໃຕ້​ແລະ Deutsche Telekom ຈາກ​ເຍລະມັນ​ໃນ​ການ​ພັດທະນາ​ເທກ​ໂນ​ໂລ​ຍີ 5G ເຊັ່ນ​ກັນ ໂດຍ​ຄາດ​ວ່າ​ຢ່າງ​ໄວ​ທີ່ສຸດ​ໜ້າ​ຈະ​ມີ​ການ​ທົດສອບ​ການ​ໃຊ້​ງານ​ແທ້​ໃນ​ກີລາ​ໂອ​ລິມ​ປິກ​ລະດູ​ໜາວ​ທີ່​ເກົາ​ຫລີ​ໃຕ້​ໃນ​ປີ 2018

 

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...