spot_img
Homeມູມໄອທີລາວຄລິບຢືນຢັນການເຈລເບຣກ (Jailbreak) ເຮັດໃຫ້ iPhone ຊ້າລົງ!

ຄລິບຢືນຢັນການເຈລເບຣກ (Jailbreak) ເຮັດໃຫ້ iPhone ຊ້າລົງ!

Published on

ສາ​ເຫດ​ຫລັກ​ທີ່​ທາງ ແອບ​ເປີນ ບໍ່​ແນະ​ນຳ​ໃຫ້​ຜູ້​ໃຊ້ iOS ທຳການເຈລ​ເບ​ຣກ (Jailbreak) ເຄື່ອງ ເປັນ​ເພາະ​ມີ​ຜົນ​ກະທົບ​ຕໍ່​ການ​ປະ​ມວນ​ຜົນ​ນັ້ນ​ເອງ ແຕ່​ເຫດຜົນ​ນີ້ ຈະ​ເປັນ​ຄວາມ​ຈິງ ຫລື​ເປັນ​ພຽງແຕ່​ຄຳ​ເວົ້າ​ທີ່ ແອບ​ເປີນ ຕ້ອງ​ການ​ໃຫ້​ຜູ້​ໃຊ້​ຫລົງ​ເຊື່ອ​ກັນ​ແທ້ ຫລ້າ​ສຸດ ທາງ  iAppleBytes ໄດ້​ເຮັດ​ຄລິບ​ວີ​ດີ​ໂອ​ທົດສອບ ເພື່ອ​ພິສູດ​ຄວາມ​ຈິງ​ດັ່ງ​ກ່າວ​ແລ້ວ

1

ໂດຍ iAppleBytes ໄດ້​ນຳ iPhone 5S ທີ່​ຫລິ້ນ iOS 9.0.2 ມາ​ປຽບທຽບ​ກັນ ໂດຍ​ເຄື່ອງ​ທຳອິດ ເປັນ​ເຄື່ອງ​ປົກກະຕິ ສ່ວນ​ອີກ​ເຄື່ອງ ຜ່ານ​ການ​ເຈລ​ເບ​ຣກ​ໂດຍ​ເຄື່ອງ​ມື Pangu ທີ່​ຫາກໍ່​ປ່ອຍ​ໃຫ້​ດາວ​ໂຫລດ​ກັນ​ແບບ​ສົດໆ ຮ້ອນ​ໆ

ຜົນ​ປາກົດ​ວ່າ iPhone 5S ທີ່​ບໍ່​ໄດ້​ຜ່ານ​ການເຈລເບຣກນັ້ນ ປະ​ມວນ​ຜົນ​ໄດ້​ວ່ອງໄວ​ກວ່າ iPhone 5S ອີກ​ເຄື່ອງ​ທີ່​ຜ່ານ​ການ​ເຈລເບຣກ Pangu ມາທັງ​ການ​ເປີດ​ເຄື່ອງ ທີ່​ກິນ​ເວລາ​ພຽງ 38.8 ວິ​ນາ​ທີ ຜິດ​ກັບ​ເຄື່ອງ​ທີ່​ຜ່ານ​ການ​ເຈລເບຣກ ທີ່​ກິນ​ເວລາ​ດົນ​ເຖິງ 51.2 ວິ​ນາ​ທີ ລວມ​ໄປ​ເຖິງ​ການ​ໃຊ້​ງານ​ດ້ານ​ອື່ນໆ ເຊັ່ນ ການ​ເປີດ​ແອັບ​ພິ​ເຄ​ຊັນ, ລະບົບ Multitasking ລວມ​ໄປ​ເຖິງ Siri ອີກ​ດ້ວຍ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...