spot_img
Homeຂ່າວເຫດການຜົນສຳເລັດ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວ ທົ່ວປະເທດ ຄັ້ງທີ VII

ຜົນສຳເລັດ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວ ທົ່ວປະເທດ ຄັ້ງທີ VII

Published on

choum1

ຂປລ. ກອງ​ປະຊຸມ​ໃຫຍ່ຜູ້​ແທນ​ແມ່ຍິງ​ລາວ ທົ່ວ​ປະ​ເທດ ​ຄັ້ງທີ VII ທີ່​ດຳ​ເນີນ​ມາ​ເປັນ​ເວລາ 2 ວັນ ​ໄດ້​ປິດ​ລົງ​ດ້ວຍ​ຜົນສຳ​ເລັດ ​ອັນ​ຈົບງາມ ​ໃນ​ວັນ​ທີ 21 ຕຸລາ 2015, ພາຍໃຕ້ການເປັນປະທານ ຂອງທ່ານ ນາງ ສີໃສ ລືເດດມູນສອນ ກຳມະການ ສູນກາງພັກ, ປະທານສູນກາງ ສະຫະພັນແມ່ຍິງລາວ, ກອງປະຊຸມ ໄດ້ຮັບ​ກຽດ​ເຂົ້າຮ່ວມ ​ແລະ ​ໂອ້​ລົມ​ຂອງ ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ ​ເລຂາ​ທິການ​ໃຫຍ່ ຄະນະ​ບໍລິຫານ​ງານສູນ​ກາງ​ພັກ, ປະທານ​ປະ​ເທດ​ແຫ່ງ ສປປ ລາວ. ກອງ​ປະຊຸມ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ ​ເລືອກ​ເອົາ​ຄະນະ​ບໍລິຫານ​ງານ ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ ສະ​ໄໝ​ທີ VII ຈຳນວນ 53  ທ່ານ,​ ກອງປະຊຸມ ຄັ້ງປະຖົມມະລຶກ ໄດ້ເປັນເອກະພາບເລືອກຕັ້ງເອົາ ທ່າ​ນ ດຣ ນາງ ອິນລາວັນ ແກ້ວບຸນພັນ ເປັນປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ແລະ ເລືອກເອົາຮອງປະທານ ຈຳນວນ 4 ທ່ານ ຄື: ທ່ານນາງ ບັນດິດ ປະທຸມວັນ, ທ່ານາງ ທຸມມາລີ ວົງພະຈັນ, ທ່ານນາງ ບົວຈັນ ສີຫານາດ, ທ່ານນາງ ສິລິກິດ ບຸບຜາ.

ຕະຫລອດໄລຍະ 2 ວັນ ກອງປະຊຸມດຳເນີນ ດ້ວຍບັນຍາກາດຟົດຟື້ນ ແລະ ດ້ວຍຄວາມຮັບຜິດຊອບສູງ ເຊິ່ງໄດ້ເປັນເອກະພາບ ຮັບຮອງເອົາ ບົດລາຍງານ ການເມືອງ ຂອງຄະນະບໍລິຫານງານສູນກາງ ສະຫະພັນແມ່ຍິງ ສະໄໝທີ VI, ຮັບຮອງເອົາທິດທາງ ວຽກງານໃນ 5 ປີຕໍ່ໜ້າ ເຊິ່ງມີ 6 ຄາດໝາຍສູ້ຊົນ ແລະ 8 ທິດທາງລວມ, ຮັບຮອງເອົາວິໄສທັດພັດທະນາແມ່ຍິງ ຮອດປີ 2030 ແລະ ຍຸດທະສາດ ຮອດປີ 2025 ເຊິ່ງມີ 8 ແຜນງານ, 34 ໂຄງການພັດທະນາແມ່ຍິງ, ຮັບຮອງເອົາກົດລະບຽບ ຂອງສະຫະພັນແມ່ຍິງ ຕິດພັນກັບຄຳຂວັນ ຂອງສະຫະພັນແມ່ຍິງລາວ ຄື: “ພັດທະນາ ຄວາມສະເໝີພາບ ຍິງ-ຊາຍ ຕິດພັນກັບ ການພັດທະນາປະເທດຊາດ” ແລະ ຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ “ພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີ”

