Homeຂ່າວຕ່າງປະເທດຫວຽດນາມຕັດອິດສະຫລະພາບ 12 ປີ ພະນັກງານລັດວິສາຫະກິດ 6 ຄົນ ຮັບສິນບົນໂຄງການລົດໄຟ!

ຫວຽດນາມຕັດອິດສະຫລະພາບ 12 ປີ ພະນັກງານລັດວິສາຫະກິດ 6 ຄົນ ຮັບສິນບົນໂຄງການລົດໄຟ!

Published on

558000012424701
ພາບ: Thanhnien News/Ha An.

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 27 ຕຸລາຜ່ານມານີ້ວ່າ ສານນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໄດ້ຕັດສິນ ຕັດອິດສະຫລະພາບ ພະນັກງານ ລັດວິສາຫະກິດການລົດໄຟຫວຽດນາມ ຈຳນວນ 6 ຄົນ ຊຶ່ງໃນນັ້ນ ລວມມີ ທ່ານ ເຈິ່ນກ໊ວກດົ່ງ ຮອງຜູ້ອຳນວຍການລັດວິສາຫະກິດດັ່ງກ່າວ ໃນຂໍ້ຫາສວຍໃຊ້ອຳນາດ ໃນທາງທີ່ບໍ່ຖືກຕ້ອງ ດ້ວຍການຮັບເງິນສິນບົນ ຈາກບໍລິສັດ Japan Transportation Consultant (JTC) ຂອງຍີ່ປຸ່ນ ຈຳນວນ 490,000 ໂດລາ ໃນການປະມູນໂຄງການເສັ້ນທາງລົດໄຟ ຢູ່ນະຄອນຫລວງຮ່າໂນ້ຍ ອັນເປັນຕົ້ນເຫດ ເຮັດໃຫ້ລັດຖະບານຍີ່ປຸ່ນ ໂຈະການຊ່ວຍເຫລືອ ເພື່ອການພັດທະນາ ຢ່າງເປັນທາງການ ໃຫ້ແກ່ລັດຖະບານຫວຽດນາມ ໃນເດືອນມີນາ 2013.

ພາຍຫລັງການພິຈາລະນາຄະດີ ເປັນເວລາ 2 ວັນ ສານນະຄອນຫລວງຮ່າໂນ້ຍ ໄດ້ຕັດສິນ ຕັດອິດສະຫລະພາບ ທ່ານ ເຈິ່ນກ໊ວກດົ່ງ  7 ປີ 6 ເດືອນ ໃນຂະນະທີ່ຜູ້ວາງແຜນການ ໃນການສໍ້ລາດບັງຫລວງດັ່ງກ່າວນີ້ ໄດ້ຖືກສານຕັດສິນ ຕັດອິດສະຫລະພາບ 12 ປີ.

ປະທານສານນະຄອນຫລວງຮ່າໂນ້ຍ ໄດ້ລະບຸວ່າ ພຶດຕິກຳຂອງເຈົ້າໜ້າທີ່ດັ່ງກ່າວ ເປັນການລະເມີດກົດໝາຍ ຕ້ານການສໍ້ລາດບັງຫລວງ ແລະ ສ້າງຜົນກະທົບທີ່ບໍ່ດີ ຕໍ່ຄວາມສຳພັນລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ, ແນວໃດກໍຕາມ ລັດຖະບານຍີ່ປຸ່ນ ໄດ້ຟື້ນຄືນໃຫ້ຄວາມຊ່ວຍເຫລືອ ເພື່ອການພັດທະນາຢ່າງເປັນທາງການ ແກ່ ສສ ຫວຽດນາມ ຢ່າງເປັນປົກກະຕິແລ້ວ ໃນເດືອນກໍລະກົດ 2014 ທີ່ຜ່ານມາ.

 

ບົດຄວາມຫຼ້າສຸດ

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...