Homeມູມໄອທີລາວວິທີ Downgrade ຈາກ iOS 9.0 ກັບໄປ iOS 8.4.1 ເທິງ iPhone, iPad, iPod...

ວິທີ Downgrade ຈາກ iOS 9.0 ກັບໄປ iOS 8.4.1 ເທິງ iPhone, iPad, iPod Touch

Published on

ແມ່ນ​ວ່າແອັບ​ເປີ້ນ​ອອກ​ມາ​ປະ​ກາດ​ວ່າ​ມີ​ຄົົນທີ່​ອັບ​ເດດ​ເຄື່ອງ​ໄປ​ເປັນ iOS 9 ແລ້ວ​ຫລາຍກວ່າ 50% ຂອງ​ຜູ້​ໃຊ້​ທັງ​ໝົດ ຈົນ​ເປັນ iOS ເວີລ໌​ຊັນ​ທີ່​ມີ​ຜູ້​ອັບ​ເດດ​ຂຶ້ນ​ໄປ​ໄວ​ທີ່ສຸດ​ຕັ້ງ​ແຕ່​ເຄີຍ​ມີ​ມາ ແຕ່​ກໍ​ຍັງມີ​ຫລາຍ​ຄົົນທີ່​ບໍ່ມັກ ແລະ​ຢາກ​ຈະ​ກັບ​ໄປ iOS 8.4.1 ມື້​ນີ້​ເຮົາ​ມີ​ວິທີ​ມາ​ຝາກ​

ກຽມ​ເຄື່ອງ​ກ່ອນ Downgrade

ຄອມພິວເຕີ ທີ່​ລົງ​ໂປ​ຣແກຣມ iTunes ເວີລ໌​ຊັນ​ຫລ້າ​ສຸດ​ເອົາ​ໄວ້

ເຄື່ອງ iPhone, iPad, iPod Touch ທີ່​ໃຊ້ iOS 9.0

ໂຫລດ​ໄຟລ໌ Firmware ເວີລ໌​ຊັນ 8.4.1 ເອົາ​ໄວ້

Backup ຂໍ້​ມູນ​ທີ່​ເຄີຍ​ເກັບ​ໄວ້​ຕອນ​ເວີລ໌​ຊັນ 8.4.1 (ຖ້າ​ບໍ່​ເຄີຍ​ເກັບ Backup ໄວ້​ແນະ​ນຳ​ໃຫ້​ອ່ານ​ຄຳ​ເຕືອນ​ດ້ານ​ລຸມ​ນີ້)

ຄຳ​ເຕືອນ​ກ່ອນ Downgrade

Backup ທີ່​ເຮົາ​ເກັບ​ໄວ້​ຂອງ​ເວີລ໌​ຊັນ 9.0 ຈະ​ບໍ່​ສາມາດ​ນຳ​ມາ​ໃຊ້​ກັບ 8.4.1 ໄດ້ ເພາະ​ເປັນ​ເວີລ໌​ຊັນ​ທີ່​ໃໝ່​ກວ່າ

ນັ້ນ​ໝາຍ​ຄວາມ​ວ່າ ຖ້າ​ເຈົ້າ​ບໍ່​ເຄີຍ​ທຳການ Backup ຂໍ້​ມູນ​ຕອນ​ທີ່​ໃຊ້​ເວີລ໌​ຊັນ 8.4.1 ເອົາ​ໄວ້​ເລີຍ ຖ້າ​ທຳການ Downgrade ກັບ​ຈາກ 9.0 ມາ 8.4.1 ເຈົ້າ​ຈະ​ໄດ້​ເຄື່ອງ​ເປົ່າ​ໆ ບໍ່​ມີ​ຂໍ້​ມູນ​ຢູ່ໃນ​ນັ້ນ

