Homeຂ່າວການພັດທະນາແຂວງຊຽງຂວາງ ມີເສັ້ນທາງເຂົ້າເຖິງບ້ານເກືອບ 99%

ແຂວງຊຽງຂວາງ ມີເສັ້ນທາງເຂົ້າເຖິງບ້ານເກືອບ 99%

Published on

2b767613b8e4d5fe4e07bb791cf1a2cd

ອຳນາດ​ການ​ປົກຄອງ​ແຂວງຊຽງ​ຂວາງ ໄດ້​ເອົາໃຈໃສ່​ຢ່າງຕັ້ງໜ້າ​ ເຂົ້າ​ໃນ​ການຈັດຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ສົກ​ປີ 2014-2015 ຕະຫຼອດ​ໄລຍະ 1 ປີ ຜ່ານ​ມາ ເສດຖະກິດ​ຂອງ​ແຂວງຂະຫຍາຍຕົວ​ໃນ​ລະດັບ 9% ຕໍ່​ປີ ສະເລ່ຍ​ລາຍ​ຮັບ​ຕໍ່​ຫົວ​ຄົນໄດ້ 1.328 ໂດ​ລາ/ຄົນ/ປີ ພົ້ນ​ເດັ່ນແມ່ນ​ວຽກ​ງານ​ການ​ລະດົມ​ທຶນທົ່ວ​ແຂວງ ​ເຂົ້າ​ໃນ​ການ​ພັດ​ທະນາ​ເສດຖະກິດ-ສັງຄົມ ສາມາດບັນລຸ​ໄດ້ 1.688,84 ຕື້​ກີບ ລື່ນແຜນການ 4,29%.

ທ່ານ ​ດຣ. ໄມ​ດີ ຄຳ​ພຸກ​ດວງແກ້ວ ຫົວໜ້າ​ພະ​ແນກ​ແຜນການ ແລະ ການ​ລົງທຶນແຂວງ​ຊຽງຂວາງ ກ່າວ​ວ່າ: ປັດຈຸບັນ ທົ່ວ​ແຂວງສາມາດ​ຫຼຸດຜ່ອນ​ຕົວເລກ​ຄອບຄົວ​ທຸກ​ຍາກ ​ຍັງ​ເຫຼືອພຽງ 978 ຄອບຄົວ ເທົ່າ​ກັບ 2,22% ຂອງ​ຄອບຄົວ​ທັງ​ໝົດພາຍ​ໃນ​ແຂວງ ເອົາໃຈໃສ່​ຂະຫຍາຍ​ລະບົບ​ຄົມມະນາຄົມ​ ສູ່ເຂດ​ຊົນນະບົດ​ຫ່າງ​ໄກ​ສອກຫຼີກ ເຊິ່ງ​ໃນ​ປີ 2015 ມີ​ເສັ້ນທາງ​ເຂົ້າເຖິງ​ບ້ານ​ທັງ​ໝົດ​ພາຍ​ໃນ​ແຂວງ ກວມ​ເອົາ 98,75% (6 ບ້ານຍັງ​ບໍ່​ມີ​ເສັ້ນທາງ​ເຂົ້າ​ເຖິງ) ລະບົບ​ໄປສະນີ-ໂທລະ​ຄົມ 78% ຄອບຄົວ​ໄດ້​ນຳ​ໃຊ້​ໄຟຟ້າ​ຖາວອນມີ 87,94% ສ້າງ​ບ້ານ​ພັດ​ທະນາໄດ້ 195 ບ້ານ​ ໃນ​ຈຳນວນບ້ານ​ທັງ​ໝົດ 481 ບ້ານ ສ້າງບ້ານ​ໃຫຍ່​ໃຫ້​ເປັນ​ລັກສະນະ​ຕົວເມືອງ​ນ້ອຍ​ໄດ້ 1 ແຫ່ງ ສ້າງບ້ານ​ວັດທະນະທຳໄດ້ 278 ບ້ານ ເທົ່າ​ກັບ 57,32% ແລະ ມີ​ຄອບຄົວ​ໄດ້​ຮັບ​ການ​ຢັ້ງຢືນເປັນ​ຄອບ​ຄົບ​ວັດທະນະທຳ ຈຳນວນ 23.568 ຄອບຄົວ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...