Homeຂ່າວເຫດການລາວ-ຫວຽດນາມ ແລກປ່ຽນບົດຮຽນ ການປັບປຸງລັດຖະທຳມະນູນ

ລາວ-ຫວຽດນາມ ແລກປ່ຽນບົດຮຽນ ການປັບປຸງລັດຖະທຳມະນູນ

Published on

2e720bfaa2f02f2f22379b905d6976e4

ລະຫວ່າງ ວັນ​ທີ 28-29 ຕຸລາ 2015 ທີ່​ສະພາ​ແຫ່ງ​ຊາດ ໄດ້​ຈັດການ​ສຳ​ມະ​ນາ​ກ່ຽວ​ກັບ​ບັນຫາ​ທິດ​ສະ​ດີ ແລະ ພຶດຕິ​ກຳ​ໃນການ​ສ້າງ-ປັບປຸງ​ລັດ​ຖະ​ທຳ​ມະນູນ ແລະ ກົດໝາຍລະຫວ່າງສະພາ​ແຫ່ງ​ຊາດ ​ສປປ ລາວ ແລະ ສະພາ​ແຫ່ງ​ຊາດ ​ສສ ຫວຽດນາມ ຂຶ້ນເປັນ​ກຽດ​ເຂົ້າຮ່ວມ​ຂອງ​ ທ່ານ​ ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ ທ່ານ ອາ​ຊາງ ລາວ​ລີ ຮອງ​ນາຍົກ​ລັດຖະ​ມົນຕີ ຜູ້​ຊີ້​ນຳ​ວຽກ​ງານ​ການປົກຄອງ ພ້ອມ​ດ້ວຍ​ຄະນະ​ນຳສະພາ​ແຫ່ງ​ຊາດ ຄະນະ​ປັບປຸງລັດ​ຖະ​ທຳ​ມະນູນ ແລະ ກົດໝາຍລະດັບ​ຊາດ ວິທະຍາກອນ ຊ່ຽວຊານ​ຈາກ ​ສສ ຫວຽດນາມ ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ການ​ສຳ​ມະ​ນາ​ໃນ​ຄັ້ງ​ນີ້ ເພື່ອຍົກ​ລະດັບ​ທາງ​ດ້ານ​ຄວາມ​ຮູ້ ທິດ​ສະ​ດີ ຫຼັກການ​ພື້ນຖານ​ກ່ຽວກັບ​ການ​ສ້າງ​ປັບປຸງ​ລັດ​ຖະ​ທຳມະນູນ ສ້າງ-ປັບປຸງ​ກົດໝາຍ ເວົ້າ​ລວມ ກົດໝາຍ​ທີ່​ພົວພັນ​ເຖິງສະພາ​ແຫ່ງ​ຊາດ ເວົ້າ​ສະເພາະແມ່ນ​ສະພາ​ປະຊາຊົນ​ທ້ອງຖິ່ນ ພ້ອມ​ນັ້ນ ກໍ່​ເພື່ອ​ແລກປ່ຽນ​ບົດຮຽນ ທິດ​ສະ​ດີ ພຶດຕິ​ກຳ​ໃນ​ການ ສ້າງປັບປຸງ​ລັດ​ຖະ​ທຳ​ມະນູນ ແລະ ກົດໝາຍ​ຂອງ​ສະພາ​ແຫ່ງຊາດ ​ສສ ຫວຽດນາມ ເຊິ່ງ​ຫົວຂໍ້​ທີ່​ນຳ​ມາ​ສຳ​ມະ​ນາ​ໃນ​ຄັ້ງ​ນີ້​ ມີບັນຫາ​ພື້ນຖານ​ກ່ຽວ​ກັບ​ລັດ​ຂອງ ​ສສ ຫວຽດນາມ ສະພາ​ແຫ່ງຊາດ​ກັບ​ການ​ເລືອກ​ຕັ້ງ ການແຕ່ງຕັ້ງ ປົດ​ຕຳແໜ່ງ ແລະ ບັນຫາ​ຕຳແໜ່ງ​ອື່ນໆ​ທີ່​ສຳຄັນ ກົດໝາຍວ່າ​ດ້ວຍ​ການ​ປົກຄອງ​ທ້ອງຖິ່ນ​ຂອງ ​ສສ ຫວຽດນາມ ແລະ ສົນທະນາ​ແລກປ່ຽນ​ບັນດາ​ຄຳຖາມ​ເຈາະ​ຈີ້ມ 12 ຫົວຂໍ້​ທີ່​ຝ່າຍລາວ​ສົນໃຈ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...