spot_img
Homeຂ່າວພາຍ​ໃນທ່ານຮອງນາຍົກ ສົມສະຫວາດ ເລັ່ງສະຫວັດ ລົງຊີ້ນຳວຽກຢູ່ ເຂດເສດຖະກິດພິເສດສາມຫຼ່ຽມຄຳ

ທ່ານຮອງນາຍົກ ສົມສະຫວາດ ເລັ່ງສະຫວັດ ລົງຊີ້ນຳວຽກຢູ່ ເຂດເສດຖະກິດພິເສດສາມຫຼ່ຽມຄຳ

Published on

4-1-1

ວັນທີ 24-25 ຕຸລາ ຜ່ານມານີ້ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານເສດ ຖະກິດການຜະລິດ ແລະ ຈໍລະຈອນ ທັງເປັນປະທານຄະນະ ກຳມະການແຫ່ງຊາດ ເພື່ອຄຸ້ມ ຄອງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ (ຄຂພສ) ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວ ຢ້ຽມຢາມເຮັດວຽກ ແລະ ຊີ້ນຳ ວຽກງານຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນ ເຜິ້ງ ແຂວງບໍ່ແກ້ວ ຊຶ່ງມີ ທ່ານ ດຣ. ຄຳພັນ ເຜີຍຍະວົງ ເຈົ້າແຂວງບໍ່ແກ້ວ, ທ່ານ ຈ້າວ ເຫວີຍ ປະທານເຂດເສດຖະກິດພິເສດສາມຫຼ່ຽມຄຳ ແລະ ພະນັກງານທີ່ກ່ຽວຂ້ອງພາຍ ໃນແຂວງ ແລະ ເມືອງຕົ້ນເຜິ້ງ ຈຳນວນໜຶ່ງ ໃຫ້ການຕ້ອນຮັບ.
ການໄປຢ້ຽມຢາມແລະ ເຮັດວຽກຄັ້ງນີ້ ທ່ານຮອງນາ ຍົກລັດຖະມົນຕີ ໄດ້ຮັບຟັງ ການລາຍງານການປະຕິບັດ ວຽກງານໃນໄລຍະເຄິ່ງປີທີ່ ຜ່ານມາ ຂອງເຂດແຫ່ງນີ້ຊຶ່ງ ເຫັນວ່າ: ພາຍຫຼັງມີການປັບປຸງກົງຈັກການຈັດຕັ້ງ ຕາມສັນຍາໃໝ່ເປັນຕົ້ນມາ ຄະນະນຳ ຊຸດໃໝ່ຂອງເຂດ ໄດ້ມີຄວາມ ສາມັກຄີ ເຂົ້າອົກເຂົ້າໃຈກັນດີ, ທັງສາມາດປະສານສົມທົບກັບທ້ອງຖິ່ນ ທັງເມືອງ ແລະ ແຂວງໄດ້ເປັນຢ່າງດີ, ເຮັດໃຫ້ ເຂດມີການພັດທະນານັບມື້ດີ ຂຶ້ນ, ມາເຖິງປະຈຸບັນ ໂຄງລ່າງ ພື້ນຖານຂອງເຂດເຊັ່ນ: ອາ ຄານ, ຖະໜົນຫົນທາງ, ລະບົບ ກັນເຈື່ອນ ໄດ້ຮັບການພັດທະ ນາຫຼາຍສົມຄວນ, ອັນພົ້ນເດັ່ນ ແມ່ນພວມກຳລັງລົງມືສ້າງ ລະບົບໜອງນ້ຳຕາມ ຄອງນ້ຳ ທຳມະຊາດໃຫ້ກາຍເປັນໜອງ ນ້ຳ ແລະ ຄອງນ້ຳທີ່ສວຍງາມ ສາມາດເປັນສະຖານທີ່ທ່ອງ ທ່ຽວໃນອະນາຄົດ ແລະ ກໍ່ ສ້າງລະບົບບຳບັດນ້ຳ ເປື້ອນ ກ່ອນຈະລະບາຍລົງສູ່ນ້ຳຂອງ.
ທ່ານຮອງນາຍົກລັດຖະ ມົນຕີ ໄດ້ຊົມເຊີຍ ແລະ ຕີລາ ຄາສູງຕໍ່ຜູ້ພັດທະນາ, ຕໍ່ຄະນະ ນຳຊຸດໃໝ່ ກໍຄືການເອົາໃຈໃສ່ ຂອງການນຳຂອງແຂວງ, ຂອງ ເມືອງຕົ້ນເຜິ້ງ ຕໍ່ເຂດດັ່ງກ່າວ. ພ້ອມນັ້ນ ທ່ານຮອງນາຍົກລັດ ຖະມົນຕີ ຍັງໄດ້ຊີ້ນຳໃຫ້ຜູ້ພັດ ທະນາ ກໍຄືຄະນະນຳຂອງເຂດ ສຸມໃສ່ກຳນົດວິໄສທັດ ການ ພັດທະນາໄລຍະກາງ, ໄລຍະ ຍາວ ແລະ ສ້າງແຜນພັດທະ ນາຂອງເຂດໃນໄລຍະ 5 ປີ ໃຫ້ແທດກັບສະພາບຂອງທ້ອງ ຖິ່ນ ແລະ ການເຊື່ອມ ໂຍງກັບ ຂົງເຂດ ແລະ ພາກພື້ນ; ໃນ ການວາງແຜນພັດທະນາຕ້ອງ ເອົາໃຈໃສ່ສົມທົບກັບເມືອງ ແລະ ແຂວງ ເພື່ອໃຫ້ປະຊາ ຊົນມີສ່ວນຮ່ວມໃນ ການພັດ ທະນາ ແລະ ໄດ້ຮັບຜົນປະ ໂຫຍດຈາກການພັດທະນາດັ່ງ ກ່າວເຊັ່ນ: ການປູກ, ການລ້ຽງ, ການທ່ອງທ່ຽວ, ການບໍລິການ ຕ່າງໆ.
ນອກຈາກນີ້ ທ່ານຮອງ ນາຍົກລັດຖະມົນຕີ ພ້ອມດ້ວຍ ຄະນະ ຍັງໄດ້ໄປຢ້ຽມຊົມໂຄງ ການເຮັດໜອງນ້ຳ-ຮ່ອງນ້ຳ, ເຂດຈະພັດທະນາເປັນສູນກະ ສິກຳ ທີ່ມີສ່ວນຮ່ວມຂອງປະ ຊາຊົນອີກດ້ວຍ.

 

ແຫລ່ງຂ່າວ:

ປຊຊ

ບົດຄວາມຫຼ້າສຸດ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...