Homeມູມໄອທີລາວແອັບເປີ້ນ ຈະທົດສອບໜ້າຈໍໂຄ້ງແບບ OLED ຈາກຊຳຊຸງ ຄາດກຽມໃຊ້ກັບ iPhone ໃນປີ 2018

ແອັບເປີ້ນ ຈະທົດສອບໜ້າຈໍໂຄ້ງແບບ OLED ຈາກຊຳຊຸງ ຄາດກຽມໃຊ້ກັບ iPhone ໃນປີ 2018

Published on

​ຫລ້າ​ສຸດ ມີ​ລາຍ​ງານ​ວ່າ iPhone ເອງ ກໍ​ຈະໃຊ້​ຈໍ​ໂຄ້ງ​ແບບ OLED ດ້ວຍ​ເຊັ່ນ​ກັນ ແຕ່​ໜ້າ​ຈໍ​ດັ່ງ​ກ່າວ ຈະ​ຜະລິດ​ໂດຍ ຊຳ​ຊຸງ ແລະ​ຈະ​ເລີ່ມ​ທຳການ​ທົດສອບ​ໃນ​ເດືອ​ນພະ​ຈິ​ກ​ນີ້ ຄາດ​ວ່າ ຈະ​ເປີດ​ຕົວ​ກັບ iPhone ອີກ​ໃນ​ປີ 2018

ໂດຍ ຜູ້​ຜະລິດ ໜ້າ​ຈໍ​ໂຄ້ງ OLED ເທິງ Apple Watch ລາຍ​ຫລັກ​ແລະ​ລາຍ​ດຽວ​ຂອງ​ແອັບ​ເປີ້ນ​ໃນ​ຕອນ​ນີ້ ນັ້ນ​ກໍ​ຄື LG Display ຊຶ່ງ​ສາມາດ​ສ້າງ​ລາຍ​ໄດ້​ໃຫ້​ກັບ LG Display ເຖິງ 1.4 ລ້ານ​​ວອນ ຫລືປະມານ 1.012 ລ້ານກີບ ສະເພາະ​ປີ 2015 ປີ​ດຽວ​ເທົ່າ​ນັ້ນ ຊຶ່ງ​ບໍ່​ໜ້າ​ແປກ​ໃຈ​ວ່າ ເພາະ​ເຫດ​ໃດ ຊຳ​ຊຸງ ຈຶ່ງ​ຕ້ອງ​ການ​ເປັນ​ຜູ້​ຜະລິດ​ລາຍ​ຫລັກ​ໃຫ້​ກັບ ແອັບ​ເປີ້ນ ດ້ວຍ​ເຊັ່ນ​ກັນ

images_14460061541

ສ່ວນ​ຊິບ​ເຊັດ Apple A9 ທີ່​ໃຊ້​ກັບ iPhone 6S ແລະ iPhone 6S Plus ນັ້ນ ມີ​ຜູ້​ຜະລິດ​ລາຍ​ຫລັກ​ຄື TSMC ໃນ​ຂະນະ​ທີ່​ທາງ ຊຳ​ຊຸງ ກໍ​ສະເໜີ​ຕົວ​ຂໍ​ເປັນ​ຜູ້​ຜະລິດ​ດ້ວຍ​ເຊັ່ນ​ກັນ ເຮັດໃຫ້​ສຸດ​ທ້າຍ ຜູ້​ຜະລິດ​ຊິບ​ເຊັດ Apple A9 ມີ​ທັງ​ໝົດ 2 ລາຍ ນັ້ນ​ກໍ​ຄື TSMC ກັບ ຊຳ​ຊຸງ

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...