spot_img
HomeມູມໄອທີລາວMicrosoft ໃຊ້ໄມ້ຕາຍບັງຄັບຜູ້ໃຊ້ PC ທຸກລາຍອັບເກຣດ Windows 10 ອັດຕະໂນມັດ

Microsoft ໃຊ້ໄມ້ຕາຍບັງຄັບຜູ້ໃຊ້ PC ທຸກລາຍອັບເກຣດ Windows 10 ອັດຕະໂນມັດ

Published on

Windows_Product_Family_9-30-Event-741x416

ກ່ອນ​ໜ້າ​ນີ້​ທາງ Microsoft ໄດ້​ພະຍາຍາມ​ໃຫ້​ຜູ້​ໃຊ້ Window 7 ແລະ 8 ຫັນ​ມາ​ໃຊ້ Windows 10 ດ້ວຍ​ການ​ອະນຸຍາດ​ໃຫ້​ມີ​ຕົວ​ເລືອກ​ໃນ​ການ​ອັບ​ເດດ ແຕ່​ຫລ້າ​ສຸດ​ທາງ Microsoft ກໍ​ໄດ້​ປະ​ກາດ​ແລ້ວ​ວ່າ​ຈະ​ປ່ຽນ​ມາ​ເປັນ​ບັງຄັບ​ໃຫ້​ຜູ້​ໃຊ້ Windows ທຸກ​ຄົວ​ເຮືອນ​ຕ້ອງ​ອັບ​ເກຣດ​ເປັນ Windows 10

ທັງ​ນີ້ ການ​ອັບ​ເກດ Windows 10 ນັ້ນ​ຈະ​ປ່ຽນ​ຈາກ​ຕົວ​ເລືອກ​ແບບ Optional ມາ​ເປັນ Recommended update ນັ້ນ​ໝາຍ​ຄວາມ​ວ່າ​ເຄື່ອງ PC ຂອງ​ຜູ້​ໃຊ້ Windows ຈະ​ຖືກ​ອັບ​ເກຣດ​ອັດ​ຕະໂນ​ມັດນັ້ນ​ເອງ ແຕ່​ຂະນະ​ດຽວ​ກັນ​ກໍ​ມີ​ຕົວ​ເລືອກ​ໃຫ້​ຜູ້​ໃຊ້​ສາມາດ​ທຳການ​ດາວ​ເກຣດ​ໄດ້​ຫາກ​ໃຊ້​ແລ້ວ​ບໍ່​ມັກ​ໃຈ

ຂະນະ​ທີ່​ຜູ້​ໃຊ້ Windows 10 ເຖື່ອນ​ນັ້ນ​ທາງ Microsoft ກໍ​ກຽມ​ຈະ​ອອກ​ຕົວ​ຄຳ​ສັ່ງ​ອັບ​ເກຣດ Windows 10 ແບບ​ຂອງແທ້​​ທີ່​ອອກ​ແບບ​ມາ​ສຳລັບ​ຜູ້​ໃຊ້​ຂອງ​ເຖື່ອນ​ໂດຍ​ສະເພາະ ຊຶ່ງ​ຖ້າຫາກ​ຜູ້​ໃຊ້​ກົດ​ປຸ່ມ activate ທຳການ​ອັບ​ເກຣດ​ພຽງ​ເທື່ອ​ດຽວ​ກໍ​ຈະ​ມີ​ການ​ສົ່ງ​ການ​ແຈ້ງ​ເຕືອນ​ໄປ​ຍັງ Windows Store ທັນ​ທີ ໂດຍ​ປຸ່ມ​​ດັ່ງ​ກ່າວ​ຈະ​ເລີ່ມ​ທົດລອງ​ໃຊ້​ໃນ​ສະ​ຫະລັດ​ອາເມາຣິ​ກາ​ກ່ອນ​ເປັນ​ປະເທດ​ທຳອິດ

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...