spot_img
Homeຂ່າວເຫດການສະມາຄົມມິດຕະພາບ ເກົາຫລີ-ລາວ ຈັດພິທີສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ

ສະມາຄົມມິດຕະພາບ ເກົາຫລີ-ລາວ ຈັດພິທີສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ

Published on

12046806_444681572402295_460259472850967920_n 12191503_444681562402296_625402460171355687_n

ຂປລ. ແຫລ່ງຂ່າວຈາກສະຖານທູດລາວ ຢູ່ທີ່ເຊອູນ, ສາທາລະນະລັດ ເກົາຫລີ ແຈ້ງໃຫ້ຮູ້ວ່າ: ສະມາຄົມມິດ ຕະພາບ ເກົາຫລີ-ລາວ ຮ່ວມກັບສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ນະຄອນຫລວງເຊອູນ ໄດ້ຈັດພິທີສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກັບສາທາລະນະລັດ ເກົາຫລີ ຄົບຮອບ 20 ປີ (25/10/1995–25/10/2015) ໂດຍການສະໜັບສະໜູນ ຂອງມູນນິທິ ເກົາຫລີ ແລະ ອົງການອື່ນໆຈຳນວນໜຶ່ງ, ໂດຍການເຂົ້າຮ່ວມຂອງ ທ່ານ ພົງສະຫວັດ ບຸບຜາ ລັດຖະມົນຕີ, ຫົວໜ້າຫ້ອງວ່າການ ປະທານປະເທດ, ທ່ານ ໂອມ໋ອງຮວານ (Mr.OhMyunghwan), ປະທານສະມາຄົມມິດຕະພາບ ເກົາ ຫລີ-ລາວ, ທ່ານ ຄຳສວຍ ແກ້ວດາລາວົງ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສ ເກົາຫລີ, ເລຂາທິການໃຫຍ່ ສູນອາຊຽນ-ເກົາຫລີ, ຜູ້ຕາງໜ້າກະຊວງ ການຕ່າງປະເທດ ສ ເກົາຫລີ, ບັນດານັກສຶກສາລາວ ທີ່ພວມສຶກສາຢູ່ ສ ເກົາຫລີ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ໂອມ໋ອງຮວານ ໄດ້ກ່າວເຖິງຜົນງານ ທີ່ທາງສະມາຄົມມິດຕະພາບ ເກົາຫລີ-ລາວ ຍາດມາໄດ້ໃນໄລຍະ 11 ປີທີ່ຜ່ານມາ (ສະມາຄົມມິດຕະພາບ ເກົາຫລີ-ລາວ ໄດ້ສ້າງຕັ້ງຂຶ້ນໃນປີ 2004)ໃນການປະກອບ ສ່ວນຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນ ມິດຕະພາບ ລະຫວ່າງ ສ ເກົາຫລີ ແລະ ສປປ ລາວ. ໃນໄລຍະກວ່າໜຶ່ງທົດສະວັດທີ່ຜ່ານມາ ສະມາຄົມມິດຕະພາບດັ່ງກ່າວ ໄດ້ຕັ້ງໜ້າຂົນຂວາຍ, ຊຸກຍູ້ນັກລົງທຶນ ເກົາຫລີ ໃຫ້ມາລົງທຶນຢູ່ ສປປ ລາວ, ນອກນີ້ ທາງສະມາຄົມ ຍັງໄດ້ຂົນຂວາຍຊອກຫາທຶນ ມາຊ່ວຍເຫລືອປະຊາຊົນລາວ ໄດ້ຢ່າງຫລວງຫລາຍ ເປັນຕົ້ນ ການສ້ອມແປງໂຮງຮຽນ, ນຳເອົາເຄື່ອງນຸ່ງຫົ່ມ, ເກີບ, ອຸປະກອນການສຶກສາ, ຢາປົວພະຍາດ ແລະ ອື່ນໆ ມາຊ່ວຍເຫລືອປະຊາຊົນລາວ ຜູ້ທຸກຍາກຂາດເຂີນຢູ່ເຂດ ຫ່າງໄກສອກຫລີກຂອງລາວ.
