spot_img
Homeຂ່າວເຫດການສປປ ລາວ ເຂົ້າຮ່ວມກອງປະຊຸມ ລະດັບລັດຖະມົນຕີ ໂອອີຊີດີ

ສປປ ລາວ ເຂົ້າຮ່ວມກອງປະຊຸມ ລະດັບລັດຖະມົນຕີ ໂອອີຊີດີ

Published on

lao in meeting

ຄະນະຜູ້ແທນຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ນໍາໂດຍທ່ານ ຫຸມພັນ ອິນທະຣາດ ລັດຖະມົນຕີຊ່ວຍວ່າການກະຊວງ​ດັ່ງກ່າວ ໄດ້ເຂົ້າຮ່ວມກອງປະຊຸມລະດັບລັດຖະມົນຕີ ໂອອີຊີດີ (ອົງການພັດທະນາ ແລະ ສົ່ງເສີມການຮ່ວມມືທາງດ້ານເສດຖະກິດ) ​ເຊິ່ງຈັດຂຶ້ນ ໂດຍການເປັນເຈົ້າພາບຂອງກະຊວງວິທະຍາສາດ, ໄອຊີທີ ແລະ ການວາງແຜນການໃນອະນາຄົດ, ສະຖາບັນນະໂຍບາຍທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ແລະ ໂອອີຊີດີ ສ.​ເກົາຫລີ ລະຫວ່າງວັນທີ 19-21 ຕຸລາ 2015 ທີ່ເມືອງເດຈອງ ​ແລະ ກອງປະຊຸມຄະນະກໍາມະການຮ່ວມ ຄັ້ງທີ 2 ລະຫວ່າງອາຊຽນ-ເກົາຫຼີ ດ້ານວິທະຍາສາດ ແລະ ເຕັກໂນໂລຊີ ແລະ ກອງປະຊຸມອາຊຽນ+3 ລະດັບລັດຖະມົນຕີ ດ້ານວິທະຍາສາດ ແລະ ເຕັກໂນໂລຊີ.

ກອງປະຊຸມຄັ້ງນີ້ແມ່ນເປັນເວທີຂອງການປຶກສາຫາລື ກ່ຽວກັບບົດບາດຂອງວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ​ເຊິ່ງຈະເປັນຕົວຂັບເຄື່ອນທີ່ສໍາຄັນ ໃຫ້ແກ່ການຂະຫຍາຍຕົວແບບຍືນ​ຍົງ ແລະ ສ້າງຄວາມຜາສຸກ ຢູ່ໃນສະພາບເງື່ອນ​ໄຂຂອງເສດຖະກິດ ທີ່ບໍ່ມີຄວາມແນ່ນອນ. ພ້ອມກັນນັ້ນ, ຍັງຈະໄດ້ປຶກສາຫາລືກ່ຽວກັບການນໍາໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອແກ້ໄຂບັນຫາສໍາຄັນຂອງໂລກ ລວມທັງບັນຫາການປ່ຽນແປງອາກາດ, ​ຄວາມທຸກຍາກ ແລະ ສິ່ງທ້າທາຍທາງດ້ານສັງຄົມ.

ພ້ອມດຽວກັນນັ້ນ ຍັງມີການຈັດງານວາງສະແດງ ​ເຊິ່ງມີຜູ້ເຂົ້າຮ່ວມປະມານ 3.000 ກວ່າຄົນ ຈາກ 57​ ປະເທດ ແລະ 12 ອົງການຈັດຕັ້ງສາກົນ ແລະ ຍັງມີການຈັດກອງປະຊຸມວິຊາການ ​ເພື່ອຖອດຖອນບົດຮຽນ ແລະ ປະສົບການອັນມີຄ່າໃຫ້ແກ່ຜູ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ເຊັ່ນ: ທ່ານ ໂນໂຍຣິ ຣິວຈິ ຜູ້ໄດ້ຮັບລາງວັນໂນແບນທາງດ້ານເຄມີ ໃນປີ 2001, ທ່ານ ຊີຮາໂນເວິ ສາສະດາຈານທາງດ້ານມະເຮັງ ຂອງສູນຄົ້ນຊີວະວິທະຍາທາງເສັ້ນເລືອດ, ທ່ານ ເຈເຣມີ ຣິຟກີນ ຜູ້ກໍ່ຕັ້ງກອງທຶນກ່ຽວກັບທ່າອຽງທາງດ້ານເສດຖະກິດ.

ໃນກອງປະຊຸມລະດັບລັດຖະມົນຕີອາຊຽນ+3, ທ່ານລັດຖະມົນຕີຊ່ວຍວ່າການ ​ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ມີ​ຄຳ​ເຫັນ​ຕໍ່​ກອງປະຊຸມ ​ແລະ ​ໄດ້​ເນັ້ນເຖິງຄວາມສໍາຄັນຂອງການຮ່ວມມືລະຫວ່າງພາກລັດ, ມະຫາວິທະຍາໄລ ແລະ ຂະແໜງການເອກະຊົນ ໃນການແກ້ໄຂບັນຫາລວມ ​ແລະ ໄດ້ຊັກຊວນໃຫ້ ຜູ້ຕາງໜ້າບັນດາປະເທດສະມາຊິກອາຊຽນ ໄດ້ໃຫ້ການສະໜັບສະໜູນໃນການຮັບຮອງ ເອົາຮ່າງແຜນປະຕິບັດງານອາຊຽນ ແຕ່ປີ 2016-2025 ​ເຊິ່ງຈະໄດ້ມີການພິຈາລະນາ ຢູ່ກອງປະຊຸມລະດັບຖະມົນຕີອາຊຽນ ຄັ້ງທີ 16 ​ເຊິ່ງຈະຈັດຂຶ້ນໃນວັນທີ 6 ພະຈິກ 2015 ຢູ່ນະຄອນຫຼວງວຽງຈັນ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...