ແຕ່​ຖ້າ​ເຈົ້າ​ເຄີຍ​ມີ Backup ຂອງ​ເວີລ໌​ຊັນ 8.4.1 ເອົາ​ໄວ້​ໃນ​ເຄື່ອງ ກໍ​ສາມາດ Downgrade ແລ້ວ​ນຳ​ຂໍ້​ມູນ​ຈາກ Backup ນັ້ນ​ມາ​ໃຊ້​ໄດ້

untitled-3

ວິທີ Downgrade ຈາກ iOS 9.0 ມາ iOS 8.4.1

ເປີດ iPhone, iPad ຫລື iPod Touch ແລ້ວ​ສຽບ​ສາຍ Sync ເຂົ້າ​ກັບ​ຄອມພິວເຕີ

ເປີດ​ໂປ​ຣແກຣມ iTunes ເວີລ໌​ຊັນ​ຫລ້າ​ສຸດ

ທຳການ Backup ຂໍ້​ມູນ​ທັງ​ໝົດ​ກ່ອນທີ່ຈະ Downgrade

ກົດ​ເຂົ້າ Recovery Mode ໂດຍ​ເຮັດ​ຕາມ​ຂັ້ນ​ຕອນ​ດັ່ງ​ນີ້

ປິດ​ເຄື່ອງ ໂດຍ​ກົດ​ທີ່​ປຸ່ມ Power ຄ້າງ​ໄວ້ ແລ້ວ Slide to Power Off

ກົດ​ປຸ່ມ Power ຄ້າງ​ໄວ້ 3 ວິ​ນາ​ທີ​ເພື່ອ​ເປີດ​ເຄື່ອງ

ຈາກ​ນັ້ນ​ປ່ອຍ​ປຸ່ມ Power ແລ້ວ​ກົດ​ປຸ່ມ Home ຄ້າງ​ໄວ້​ອີກ 10 ວິ​ນາ​ທີ ຫລື​ຈົນ​ກວ່າ​ຈະ​ຂຶ້ນ​ໂລ​ໂກ້​ຮູບ​ສຽບ​ສາຍ​ກັບ iTunes ເທິງ​ໜ້າ​ຈໍ

ຖ້າ​ເຮັດ​ແລ້ວ​ບໍ່​ມີ​ໜ້າ​ຈໍ​ດັ່ງ​ກ່າວ​ຂຶ້ນ​ມາ ໃຫ້​ກັບ​ໄປ​ເລີ່ມ​ຂໍ້​ທຳອິດ​ຂອງ​ການເຮັດ Recovery Mode ໃໝ່

untitled-4

ຖ້າ​ຂຶ້ນ​ໜ້າ​ຕ່າງ​ເຕືອນ ໃຫ້​ກົດ​ໄປ​ທີ່ Cancel

untitled-5

ເມື່ອ​ເຂົ້າ Recovery Mode ແລ້ວ ກົດ​ປຸ່ມ Shift ຄ້າງ​ໄວ້ (ຖ້າ​ເທິງ​ແມັກບຸກໃຫ້​ກົດ​ປຸ່ມ Alt ຄ້າງ​ໄວ້) ແລ້ວ​ເລືອກ​ໄປ​ທີ່ Restore

ຈາກ​ນັ້ນ​ເລືອກ​ໄຟລ໌ Firmware iOS 8.4.1 ທີ່​ໂຫລດ​ມາ​ເກັບ​ໄວ້

ລໍຖ້າ​ປະ​ມານ 20 ນາ​ທີ ກໍ​ຈະ​ໄດ້​ເຄື່ອງ​ກັບ​ມາ​ເປັນ iOS 8.4.1 ແລ້ວ

yosemite_itunes12_iphone_restore_from_backup

 

ຖ້າ​ໃຜ​ທີ່​ມີ Backup ຂອງ​ເວີລ໌​ຊັນ 8.4.1 ເກັບ​ໄວ້​ເທິງ​ຄອມພິວເຕີ ກໍ​ສາມາດ​ເລືອກ​ເອົາ​ຂໍ້​ມູນ​ຈາກ Backup ນັ້ນ​ໄດ້​ເລີຍ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...