ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 29 ຕຸລານີ້ວ່າ ທ່ານ ຫລີເຄີ່ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ແລະ ທ່ານ ນາງ ອັງເກລາ ແມເຄິນ ນາຍົກລັດຖະມົນຕີເຢຍລະມັນ ໄດ້ຖະແຫລງເຫັນດີຮ່ວມກັນ ໃນການແກ້ໄຂບັນຫາຢູ່ຊີຣີ ດ້ວຍວິທີການທາງການເມືອງ ໃນລະຫວ່າງທີ່ຜູ້ນຳເຢຍລະມັນ ເດີນທາງຢ້ຽມຢາມປະເທດຈີນ ຢ່າງເປັນທາງການ.
ທັງນີ້ ສປ ຈີນ ໄດ້ສະແດງອອກເຖິງນະໂຍບາຍຂອງຕົນຫລາຍຄັ້ງ ກ່ຽວກັບການແກ້ໄຂບັນຫາໃນຊີຣີວ່າ ຈີນຕໍ່ຕ້ານການໃຊ້ກຳລັງ ເພື່ອແກ້ໄຂບັນຫາວິກິດການຊີຣີ ແລະ ສະໜັບສະໜູນການໃຊ້ວິທີການທາງການເມືອງ ພຽງທາງອອກດຽວເທົ່ານັ້ນ.