spot_img
Homeຂ່າວຕ່າງປະເທດທ່ານ ອັດຊາດ ຜູ້ນຳຊີຣີ ຢ້ຽມຢາມຣັດເຊຍ ຂະນະທີ່ສະຫະລັດຯ ຕຳນິລັດຖະບານປູຕິນຮຸນແຮງ!

ທ່ານ ອັດຊາດ ຜູ້ນຳຊີຣີ ຢ້ຽມຢາມຣັດເຊຍ ຂະນະທີ່ສະຫະລັດຯ ຕຳນິລັດຖະບານປູຕິນຮຸນແຮງ!

Published on

EyWwB5WU57MYnKOuXoey4DkdUD9uXbqSsdO2PwsNQgODDO6VCafwH5

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 22 ຕຸລານີ້ວ່າ ທ່ານ ບາຊາ ອັນ-ອັດຊາດ ປະທານາທິບໍດີຊີຣີ ໄດ້ເດີນທາງຢ້ຽມຢາມປະເທດຣັດເຊຍ ໃນວັນພຸດທີ 21 ຕຸລາຜ່ານມາ ໂດຍໄດ້ເຂົ້າພົບປະກັບ ທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ທີ່ນະຄອນຫລວງມົດສະກູ ຊຶ່ງຖືເປັນການເດີນທາງຢ້ຽມຢາມຕ່າງປະເທດ ຄັ້ງທຳອິດຂອງຜູ້ນຳຊີຣີ ນັບຕັ້ງແຕ່ເກີດສົງຄາມກາງເມືອງໃນປະເທດຕົນ ຕັ້ງແຕ່ປີ 2011 ເປັນຕົ້ນມາ ໂດຍການຢ້ຽມຢາມດັ່ງກ່າວນີ້ ເກີດຂຶ້ນໃນລະຫວ່າງທີ່ຣັດເຊຍ ດຳເນີນນະໂຍບາຍຊ່ວຍເຫລືອ ແກ່ລັດຖະບານຊີຣີ ເພື່ອປາບປາມກຸ່ມກໍ່ການຮ້າຍລັດອິດສະລາມ ຫລື ໄອເອັສ.

ທ່ານ ອີຣິກ ຊູດ ໂຄສົກທຳນຽບຂາວ ແຫ່ງ ສະຫະລັດອາເມຣິກາ ໄດ້ອອກມາຕຳໜິ ແລະ ວິພາກວິຈານລັດຖະບານຣັດເຊຍຢ່າງຮຸນແຮງ ຕໍ່ກັບການຕ້ອນຮັບຜູ້ນຳຊີຣີໃນຄັ້ງນີ້ ໂດຍລັດຖະບານສະຫະລັດອາເມຣິກາເຫັນວ່າ ທ່ານ ອັດຊາດ ເປັນຜະເດັດການໃຊ້ອຳນາດຂ້າປະຊາຊົນຕົນເອງ, ໃນຂະນະທີ່ ເຈົ້າໜ້າທີ່ກະຊວງການຕ່າງປະເທດຣັດເຊຍ ກໍໄດ້ອອກມາຕອບໂຕ້ວ່າ ບໍ່ແມ່ນເລື່ອງປະຫລາດໃຈອັນໃດ ຕໍ່ການມາຢ້ຽມຢາມຣັດເຊຍຂອງ ທ່ານ ອັດຊາດ ແຕ່ປະເດັນສຳຄັນທີສະຫະລັດເອງມີຄວາມກັງວົນ ແມ່ນການທີ່ຣັດເຊຍ ຈະຍັງຄົງສືບຕໍ່ໃຫ້ການສະໜັບສະໜູນທາງການທະຫານ ໃນປະເທດຊີຣີຕໍ່ໄປ.

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...