spot_img
Homeຄວາມງາມຮີມສົບງາມດັ່ງໃຈດ້ວຍລິບໄລເນີ

ຮີມສົບງາມດັ່ງໃຈດ້ວຍລິບໄລເນີ

Published on

27_20151014163004.
ໃນະການແຕ່ງໜ້າ ຈະງາມຄົບສຸດ ຮີມສົບເປັນສ່ວນສຳຄັນທີ່ຄວນຈະໂດດເດັ່ນ ເຖິງມື້ທີ່ບໍ່ໄດ້ແຕ່ງໜ້າຈັດ ຮີມສົບ ກໍ່ຄວນມີສີທີ່ເບິ່ງແລ້ວສຸກຂະພາບດີ ຮີມສົບແຕ່ລະຄົນມີບັນຫາແຕກຕ່າງກັນ ບາງຄົນທາລິບສະຕິກຈັ່ງໃດກໍ່ບໍ່ງາມ ເສັ້ນຂອບບໍ່ລຽບ ແຕ່ບັນຫາເຫລົ່ານີ້ “ລິບໄລເນີ” ຊ່ວຍສາວໆ ໄດ້
“ລິບໄລເນີ” (Lip liner) ຫລືສໍຂຽນຂອບປາກ ເຮັດຫນ້າທີ່ໃຊ້ຂຽນເສັ້ນຂອບປາກ ເຕີມບໍລິເວນຮີມສົບທີ່ບໍ່ລຽບໃຫ້ມີສີລຽບນຽນ ອາດຈະເຕີມກ່ອນຫລືຫລັງການທາດ້ວຍລິບສະຕິກ ການໃຊ້ລິບໄລເນີຈະເຮັດໃຫ້ຮີມສົບເບິ່ງໂດດເດັ່ນຂຶ້ນ ອວບອິ່ມຂຶ້ນ ຫລືແກ້ໄຂບັນຫາຈຸດບົກຜ່ອງຂອງຮີມສົບໄດ້
– ລິບໄລເນີມີຫລາກຫລາຍສີໃຫ້ເລືອກ ຕາມປົດກະຕິທີ່ເຮົາໃຊ້ທາຮີມສົບ
– ມີໃນຮູບແບບເປັນສໍ ເປັນແທ່ງ ໝຸນເກັບໄດ້ກໍ່ມີ
– ສາວທີ່ມີຮີມສົບບາງ ເຮັດໃຫ້ຮີມສົບຂອງທ່ານອວບອິ່ມ ໄດ້ດ້ວຍການໃຊ້ລິບໄລເນີຂຽນບໍລິເວນຂອບຮີມສົບ
– ໃຊ້ລິບໄລເນີເປັນພື້ນກ່ອນລົງລິບສະຕິກ ໂດຍທາໃຫ້ທົ່ວປາກ ບໍ່ສະເພາະແຕ່ບໍລິເວນຂອບປາກ ລິບໄລເນີກໍ່ຄວນຈະເປັນສີອ່ອນກວ່າສີລິບສະຕິກທີ່ຈະໃຊ້
– ລົງລິບໄລເນີສີຈືດ ແລ້ວຕາມດ້ວຍລິບກອດໃສໆ ກໍ່ໄດ້ລຸກໃສໆ ເກົາຫລີໆ ແລ້ວ
– ສາມາດໃຊ້ຂຽນຂອບປາກໄດ້ທັງກ່ອນແລະຫລັງທາລິບສະຕິກ ສາມາດເກັບລາຍລະອຽດເທິງຮີມສົບຫລັງທາລິບສະຕິກໄດ້
– ຢ່າໃຊ້ລິບໄລເນີສີເຂັ້ມກັບລິບສະຕິກສີອ່ອນ ເພາະມັນບໍ່ເຂົ້າກັນ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...