Homeອຸບັດເຫດແລະປາກົດການຫຍໍ້ທໍ້ລົດຈັກຕຳລົດໃຫຍ່ ຄົນຂັບຟົ້ງຄ້າງເທິງຫຼັງຄາລົດ

ລົດຈັກຕຳລົດໃຫຍ່ ຄົນຂັບຟົ້ງຄ້າງເທິງຫຼັງຄາລົດ

Published on

ຕອນບ່າວ 2:30 ນາທີ ຂອງມື້ວັນທີ 21 ຕຸລາ 2015 ທີ່ຜ່ານມາ ໄດ້ເກີດອຸບັດເຫດຂຶ້ນທີ່ ຖະໜົນຄູວຽງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເຮັດໃຫ້ຜູ້ຂັບຂີ່ລົດຈັກຟົ້ງກະເດັນຂຶ້ນ ຄ້າງຢູ່ເທິງຫຼັງຄາລົດ ໄດ້ຮັບບາດເຈັບສາຫັດ ແລະທັງລົດຈັກແລະລົດໃຫຍ່ເປ່ເພສົມຄວນ.

ຜູ້ເຫັນເຫດການເລົ່າສູ່ທີມຂ່າວຟັງວ່າ ໃນຂະນະທີ່ລົດໃຫຍ່ກຳລັງຊິຂ້າມທາງ ແຕ່ສົງໄສຄົນຂັບບໍ່ທັນຊຳນານ ຈຶ່ງລືມຫຼຽວເບິ່ງລົດຈັກທີ່ກຳລັງແລ່ນ ມາທາງເບື້ອງຂວາ ເມື່ອລ້ຽວປັບ ລົດຈັກທີ່ກຳລັງແລ່ນມາແຕ່ເບື້ອງຂວາ ທີ່ກຳລັງເລັ່ງໃຫ້ຫວິດລົດໃຫຍ່ ກໍພຸ່ງເຂົ້າຕຳຂ້າງລົດໃຫຍ່ຢ່າງແຮງ ເຮັດໃຫ້ຜູ້ຂັບລົດຈັກຟົ້ງຂຶ້ນຄ້າງຢູ່ ເທິງຫຼັງຄາລົດໃຫຍ່ ຄືດັ່ງທີ່ເຫັນນຳກັນ.

1505080_766260023497362_276928673341767363_n 11216262_766259993497365_349835400722881738_n 11226011_766260056830692_2501584812828272997_n

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...