Homeຂ່າວຕ່າງປະເທດສະພາເນປານ ເລືອກຮອງປະທານພັກກອມມູນິດ ເປັນປະທານາທິບໍດີເພດຍິງ ຄົນທຳອິດຂອງປະເທດ!

ສະພາເນປານ ເລືອກຮອງປະທານພັກກອມມູນິດ ເປັນປະທານາທິບໍດີເພດຍິງ ຄົນທຳອິດຂອງປະເທດ!

Published on

EyWwB5WU57MYnKOuXoflBLF64zXbYYvRPCkosHWKWflvHNYBTNgw1e

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 29 ຕຸລານີ້ວ່າ ສະມາຊິກລັດຖະສະພາເນປານ ໄດ້ສ້າງປະຫວັດສາດໜ້າໃໝ່ ທາງດ້ານການເມືອງຂອງປະເທດ ຫລັງຈາກໄດ້ລົງຄະແນນເລືອກເອົາ ທ່ານ ນາງ ພິທະຍາ ເທວີ ພັນທາຣີ ອາຍຸ 54 ປີ ຮອງປະທານພັກຢູໄນເຕັດ ມາກຊິດ ເລນິນນິດ ຫລື ພັກກອມມູນິດເນປານ ໃຫ້ດຳລົງຕຳແໜ່ງ ປະທານາທິບໍດີຄົນໃໝ່ ໃນວັນທີ 28 ຕຸລາຜ່ານມາ ແລະ ໄດ້ກາຍເປັນປະທານາທິບໍດີເພດຍິງຄົນທຳອິດຂອງປະເທດ ຕໍ່ຈາກທ່ານ ຣາມ ພາຣັນ ຍາເທບ ປະທານາທິບໍດີຄົນທຳອິດຂອງເນປານ ທີ່ເຂົ້າດຳລົງຕຳແໜ່ງ ພາຍຫລັງທີ່ເນປານ ໄດ້ປ່ຽນແປງລະບອບການປົກຄອງ ຈາກລະບອບລາຊາທິປະໄຕ ທີ່ມີກະສັດເປັນປະມຸກລັດເປັນຕົ້ນມາ.

ທັງນີ້ ໃນວັນທີ 11 ຕຸລາຜ່ານມາ ສະມາຊິກລັດຖະສະພາ ຫາກໍໄດ້ລົງຄະແນນເລືອກເອົາ ທ່ານ ຄັດກາ ປຣາສາດ ໂອລີ ປະທານພັກກອມມູນິດເນປານ ໃຫ້ດຳລົງຕຳແໜ່ງ ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດ ຊຶ່ງການກ້າວຂຶ້ນສູ່ຕຳແໜ່ງສູງສຸດ ຂອງສະມາຊິກພັກກອມມູນິດເນປານ ໄດ້ເປັນການເປີດສາກໃໝ່ ໃຫ້ແກ່ປະເທດ ພາຍໃຕ້ການນຳພາຂອງພັກ ທີ່ມີອຸດົມການລັດທິກອມມູນິດນິຍົມ.

 

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...