Homeຂ່າວການສຶກສາຜູ້ແທນຂັ້ນສູງຂອງລາວ ຮ່ວມຫາລືສ້າງແຜນພັດທະນາການສຶກສາ ສາກົນຂັ້ນພື້ນຖານທີ່ອາເມຣິກາ

ຜູ້ແທນຂັ້ນສູງຂອງລາວ ຮ່ວມຫາລືສ້າງແຜນພັດທະນາການສຶກສາ ສາກົນຂັ້ນພື້ນຖານທີ່ອາເມຣິກາ

Published on

ຄະນະຜູ້ແທນຂັ້ນສູງ ກະຊວງສຶກສາທິການ ແລະ ກິລາລາວ ນຳໂດຍ ທ່ານ ລີຕູ້ ບົວປາວ ລັດຖະມົນຕີຊ່ວຍວ່າ ການກະຊວງສຶກສາທິການ ແລະ ກິລາ, ກຳມະການກອງທຶນສາກົນເພື່ອການສຶກສາ, ຜູ້ຕາງໜ້າ 9 ປະເທດຈາກຂົງເຂດ ອາຊີ-ປາຊີຟີກ ໄດ້ໄປຮ່ວມກອງປະຊຸມປຶກສາຫາລືການສ້າງແຜນການພັດທະນາການສຶກສາຂອງຄະນະບໍລິຫານງານກອງທຶນສາກົນເພື່ອການສຶກສາ ທີ່ນະຄອນຫຼວງວໍຊິງຕັນ ສະຫະລັດອາເມຣິກາ ລະຫວ່າງວັນທີ 14-16 ຕຸລາ ຜ່ານມາ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ນາງ ຈູລີເອຍ ກີຢາ ອະດີດນາຍົກລັດຖະມົນຕີແຫ່ງປະເທດອົດສະຕາລີ, ປະທານກອງທຶນສາກົນເພື່ອການສຶກສາ, ມີບັນດາກຳມະການກອງທຶນສາກົນເພື່ອການສຶກສາ ທີ່ເປັນຜູ້ຕາງໜ້າໃຫ້ຜູ້ໃຫ້ທຶນຂອງແຕ່ລະຂົງເຂດໃນ ອາຊີ-ປາຊີຟີກ, ອາຟຣິກາ, ອາເມຣິກາລາຕີນ ແລະ ບັນດາອົງການຈັດຕັ້ງສັງຄົມເຂົ້າຮ່ວມ.
ການຈັດກອງປະຊຸມປຶກສາຫາລືຄັ້ງນີ້ ແມ່ນເພື່ອພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ການປະເມີນຜົນການປະຕິບັດວຽກງານຂອງຄະນະບໍລິຫານງານກອງທຶນສາກົນເພື່ອການສຶກສາ, ນັບທັງຂໍ້ສະເໜີແນະຂອງທີມງານການປະເມີນ, ຕົວແບບການປະຕິບັດງານຂອງຄະນະບໍລິຫານງານກອງທຶນສາກົນເພື່ອການສຶກສາ, ການປັບປຸງແຜນຍຸດທະສາດການພັດທະນາການສຶກສາໃຫ້ສອດຄ່ອງກັບເປົ້າໝາຍ 4 ຂອງເປົ້າໝາຍການພັດທະນາແບບຍືນຍົງ, ການແລກປ່ຽນບົດຮຽນ ແລະ ພຶດຕິກໍາທີ່ດີເລີດໃນການວາງແຜນພັດທະນາການສຶກສາ, ການກຳນົດວິໄສທັດ, ພາລະບົດບາດ, ຈຸດປະສົງ, ຄາດໝາຍ ແລະ ຫຼັກການ ລວມທັງທິດສະດີແຫ່ງການປ່ຽນແປງໃໝ່ທີ່ເນັ້ນຜົນໄດ້ຮັບເປັນຫຼັກ ເພື່ອປະຕິບັດຈຸດປະສົງ ແລະ ເປົ້າໝາຍການສຶກສາແບບຍືນຍົງໃຫ້ “ຮັບປະກັນການສຶກສາຮຽນຮ່ວມທີ່ມີຄຸນະພາບ, ເປັນທຳ ແລະ ຕະຫຼອດຊີວິດ”. ສຳລັບທຸກຄົນ, ການລະດົມທຶນຈາກແຫຼ່ງຕ່າງໆມາຮັບໃຊ້ການພັດທະນາການສຶກສາຂັ້ນພື້ນຖານເປັນຫຼັກ ທັງໃຫ້ຄວາມສຳຄັນແກ່ການສຶກສາກ່ອນໄວຮຽນຢ່າງນ້ອຍ 1 ປີ ແລະ ມັດທະຍົມສຶກສາຕອນປາຍນັບທັງກໍລະນີສຸກເສີນ.
ນອກຈາກນີ້, ກອງປະຊຸມຍັງໄດ້ເປັນເອກະສັນກັນຮັບຮອງເອົາເນື້ອໃນຕ່າງໆດັ່ງກ່າວນັ້ນ ເພື່ອນຳໄປຜ່ານກອງປະຊຸມຄະນະບໍລິຫານງານກອງທຶນສາກົນເພື່ອການສຶກສາ ທີ່ຈະຈັດຂຶ້ນໃນຕົ້ນເດືອນ ທັນວາ 2015 ທີ່ປະເທດເຊເນການ ທະວີບອາຟຣິກາ.
12066024_1677840732429100_4405008896237357760_n

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...