Homeມູມໄອທີລາວໂຊຊ່ຽວແຄມ ໄດ້ປະກາດປິດບໍລິການວັນທີ່ 29 ຕຸລານີ້

ໂຊຊ່ຽວແຄມ ໄດ້ປະກາດປິດບໍລິການວັນທີ່ 29 ຕຸລານີ້

Published on

7029_15102109315933

ຫລັງ​ຈາກ​ເປີດ​ບໍລິການ​ມາ​ໄດ້ 4 ປີ ແລະ​ເປັນ​ອີກ​ໜຶ່ງ​ສັງຄົມ​ອອນ​ໄລນ໌​ທີ່​ໄດ້​ສ້າງ​ເນັດ​ໄອ​ດໍ​ຂຶ້ນ​ມາ​ຫລວງຫລາຍ ແລະ​ຄຳທີ່ຮິດ​ຕິດ​ປາ​ກວ່າ “ສະ​ບາຍ​ດີ Socialcam” ມາ​ມື້​ນີ້​ຄືຈະ​ຕ້ອງ​ກາຍ​ເປັນ​ຕຳ​ນານ​ໄປ​ອີກ​ໜຶ່ງ​ໂປຣ​ແກຣມ ເພາະ​ທາງ Socialcam ໄດ້​ປະ​ກາດ​ປິດ​ຕົວ​ຢ່າງ​ເປັນ​ທາງ​ການ​ແລ້ວ

Socialcam ໂປ​ຣແກຣມ​ອັບ​ຄິບ​ລະ​ດັບ​ຕຳ​ນານ​ມີ​ຜູ້​ໃຊ້​ຫລາຍ​ລ້ານ​ຄົນ​ກຳ​ລັງ​ຈະ​ປິດ​ຕົວ​ລົງ​ໃນ​ວັນທີ່ 29 ຕຸລາ​ນີ້ ຊຶ່ງ​ໄດ້​ມີ​ການ​ປະ​ການ​ຜ່ານ​ໜ້າ​ເວັບ​ໄຊຕ໌​ຢ່າງ​ເປັນ​ທາງ​ການ​ວ່າ “ແອັກ​ເຄົາ​ທັງ​ໝົດ​ຈະ​ບໍ່​ສາມາດ​ລັອກ​ອິນ​ເຂົ້າໄປ​ໃຊ້​ງານ​ໄດ້ ຜູ້​ໃຊ້​ງານ​ທ່ານ​ໃດ​ຕ້ອງ​ການ​ເກັບ​ຄລິບ​ທີ່​ອັບ​ໂຫລດ​ໄວ້​ໃນ Socialcam ສາມາດ​ເຂົ້າໄປ​ດາວ​ໂຫລດ​ໄດ້​ກ່ອນ​ວັນທີ່ 29 ຕຸລາ​ນີ້ ຂອບໃຈ​ທີ່​ຮ່ວມ​ສ້າງສັນ​ແລະ​ແຊລ໌​ວີ​ດີ​ໂອ​ເປັນ​ລ້ານໆ ຕະຫລອດ​ຫລາຍ​ປີ​ທີ່​ຜ່ານມາ” ຊຶ່ງ​ທາງ​ຫລາຍໆຝ່າຍ​ກໍ​ເບີ່ງ​ວ່າ​ການ​ປິດ​ຕົວ​ລົງ​ຂອງ Socialcam ນີ້​ອາດ​ເປັນ​ເພາະ​ບໍ່​ໄດ້ຮັບ​ຄວາມ​ນິຍົມ​ຄື​ແຕ່​ກ່ອນ ແລະ​ມີ​ແອັບ ທີ່​ອັບ​ໂຫລດ​ຄລິບ​ນ້ອງ​ໃໝ່​ເກີດ​ຂຶ້ນ​ແທນ​ທີ່ ທັງ​ຕົວ​ແອັບເອງ​ກໍ​ມີ​ບັນຫາ​ເລື້ອຍ​ຈົນ​ຖືກ​ຖອດ​ອອກຈາກ​ທັງGoogle Play Store ແລະ App Store ອີກ​ດ້ວຍ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...