ທ່ານ ພົງສະຫວັດ ບຸບຜາ ໄດ້ຊີ້ໃຫ້ເຫັນເຖິງໝາກຜົນຕົວຈິງ ທີ່ສອງປະເທດໄດ້ຮ່ວມມືກັນ ເຊັ່ນ: ການລົງທຶນຂອງນັກທຸລະກິດ ເກົາຫລີ ໃນ ສປປ ລາວ ຢູ່ໃນອັນດັບທີ 4 ຮອງຈາກ ສປ ຈີນ, ຫວຽດນາມ ແລະ ປະເທດໄທ ໃນມູນຄ່າການລົງທຶນ 785 ລ້ານໂດລາສະຫະລັດ ໃນ 291 ໂຄງການ, ມູນຄ່າການຄ້າສອງຝ່າຍປະມານ 200 ລ້ານໂດລາສະຫະລັດ ປີ 2014 ແລະ ໃນປີ 2014 ມີຈຳນວນ 104.000 ກວ່າຄົນ, ແຕ່ໃນ 5 ເດືອນຕົ້ນປີ 2015 ມີຈໍານວນ 76.667 ຄົນ. ທ່ານ ພົງສະຫວັດ ບຸບຜາ ໄດ້ເນັ້ນເຖິງການແລກປ່ຽນ ການຢ້ຽມຢາມ ລະຫວ່າງ ຜູ້ແທນຂອງສອງປະ ເທດ ໃນລະດັບຕ່າງໆ ໂດຍສ່ວນຫລາຍ ໄດ້ເນັ້ນເຖິງການຢ້ຽມຢາມຂອງ ທ່ານ ຈູມມະລີ ໄຊຍະສອນ ປະທານປະເທດ ແຫ່ງ ສປປ ລາວ ທ່ີໄດ້ໄປຢ້ຽມຢາມລັດຖະກິດ ໃນປີ 2013 ເຊິ່ງການພົບປະກັບປະທານາທິບໍດີ ປັກກຶນເຮ ແຫ່ງ ສ ເກົາຫລີ ໄດ້ມີການຕົກລົງຫລາຍບັນຫາ ເພື່ອເສີມຂະຫຍາຍສາຍພົວພັນ ລະຫວ່າງ ສອງປະເທດ ໂດຍສະເພາະການຊ່ວຍເຫລືອລ້າ, ການຊ່ວຍເຫລືອກໍ່ສ້າງ ຊັບພະຍາກອນມະນຸດ, ການໃຫ້ກູ້ຢືມທຶນໄລຍະຍາວ ດອກເບ້ຍຕໍ່າ ຂອງລັດຖະບານ ສ ເກົາຫລີ ເພື່ອນໍາໃຊ້ເຂົ້າໃນ ການສ້າງສາພັດທະນາ ເສດຖະກິດ-ສັງຄົມ ສປປ ລາວ ໂດຍສະເພາະໂຄງການສ້າງ ແລະ ຂະຫຍາຍມະຫາວິທະຍາໄລສຸພານຸວົງ, ໂຄງການກັນຕາຝັ່ງເຈື່ອນ, ການປະກອບສ່ວນໃນໂຄງການ ເກັບກູ້ລະເບີດບໍ່ທັນແຕກ, ໂຄງການພັດທະນາ ເພື່ອລຶບລ້າງຄວາມທຸກຍາກ ຂອງປະຊາຊົນລາວ ໂດຍຜ່ານໂຄງການ ເຊມາອຶນດົງ ຂອງ ສ ເກົາຫລີ ແລະ ໂຄງການອື່ນໆ.
ໃນພິທີສະເຫລີມສະຫລອງ ວັນສໍາຄັນດັ່ງກ່າວ ທ່ານ ຄໍາສວຍ ແກ້ວດາລາວົງ ກໍໄດ້ຍົກໃຫ້ເຫັນເຖິງ ການຮັດ ແໜ້ນ ແລະ ເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ໃນຮອບ 20 ປີ ທີ່ຜ່ານມາ ໂດຍສະເພາະ ການແລກປ່ຽນຄະນະຜູ້ແທນຢ້ຽມຢາມ ເຊິ່ງກັນ ແລະ ກັນ, ນັບແຕ່ຂັ້ນວິຊາການ ເຖິງຂັ້ນຜູ້ນໍາສູງສຸດ ອັນໄດ້ເຮັດໃຫ້ການຮ່ວມມື ທາງດ້ານເສດຖະກິດຂະຫຍາຍຕົວ ແລະ ພັດທະນາຢ່າງໄວວາ.

ທີ່ມາ ຂ່າວສານປະເທດລາວ

ຂປລ

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...