spot_img
HomeມູມໄອທີລາວSamsung ProjectValley ມືຖືຈໍພັບໄດ້ ກຽມເປີດໂຕເທື່ອທຳອິດ ຕົ້ນປີ 2016

Samsung ProjectValley ມືຖືຈໍພັບໄດ້ ກຽມເປີດໂຕເທື່ອທຳອິດ ຕົ້ນປີ 2016

Published on

images_14461210841

ຍ້ອນ​ກັບ​ໄປ​ເມື່ອໄລຍະ​ເດືອນ​ມີ​ນາ​​ທີ່​ຜ່ານມາ ກັບ​ຊື່​ຂອງ Project Valley ທີ່​ຄາດ​ວ່າ ໜ້າ​ຈະ​ເປັນ ສະ​ມາດ​ໂຟນ​ຈໍ​ພັບ​ໄດ້​ລຸ້ນ​ທຳອິດ​ຂອງ​ຊຳ​ຊຸງ ຫລ້າ​ສຸດ ໄດ້​ມີ​ຂ່າວ​ຄາວ​ເຄື່ອນ​ໄຫວ​ອີກ​ເທື່ອ ໂດຍ​ຄາດ​ວ່າ Samsung Project Valley ຈະ​ເຜີຍ​ໂສມ​ເທື່ອ​ທຳອິດ ໃນ​ເດືອ​ນມັງກອນ 2016 ນີ້ ໃນ​ຊື່​ໂມ​ເດນ SM-G929F

ແຫລ່ງ​ຂ່າວ​ເຜີຍ​ອີກວ່າ Samsung Project Valley ຈະ​ເປັນ​ສະ​ມາດໂຟນ​ລຸ້ນ​ທີ່​ຜະລິດ​ມາ​ຢ່າງ​ຈຳ​ກັດ ແລະ​ວາງ​ຈຳ​ໜ່າຍ​ໃນ​ບາງ​ປະເທດ​ເທົ່າ​ນັ້ນ ຊຶ່ງ​ໄດ້​ແກ່ ເຍລະມັນ​, ອິ​ຕາ​ລີ, ກຸ່ມ​ປະເທດ​ນໍ​ດິກ (ຍຸ​ໂຣບ​ຕອນ​ເໜືອ), ຝຣັ່ງ​, ໂປ​ແລນດ໌ ລວມ​ໄປ​ເຖິງ ເກົາ​ຫລີ​ໃຕ້ ບ້ານເກີດ​ດ້ວຍ​ເຊັ່ນ​ກັນ ຊຶ່ງ​ເນັ້ນ​ຕະຫ​ລາດ​ຝັ່ງ​ຍຸ​ໂຣບ​​ສ່ວນ​ໃຫຍ່

ສຳລັບ​ສະ​ເປກ​ແລະ​ດີ​ໄຊນ໌​ຂອງ Samsung Project Valley ນີ້ ຍັງ​ບໍ່​ມີ​ຂໍ້​ມູນ​ຢືນຢັນ​ຊັດເຈນ ແຕ່​ຄາດ​ວ່າ ໜ້າ​ຈະ​ມາ​ພ້ອມ​ກັບ RAM ຂະໜາດ 3 GB

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...