Homeມູມໄອທີລາວໃກ້ຍຸກ Star Trek ນັກວິທະຍາສາດສ້າງ ບີມລາກດຶງວັດຖຸສຳເລັດ

ໃກ້ຍຸກ Star Trek ນັກວິທະຍາສາດສ້າງ ບີມລາກດຶງວັດຖຸສຳເລັດ

Published on

Capture

ໃຜ​ທີ່​ເຄີຍ​ເບິ່ງ​ໜັງ​ອາວະ​ກາດ​ຢ່າງ Star Trek ໜ້າຈະ​ເຄີຍ​ເຫັນ Tractor Beam ຫລື​ລຳ​ແສງ​ທີ່​ໃຊ້​ລາກ​ດຶງ​ວັດ​ຖຸ ເຊັ່ນ​ເວລາ​ທີ່​ຕ້ອງ​ກາ​ນຍົກລົດ​ຂຶ້ນ​ຈາກ​ພື້ນ ຫລື​ ຍູ້ອຸກ​ກາ​ບາດ​ໃຫ້​ອອກ​ຫ່າງ​ຈາກ​ຍານ ຕອນ​ນີ້​ນັກ​ວິທະຍາ​ສາດ​ອັງ​ກິດ​ໄດ້​ເຮັດ​ຕົ້ນ​ແບບ Tractor Beam ສຳ​ເລັດ​ແລ້ວ​ດ້ວຍ​ຄື້ນ​ສຽງ

https://youtu.be/s5r2nmvxA4s

ນັກ​ວິທະຍາ​ສາດ​ຈາກ​ມະຫາ​ວິທະຍາ​ໄລ Bristol ແລະ Sussex ໄດ້​ພັດທະນາ​ບີມ​ລາກ​ດຶງ​ວັດ​ຖຸ​ດ້ວຍ​ສຽງ​ຈົນ​ໃຊ້​ງານ​ແທ້​ໄດ້​ເປັນ​ເທື່ອ​ທຳອິດ​ໃນ​ໂລກ ໂດຍ​ອາໄສ​ລຳ​ໂພງ​ຂະໜາດ​ນ້ອຍ 64 ຕົວ​ທີ່​ສ້າງ​ຄື້ນ​ສຽງ​ແບບ Ultrasonic ກຳ​ລັງ​ສູງ ຊຶ່ງ​ເມື່ອ​ລຳ​ໂພງ​ທັງ 64 ຕົວ​ຫັນ​ໃນ​ມຸມ​ທີ່​ເໝາະ​ສົມ​ກັນ​ຈະ​ເກີດ​ເປັນ acoustic hologram ຫລື​ສະ​ໜາມ​ພະລັງ​ສຽງ​ທີ່​ໜີບ​ວັດ​ຖຸ​ໃຫ້​ລອຍ​ໄປ​ມາ​ຕາມ​ທິດ​ທາງ​ທີ່​ຕ້ອງ​ການ​ໄດ້

ຕົວ​ຕົ້ນ​ແບບ​ຂອງ Tractor Beam ນີ້​ສາ​ມາດຍົກວັດ​ຖຸ​ຂະໜາດ​ເທົ່າ​ເມັດ​ຖົ່ວ​ໃຫ້​ລອຍໄປ​ມາ​ເທິງ​ແຜງ​ລຳ​ໂພງ ໂດຍ​ສາມາດ​ຄວບ​ຄຸມ​ວັດ​ຖຸ​ຈາກ​ໄລ​ຍະ 30 – 40 ຊົ່ວໂມງໄດ້ໂດຍ​ທີມ​ພັດທະນາ​ຫວັງ​ວ່າ​ຈະ​ສາມາດ​ພັດທະນາ​ຈົນ​ສາມາດ​ໃຊ້​ງານ​ໄດ້​ແທ້ ຊຶ່ງ​ຈະ​ມີ​ປະໂຫຍດ​ຢ່າງ​ຫລາຍ​ໃນ​ການ​ພັດທະນາ​ເທກ​ໂນ​ໂລ​ຍີ​ທາງ​ການ​ແພດ ຫລື​ລະບົບ​ຂົນ​ຍ້າຍ​ວັດ​ຖຸ​ອັນຕະລາຍ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...