spot_img
Homeຂ່າວພາຍ​ໃນກອງປະກວດນາງສາວລາວ 2015 ຊີ້ແຈງ ຄັດເລືອກຢ່າງເປັນທຳ ບໍ່ມີການຊື້ຈ້າງໃດໆ!

ກອງປະກວດນາງສາວລາວ 2015 ຊີ້ແຈງ ຄັດເລືອກຢ່າງເປັນທຳ ບໍ່ມີການຊື້ຈ້າງໃດໆ!

Published on

Miss lao 2015

​ຄະນະ​ຮັບຜິດຊອບ​ໂຄງການ​ປະ​ກວດ​ນາງ​ສາວ​ລາວ 2015 ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ໜັງສືພິມ​ລາວ​ພັດທະນາ​ ເມື່ອ​ວັນ​ທີ 20 ຕຸລາ​ນີ້, ​ຕໍ່​ກັບ​ກໍລະນີທີ່ມີ​ກະ​ແສ​ວິພາກ​ວິຈານ ຈາກ​​ມວນ​ຊົນຢ່າງ​ຫລວງຫລາຍວ່າ : ຕົ້ນ​ອາທິດ​ຜ່ານ​ມານີ້ ກອງ​ປະ​ກວດນາງ​ສາວ​ລາວ 2015, ​ໄດ້​ຈັດການ​ຄັດ​ເລືອກ​ຮອບ​ທີ 2 ຂຶ້ນ, ​ເຊິ່ງມີ​ສາວ​ງາມ​ຈາກ​ທົ່ວ​ປະ​ເທດ​ເຂົ້າ​ຮ່ວມ 39 ຄົນ, ມີ​ຄະນະ​ກຳມະການ 5 ທ່ານເຂົ້າ​ຮ່ວມ​ຕັດສິນ​ໃນ​ຮອບ​ດັ່ງກ່າວ, ​ເພື່ອເລືອກ​​ເອົາສາວ​ງາມ​ 20 ຄົນ​ສຸດ​ທ້າຍ​ເຂົ້ານັ້ນ ບໍ່​ຍຸຕິ​ທຳ, ບາງ​ຄົນ​ງາມ​ແຕ່​ບໍ່​ໄດ້​ຮັບ​ຮັບ​ການ​ຄັດ​ເລືອກ ​ແລະ ອື່ນໆ ​ເຊ່ິງຕໍ່​ບັນຫາ​ນີ້​ຮອບ​ຊີງ​ຊະນະ​ເລີດ ​ທາງ​ຄະນະ​ກຳມະການ​ໄດ້​ຢືນຢັນ​ວ່າ: ​ໄດ້ມີ​ການ​ຄັດ​ເລືອກ ​ແລະ ຕັດສິນ​ດ້ວຍ​ຄວາມ​ຍຸຕິ​ທຳ ​ແລະ ​ໃຫ້​ຄະ​ແນນ​ຕາມ​ເງື່ອນ​ໄຂ​ທຸກ​ຂັ້ນ​ຕອນ, ພ້ອມ​ທັງປະຕິບັດ​ຕາມ​ລະບຽບ​ການ​ທີ່​ເຄີຍ​ເຮັດ​ຜ່າ​ນມາ​ໃນ​ທຸກໆ​ປີ​ຕາມ​ມາດຕະຖານ ຄວາມ​ສູງ, ຄວາມ​ງາມ, ບຸກຄະ​ລິກດີ, ຄວາມ​ຮູ້, ຄວາ​ມສາມາດ, ມະນຸດ​ສຳພັນ​ດີ ​ແລະ ນອກຈາກ​ນີ້ ​ສາວ​ງາມ ​ຍັງຕ້ອງ​ມີ​ຄວາມ​ສາມາດຕອບ​ຄຳ​ຖາມທີ່​ທາງ​ຄະນະ​ກຳມະການ​ຕັ້ງ​ຂຶ້ນ ​ເພື່ອ​ຊ່ວຍ​​ໃຫ້ການ​ຄັດ​ເລືອກ​ເອົາ​ນາງ​ສາວ​ງາມ ທັງ 20 ຄົນ​​ໄດ້​ດີຂຶ້ນຕື່ມ​ ​ແລະ ຄະນະ​ກຳມະການ​ໃຫ້​ຮູ້​ອີກ​ວ່າ: ສາວ​ງາມ​ທັງ 20 ຄົນ​ທີ່​ຜ່ານ​​ເຂົ້າ​ຮອບສຸດ​ທ້າຍ​ນີ້ ​ແມ່ນ​ມີ​ຄວາມ​​ສາມາດ ​ແລະ ​ເໝາະ​ສົມ​ທີ່​ຈະ​ຜ່ານ​ເຂົ້າ​ຮ່ວມ​ສຸດ​ທ້າຍ​ຫລາຍ​ທີ່​ສຸດ ​ແລະ ການ​ຄັດ​ເລືອກ​ຄັ້ງ​ນີ້ ​ແມ່ນ​ເລືອກດ້ວຍ​ຄວາມ​​ເປັນ​ທຳ​ ​ແລະ ບໍ່​ມີ​​ໄດ້​ມີ​ການ​ຊື້​ຈ້າງ​ໃດໆ​ທັງ​ສິ້ນ.

