Homeຂ່າວຕ່າງປະເທດຈີນທຸ້ມເງິນ 46 ຕື້ໂດລາ ເຂົ້າພັດທະນາພະລັງງານນິວເຄລຍຢູ່ອັງກິດ!

ຈີນທຸ້ມເງິນ 46 ຕື້ໂດລາ ເຂົ້າພັດທະນາພະລັງງານນິວເຄລຍຢູ່ອັງກິດ!

Published on

EyWwB5WU57MYnKOuXoey4R5RN2BBn6TMqS4szzZtYsQ5NtFSdJ3L6y

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 22 ຕຸລານີ້ວ່າ ປະທານາທິບໍດີ ສີຈິ້ນຜິງ ແຫ່ງສາທາລະນະລັດປະຊາຊົນຈີນ ໄດ້ພົບປະຫາລືກັບ ນາຍົກລັດຖະມົນຕີ ເດວິດ ກາເມຣອນ ແລະ ບັນດານັກທຸລະກິດ ທີ່ນະຄອນຫລວງລອນດອນ ໃນວັນທີ 21 ຕຸລາຜ່ານມາ ຊຶ່ງເປັນມື້ທີສອງຂອງການຢ້ຽມຢາມ ສະຫະຣາຊະອານາຈັກ ຫລື ອັງກິດຢ່າງເປັນທາງການຂອງຜູ້ນຳຈີນ.  ໂດຍການພົບປະຄັ້ງນີ້ ໄດ້ມີການລົງນາມໃນ ຂໍ້ຕົກລົງດ້ານພະລັງງານນິວເຄລຍ ລະຫວ່າງສອງປະເທດ ໂດຍຝ່າຍຈີນ ຈະສະໜັບສະໜູນດ້ານການເງິນ ມູນຄ່າ 46 ຕື້ໂດລາສະຫະລັດ ໃນການເຂົ້າຖືຮຸ້ນປະມານ  30% ເພື່ອລົງທຶນໃນໂຄງການໂຮງໄຟຟ້າ ພະລັງງານນິວເຄລຍ ພາຍໃນປະເທດອັງກິດ ຊຶ່ງມີກຳນົດກໍ່ສ້າງສຳເລັດ ພາຍໃນປີ 2025.

Britain's Chancellor Geroge Osborne and China's Yu Guangzhou sign an agreement at Number 10 Downing Street in London

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...