ໃນ ​ໂອກາດ​​ໂອ້​ລົມ​, ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ ຕໍ່​ຜົນງານ​ທີ່​ຄະນະ​ ສະຫະພັນ​ແມ່ຍິງ​ລາວ​ ຍາດ​ມາ​ໄດ້​ໃນ​ຕະຫລອດ​ໄລຍະ 5 ປີ ​ໂດຍ​ໄດ້​ຕັ້ງໜ້າ​ ຜັນ​ຂະຫຍາຍ​ມະຕິ​ຂອງ​ພັກ ​ມາ​ເປັນ 6 ​ແຜນ​ງານ, 32 ​ໂຄງການ​ພັດທະນາ​ແມ່ຍິງ ທີ່​ຕິດ​ພັນ​ກັບ​ການ​ພັດທະນາ ​ເສດຖະກິດ-ສັງຄົມ ​ຂອງ​ຊາດ, ສະຫະພັນ​ແມ່ຍິງ ​ແຕ່ລະ​ຂັ້ນ​ໄດ້​ເປັນ​ເຈົ້າການ​ສຶກສາ​ອົບຮົມ, ​ເຕົ້າ​ໂຮມ​ຄວາມ​ສາມັກຄີ ​ແລະ ປຸກລະ​ດົມ​ແມ່ຍິງ​ລາວ​ບັນດາ​ເຜົ່າ​ ປະຕິບັດ​ແນວທາງ, ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ລັດຖະທຳ​ມະນູນ, ກົດໝາຍ ​ແລະ ​ແຜນ​ພັດທະນາ ​ເສດຖະກິດ-ສັງຄົມ​ຂອງ​ລັດ ​ໂດຍ​ສະ​ເພາະ​ແມ່ນ​ການ​ຜັນ​ຂະຫຍາຍ​ ວຽກ​ງານ 3 ສ້າງ ຕິດ​ແໜ້ນ​ກັບ​ການຈັດຕັ້ງ ປະຕິບັດ​ຂໍ້​ແຂ່ງຂັນ 3 ດີ ຂອງ​ສະຫະພັນ​ແມ່ຍິງ​ລາວ ​ແລະ ຂະ​ບວນ​ແຂ່ງຂັນ​ຮັກ​ຊາດ ​ແລະ ພັດທະນາ ເຊິ່ງຜ່ານຂະບວນການດັ່ງກ່າວ ເຮັດໃຫ້ການຈັດຕັ້ງ ສະຫະພັນແມ່ຍິງ ມີຄວາມເຂັ້ມແຂງ, ສາມາດ ເປັນເສນາທິການ ໃຫ້ແກ່ຄະນະພັກ, ອົງການປົກຄອງ ໃນການສົ່ງເສີມຄວາມກ້າວໜ້າ ຂອງແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ, ການພັດທະນາ ແລະ ປົກປ້ອງສິດຜົນປະໂຫຍດ ອັນຊອບທຳ ຂອງແມ່ຍິງ ແລະ ເດັກນ້ອຍ, ການປະຕິບັດເປົ້າໝາຍ ສະຫັດສະວັດ ແຫ່ງການພັດທະນາ. ຄຽງຄູ່ກັນນີ້ແມ່ຍິງຍັງຮັກສາໄດ້ ມູນເຊື້ອ ທີ່ເປັນເອກະລັກ ຂອງແມ່ຍິງລາວ ຄື: ຄວາມດຸໝັ່ນຂະຫຍັນພຽນ, ຄວາມປະຢັດມັດທະຍັດ, ຄວາມບໍລິສຸດຜຸດຜ່ອງ ໃນການເບິ່ງແຍງລູກຜົວ, ມີກິລິຍາມາລະຍາດອ່ອນຫວານ ເຊິ່ງເປັນການ ປະກອບສ່ວນຮັກສາມູນເຊື້ອວັດທະນະທ ຳອັນດີງາມຂອງຊາດ.

ພ້ອມນີ້ ທ່ານ ຈູມມາລີ ໄຊຍະສອນ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ບົດບາດຂອງແມ່ຍິງ ໃນການປະກອບສ່ວນດ້ານເສດຖະກິດ ເຊິ່ງສະແດງອອກ ໃນຫລາຍລະດັບແຕກຕ່າງກັນ ເລິ່ມຈາກການຜະລິດທຸລະກິດ ທີ່ເປັນເສດຖະກິດຄອບຄົວ, ຫົວໜ່ວຍການຜະລິດ ທຸລະກິດຂະໜາດນ້ອຍ, ຂະໜາດກາງ ຈົນເຖິງຂະໜາດໃຫຍ່, ເປັນຜູ້ປະກອບການ, ເປັນເຈົ້າຂອງທຸລະກິດ ໃນທຸກສາຂາອາຊີບ, ມີແມ່ຍິງຫລາຍຄົນກາຍເປັນ ຕົວແບບໃນການຜະລິດ ເປັນສິນຄ້າ ແລະ ການບໍລິການ ເຊິ່ງໄດ້ປະກອບສ່ວນສຳຄັນ ເຮັດໃຫ້ອັດຕາສ່ວນຄວາມທຸກຍາກ ຫລຸດລົງເທື່ອລະກ້າວ ເພື່ອນຳເອົາປະເທດຊາດ ຫລຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ ໃນປີ 2020.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...