ໃນ​ໄລຍະ​ນີ້ ສາວ​ງາມ​ຈຳນວນ 20 ຄົນ ​ແມ່ນ​ໄດ້​ເກັບ​ໂຕເຮັດ​ກິດຈະກຳ​ຮ່ວມ​ກັບ​ກອງ​ປະ​ກວດ​ຢ່າງ​ຕໍ່​ເນື່ອງ​​ເປັນ​ຕົ້ນ ​ການຖ່າຍຮູບ​ໂພດ​ເຕີ້ ​ຢູ່​ເດີ່ນ​ພະທາດ​ຫລວງ​, ​ຖ່າຍວີທີ​ອາ ແນະນຳ​ຕົນ​ເອງ ຢູ່ສະ​ໜາມ​ກ໋ອບ ​ແລະ ຈະ​ໄດ້​ເດີນທາງ​ໄປຢ້ຽມຢາມສະຖາບັນ​ການ​ສຶກສາ, ສະຖານ​ທີ່ສັກສິດ ​ແລະ ສຳຄັນຕ່າງໆນະຄອນຫລວງ​ວຽງຈັນ, ພ້ອມໄດ້​ນຳພາ​ສາວ​ງາມ​ທັງ 20 ຄົນ​ລົງໄປ​ຢ້ຽມຢາມ​ສວນກາ​​ເຟ ທີ່​ແຂວງ​ຈຳປາ​ສັກ ແລະ ​ຈະ​ມີ​ການຝຶກຊ້ອມຍ່າງຢູ່​ເທີ​ງ​ເວທີ​, ບຸກຄະ​ລິກ​ໃນ​ການວາງ​ໂຕ, ການ​ເວົ້າຈາ, ​ການ​ແຕ່ງ​ໜ້າດ້ວຍ​ຕົນ​ເອງ ​ແລະ ​ໃນ​ອາທິດ​ສຸດ​ທ້າຍຈະ​ມີ​ການ​ເກັບ​ໂຕ ເພື່ອ​ກຽມ​ຄວາມ​ພ້ອມ​ໃຫ້​ການ​ປະ​ກວດ​ຮອບ​ສຸດ​ທ້າຍ​ເຊ່ິງຈະຈັດ​ຂຶ້ນໃນ​ທ້າຍ​ເດືອນ​ພະຈິກ​ນີ້.

ສຳລັບ​ການ​ສົ່ງ​ກຳລັງ​ໃຈ​ ​ແລະ ​ໂຫວດ​ໃຫ້​ຄະ​ແນນສາວ​ງາມທັງ 20 ຄົນ​ດັ່ງກ່າວ​ໄດ້​ໂດຍ​ການ ພິມ​ M ຕາມ​ດ້ວຍ​ໝາຍ​ເລກ​ຂອງ​ນາງ​ສາວ ​ແລ້ວ​ສົ່ງ​ໄປ​​ເບີ 1481 ຂອງ​ເຄືອ​ຂ່າຍ​ລາວ​ໂທລະ​ຄົມ ​ແລະ ​ອີ​ທີ​ເອວ​ໄດ້​ທຸກ​ເວລາ ​ແລະ ​ຕິດຕາມ​ການ​ເຄື່ອນ​ໄຫວ​ຂອງ ​ເຂົາ​ເຈົ້າໄດ້​ທີ່​ເຟສບຸກ ​ໂດຍ​ການພິມ​ຄຳ​ວ່າ: ນາງສາວລາວ Miss laos 2015.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...