Homeຂ່າວເຫດການສະຫາຍ ດຣ.ຄໍາແພງ ໄຊສົມແພງ ໄດ້ຮັບເລືອກຕັ້ງເປັນເລຂາພັກ ກະຊວງແຮງງານຯ ຊຸດໃໝ່!

ສະຫາຍ ດຣ.ຄໍາແພງ ໄຊສົມແພງ ໄດ້ຮັບເລືອກຕັ້ງເປັນເລຂາພັກ ກະຊວງແຮງງານຯ ຊຸດໃໝ່!

Published on

phankham

ຂປລ. ພາຍຫລັງດຳເນີນມາເປັນເວລາ 1 ມື້, ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ຄັ້ງທີ V ໄດ້ອັດລົງ ດ້ວຍຜົນສຳເລັດຢ່າງຈົບງາມ ໃນວັນທີ 26 ຕຸລາ 2015 ນີ້, ໂດຍ ສະຫາຍ ​ພັນຄໍາ ວິພາ​ວັນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ພ້ອມດ້ວຍຜູ້ແທນສົມບູນ 125 ສະຫາຍ, ຍິງ 31 ສະຫາຍ ທີ່ຕາງໜ້າສະມາຊິກ ທົ່ວກະຊວງ ກວ່າ 300 ສະຫາຍ, ຍິງ 83 ສະຫາຍ ແລະ ຕາງໜ້າຄະນະ ບໍລິຫານງານພັກ ​ແຕ່​ລະ​ກະຊວງ ເຂົ້າຮ່ວມ.

ໂດຍກອງປະຊຸມໃຫຍ່ດັ່ງກ່າວ, ຜູ້ແທນໄດ້ເປັນເຈົ້າການ ຄົ້ນຄວ້າພິຈາລະນາຄືນ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງ ຄະນະພັກ ກະຊວງຜ່ານມາ ພ້ອມທັງ​ໄດ້ຮັບຮອງ ເອົາຄາດໝາຍສູ້ຊົນ ແລະ ໜ້າທີ່ວຽກງານ ໃນຊຸມປີຕໍ່ໜ້າ.

ເພື່ອບັນລຸເປົ້າໝາຍສຳຄັນດັ່ງກ່າວ, ຜູ້ແທນກອງປະຊຸມໃຫຍ່ ໄດ້ເລືອກຕັ້ງ ເອົາຄະນະບໍລິຫານງານພັກ ກະຊວງ 15 ສະຫາຍ, ຍິງ 2 ສະຫາຍ ແລະ ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະພາບກັນ ເລືອກເອົາສະຫາຍ ດຣ. ຄໍາ​ແພງ ​ໄຊ​ສົມ​ແພງ ເປັນເລຂາຄະນະບໍລິຫານງານພັກກະຊວງ, ສະຫາຍນາງ ​ໃບ​ຄໍາ ຂັດ​ທິຍະ ເປັນຮອງເລຂາຄະນະບໍລິຫານງານພັກ, ສະຫາຍ ດຣ. ຄໍາ​ແກ້ວ ສານ​ບຸນຄຸນ​ໄຊ ເປັນປະທານກວດກາພັກ, ສ່ວນຮອງ ປະທານກວດກາພັກ ປະກອບມີ ສະຫາຍ ສອນ​ໄຊ ​ໃບ​ຍາ​ວົງ, ສະຫາຍ  ສະຫລອງ ມະນີ​ວັນ, ພ້ອມດຽວກັນ ກໍໄດ້ເລືອກເອົາຜູ້ແທນສົມບູນ 5 ສະຫາຍ  ໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ທີ່ຈະໄຂຂຶ້ນໃນຕໍ່ໜ້າ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...