Homeອຸບັດເຫດແລະປາກົດການຫຍໍ້ທໍ້ເກີດເຫດໄຟໄໝ້ເຮືອນຫ້ອງແຖວທີ່ບ້ານໜອງແວງເສຍຫາຍ 10 ຫ້ອງ

ເກີດເຫດໄຟໄໝ້ເຮືອນຫ້ອງແຖວທີ່ບ້ານໜອງແວງເສຍຫາຍ 10 ຫ້ອງ

Published on

ເວລາ 19 ​ໂມງ 30 ນາທີ ຂອງ​ວັນ​ທີ 27 ຕຸລາ​ນີ້, ​ໄດ້​ເກີດ​ເຫດ​ໄຟ​  ໄໝ້​ເຮືອນ​ຫ້ອງ​ແຖວ​ທີ່​ບ້ານ ໜອງ​ແວງ ​ເມືອງ ຫາດ​ຊາຍ​ຟອງ ນະຄອນຫຼວງວຽງຈັນ, ສ້າງ​ຄວາມ​ເສຍ​ຫາຍດ້ານ​ຊັບ​ສິນ​ເປັນ​ຈຳນວນ​ຫລາຍ, ສົ່ງ​ຜົນ​ໃຫ້ຫຼາຍຄອບຄົວ​ຂາດ​ບ່ອນຢູ່ອາ​​ໄສ.

ທ່ານ ອຸທາ ​​ແສງ​ສຸວັນ ນາ​ຍບ້ານໜອງ​ແວງ​ ໃຫ້ຮູ້​ວ່າ: ​ ໃນ​ເມື່ອກ່ອນເຮືອນ​ຫ້ອງ​ແຖວຫຼັງດັ່ງກ່າວ​​ເປັນຂອງ​ບໍລິສັດ​ໄ​ມ້ອັດ​ສ້າງ​ຂຶ້ນ​ເພື່ອ​ໃຫ້​ພະນັກງານ​ຂອງ​ບໍລິສັດ​ອາ​​ໄສ​ຢູ່, ​ຕໍ່ມາ​ແມ່ນ​ການ​ຄຸ້ມ​ຄອງ​ຂອງ​ກະຊວງ​ການ​ເງິນ, ຈາກ​ນັ້ນ​ໄດ້​ມີນາ​ຍທຶນ​ມາ​ສຳ​ປະທານ ​ແລະ​ໄດ້​​​ເຮັດ​ເປັນ​ຫ້ອງ​ແຖວ​ໃຫ້​ເຊົ່າ​ມີ 10 ຫ້ອງ ​ແລະ​ມີ 10 ຄອບຄົວ​ອາ​ໃສ​ຢູ່ ພາຍ ຫລັງເກີດ​ເຫດ​ອຳນາດ​ການ​ປົກຄອງ​ບ້ານ​​ໄດ້​ແຈ້ງ​ໃຫ້ໜ່ວຍກູ້​ໄຟ ນະຄອນຫຼວງ​ເຂົ້າມາ​ຊ່ວຍມອດ​ໄຟ​ທັນທີ. ແຕ່​ຍ້ອນ​​ໂຄງຫຼັງຄາ​ ​ແລະ​ ເພດານ​ທີ່ເຮັດ​ດ້ວຍ​ໄມ້ອັດ ຊຶ່ງ​ເປັນ​ວັດ​ຖຸ​ໄຟ​ໃໝ້​ໄດ້​ງ່າຍ ຈຶ່ງ​ເຮັດ​ໃຫ້​ການ​ດັບ​ມອດ​​ໄຟ​ຂອງ​ເຈົ້າ​ໜ້າ​ທີ່​ດຳ​ເນີນ​ໄປ​ໄດ້​ຍາກ ​ແລະ ​​ໃຊ້​ເວລາ​​ເກືອບ 1 ຊົ່ວ​ໂມງ​ຈຶ່ງ​ສາມາດ​ສະກັດ​ກັ້ນ​ໄຟ​ໄວ້​ໄດ້.

​            ທ່ານ ອຸທາ ​​ແສງ​ສຸວັນ ໃຫ້​ຮູ້​ຕື່ມ​ວ່າ: ສາ​ເຫດ​ຂອງ​ໄຟ​ໄໝ້​ໃນ​ຄັ້ງ​ນີ້​ອາດແມ່ນ​ເກີດ​ຈາກ​ໄຟຟ້າ​ລັດ​ວົງ​ຈອນ.

ຂ່າວຈາກ ໜັງສືພິມລາວພັດທະນາ

ລພນ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...