Homeຂ່າວທ້ອງຖິ່ນຈຳປາສັກອາດຈະມີໂຮງງານແປຮູບ ໝາກມ່ວງຫິມະພານແຫ່ງທຳອິດໃນລາວ

ຈຳປາສັກອາດຈະມີໂຮງງານແປຮູບ ໝາກມ່ວງຫິມະພານແຫ່ງທຳອິດໃນລາວ

Published on

12189573_1639664802950113_5025721318169482023_n
ໃນວັນທີ 14 ຕຸລາ 2015 ທ່ານຊູຊອຍ ປະທານບໍລິສັດ ຈຟາມ ຂອງປະເທດ ສ.ເກົາຫຼີ ພ້ອມຄະນະໄດ້ເຂົ້າຢ້ຽມຢາມຂ່ຳນັບທ່ານບົວລິນ ວົງພະຈັນ ຮອງເຈົ້າແຂວງຈຳປາສັກ ໂດຍໄດ້ແຈ້ງຄວາມຄືບໜ້າໃນການສຶກສາສຳຫຼວດເບື້ອງຕົ້ນ ການກໍ່ສ້າງໂຮງງານແປຮູບໝາກມ່ວງຫິມະພານແຫ່ງທຳອິດຢູ່ເມືອງໂຂງ ແຂວງຈຳປາສັກ.
ທ່ານ ວຽງໄຊ ສີປະພອນ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຈຳປາສັກລາຍງານວ່າ:ບໍລິສັດຈີຟາມ ສ ເກົາຫຼີ ມີຄວາມສົນໃຈເປັນຢ່າງສູງທີ່ຈະມາສ້າງຕັ້ງໂຮງງານແປຮູບໝາກມ່ວງຫິມະ ພານ ທີ່ເມືອງໂຂງ ເພື່ອເຮັດໃຫ້ເມືອງດັ່ງກ່າວກາຍເປັນຖານການຜະລິດ ແລະ ມີອຸດສາຫະກຳການປຸງແຕ່ງຂະໜາດໃຫຍ່,ປິ່ນອ້ອມເອົາຂົງເຂດສາມຫຼ່ຽມພັດທະນາເສດຖະກິດລາວ-ກຳປູເຈຍ-ຫວຽດນາມ.ສ້າງມູນຄ່າເພີ່ມແກ່ຜົນຜະລິດຂອງປະຊາຊົນ,ເຊິ່ງປັດຈຸບັນບໍລິສັດ ຈີຟາມ ໄດ້ເຊັນບົດບັນທຶນການຮ່ວມມືກັບໂຄງການສົ່ງເສີມການຜະລິດສິນຄ້າກະສິກຳ ແລະ ປ່າໄມ້ແບບຍືນຍົງ(ສສຄກປ) ເພື່ອກ້າວໄປເຖິງການສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງໂຮງງານແປຮູບໝາກມ່ວງຫິມະພານ.
ທ່ານ ດຣ ຄີຮີຣິວ ຫົວໜ້າຄະນະທີມງານສຶກສາການລົງທຶນ ສ້າງຕັ້ງໂຮງງານແປຮູບໝາກມ່ວງ ຫິມະພານໃຫ້ຮູ້ວ່າ:ການສຶກສາສຳຫຼວດການກໍ່ສ້າງໂຮງງານຄາດວ່າຈະສຳເລັດໃນທ້າຍປີ 2015 ແລະ ເລີ່ມ ລົງມືກໍ່ສ້າງໂຮງງານແປຮູບໃນເດືອນມີນາ 2016 .ໃນນັ້ນເຮົາຈະບໍ່ເຮັດພຽງແຕ່ແປຮູບດ້ວຍການອົບແຫ້ງແລ້ວສົ່ງອອກເທົ່ານັ້ນ ແຕ່ຈະເນັ້ນກ່ຽວກັບຄຸນນະພາບເປັນຫຼັກ ດ້ວຍການນຳເອົາໝາກມ່ວງຫິມະພານມາອົບນ້ຳເຜິ້ງໃຫ້ມີລົດຊາດດີຂຶ້ນໄປອີກ ເພື່ອໄປບໍລິການໃນລະດັບສາຍການບິນສາກົນ,ໃຫ້ເຂົາເຈົ້າຮູ້ຈັກວ່ານີ້ແມ່ນຜະລິດຕະພັນທີ່ເປັນຂອງຄົນລາວ.ເຊິ່ງຕະຫຼາດສຳຄັນແມ່ນ ປະເທດ ສ.ເກົາຫຼີ,ຈີນ,ຫວຽດນາມ ແລະສະຫະລັດອາເມລິກາ.ປັດຈຸບັນພວກເຮົາມີສວນພໍ່ແມ່ພັນແລ້ວ 10 ເຮັກຕາ ,ໄດ້ຂະຫຍາຍ ແລະ ສົ່ງເສີມການປູກແລ້ວ 250 ເຮັກຕາ.ໃນອະນາຄົດທາງບໍລິສັດມີແຜນຈະຫຍາຍການປູກໃຫ້ໄດ້ 10 -15 ພັນເຮັກຕາ.ໂດຍປະຊາຊົນຈະເປັນແຮງງານ ແລະ ເນື້ອທີ່ດິນ,ສ່ວນບໍລິສັດຈະຊ່ວຍດ້ານເເຕັກໂນໂລຊີ ແລະ ເຕັກນິກທີ່ທັນສະໄໝແກ່ປະຊາຊົນ. ພາຍຫຼັງໄດ້ມີການປູກຢ່າງທົ່ວເຖິງ ແມ່ນໄດ້ວາງແຜນຍຸດທະສາດໄວ້ດ້ວຍການສ້າງຕັ້ງເປັນສະຫະກອນຜູ້ປູກ ແລະ ຜະລິດໝາກມ່ວງຫິມະພານ ທັງນີ້ກໍ່ເພື່ອຍົກສູງລາຄາຜົນຜະລິດຂອງປະຊາຊົນ.
ຫຼັງຈາກນັ້ນ ທ່ານ ບົວລິນ ວົງພະຈັນ ກໍ່ໄດ້ຕີລາຄາສູງຕໍ່ການຮ່ວມມືດັ່ງກ່າວ ແລະ ຍິນດີໃຫ້ການສະໜັບສະໜູນທຸກດ້ານເພື່ອເຮັດໃຫ້ໂຮງງານແປຮູບໝາກມ່ວງຫິມະພານໄດ້ຮັບການສ້າງຕັ້ງຂຶ້ນ.ເຊິ່ງມັນຈະກາຍເປັນທ່າແຮງໜຶ່ງຍູ້ໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງຈຳປາສັກ.ໂດຍສະເພາະເປັນການສ້າງວຽກເຮັດງານທຳ,ສ້າງລາຍຮັບໃຫ້ແກ່ປະຊາຊົນ ເພື່ອແກ້ໄຂຄວາມທຸກຍາກໃຫ້ແກ່ເຂົາເຈົ້າ.
*** ຂ່າວ-ພາບ: ຄຳຫຼ້າ ***

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...