ຈີນປະກາດຍົກເລີກນະໂຍບາຍລູກຄົນດຽວຊຶ່ງໃຊ້ມາຕັ້ງແຕ່ປີ 1979 ແລະອະນຸຍາດໃຫ້ຄູ່ຜົວເມຍສາມາດມີລູກໄດ້ 2 ຄົນ ເພື່ອຍົກລະດັບການພັດທະນາປະຊາກອນໃຫ້ສົມດຸນ ແລະຮັບມືກັບບັນຫາປະຊາກອນສູງໄວ ວັນພະຫັດທີ່ 29 ຕຸລາ 2015 ເວລາ 19:11 ນ. ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງປັກກິ່ງປະເທດຈີນ ເມື່ອວັນທີ່ 29 ວ່າສຳນັກຂ່າວຊິນຫົວຂອງທາງການຈີນລາຍງານວ່າ ຈີນໄດ້ປະກາດ ຍົກເລີກນະໂຍບາຍລູກຄົນດຽວຊຶ່ງໃຊ້ມາຕັ້ງແຕ່ປີ 1979 ແລະ ຍິນຍອມໃຫ້ຄູ່ຜົວເມຍສາມາດມີລູກໄດ້2ຄົນຊຶ່ງເປັນການຍົກເລີກຂໍ້ບັງຄັບ ທີ່ຈຳກັດຄູ່ຜົວເມຍໃນເຂດເມືອງໃຫ້ມີລູກໄດ້ຄົນດຽວສາເຫດນັ້ນກໍເພື່ອຍົກລະດັບ ການພັດທະນາປະຊາກອນໃຫ້ສົມດຸນລວມທັງຍັງເປັນການຮັບມືກັບບັນຫາປະຊາກອນຜູ້ສູງໄວ ທີ່ນັບມື້ຈະມີຈຳນວນເພີ່ມຫລາຍຂຶ້ນນອກຈາກນັ້ນກໍຍັງເປັນການຍົກເລີກນະໂຍບາຍທີ່ບໍ່ ໄດ້ຮັບຄວາມນິຍົມຊຶ່ງຖືວ່າລຸກລ້ຳເຂົ້າໄປໃນຊີວິດຄອບຄົວ ການຕັດສິນໃຈດັ່ງກ່າວປາກົດຢູ່ໃນຄຳຖະແຫລງການຂອງຈີນຫລັງປະຊຸມຄະນະກຳມະການກາງພັກວ່າດ້ວຍການວາງແຜນເສດຖະກິດແລະພັດທະນາສັງຄົມເຖິງປີ 2020 ຊຶ່ງໃນໄລຍະຫລາຍປີທີ່ຜ່ານມານີ້ການປະຊຸມຂອງຄະນະກຳມະການກາງພັກໄດ້ມີມັດຕິທີ່ສຳຄັນອອກມາໂດຍ ສ່ວນໃຫຍ່ຈະເນັ້ນໄປທີ່ເລື່ອງເສດຖະກິດແລະບໍ່ເຄີຍມີມາກ່ອນເລີຍວ່າຈະມີ ການພິຈາລະນາເລື່ອງນະໂຍບາຍລູກຄົນດຽວ ເຖິງວ່າຈີນຈະຍ່າງໜ້າໄປສູ່ເລື່ອງການວາງແຜນຄອບຄົວໂດຍສະເພາະນະໂຍບາຍ ລູກຄົນດຽວທີ່ນຳມາໃຊ້ຕັ້ງແຕ່ປີ 1979 ເພາະເປັນມາດຕະການຊົ່າຄາວໃນອັນທີ່ຈະຄວບຄຸມຈຳນວນປະຊາກອນແລະຈຳກັດຄວາມຕ້ອງການດ້ານນ້ຳແລະຊັບພະຍາກອນອື່ນໆຫລັງໃຊ້ນະໂຍບາຍ ນີ້ຄູ່ຜົວເມຍໃນຊົນນະບົດຍັງສາມາດທີ່ຈະມີລູກຄົົນທີ່ສອງໄດ້ຫາກວ່າລູກຄົນທຳອິດເກີດມາ ເປັນຜູ້ຍິງ
ຈີນຍົກເລີກນະໂຍບາຍລູກຄົນດຽວ
251
ບົດຄວາມຫຼ້າສຸດ
ຂ່າວພາຍໃນ
ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ
ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...
ຂ່າວພາຍໃນ
ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026
ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...
ຂ່າວພາຍໃນ
ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ
ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...
ຂ່າວພາຍໃນ
ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X
ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...


