Homeອຸບັດເຫດແລະປາກົດການຫຍໍ້ທໍ້ເຄື່ອງສະກິມເມີລ໌ ລະບາດໜັກທີ່ຂອນແກ່ນ ແກ້ງໂຈນລັກຂໍ້ມູນ ATM ຍັງຈັບບໍ່ໄດ້

ເຄື່ອງສະກິມເມີລ໌ ລະບາດໜັກທີ່ຂອນແກ່ນ ແກ້ງໂຈນລັກຂໍ້ມູນ ATM ຍັງຈັບບໍ່ໄດ້

Published on

atm-pad

ແຈ້ງ​ເຕືອນ​ໄພ​ເຫດ​ບໍ່​ປົກກະຕິ​ໃນ ຂອນ​ແກ່ນ ປະເທດເພື່ອນບ້ານ ໄດ້​ມີ​ກຸ່ມ​ມິດ​ສາ​ຊີບ ເຂົ້າ​ມາ​ຕິດ​ຕັ້ງ​ເຄື່ອງ​ສະ​ກິມ​ເມີລ໌​ທີ່​ຕູ້ ATM ພາຍ​ໃນ​ເຂດ ອຳເພີເມືອງ​ຂອນ​ແກ່ນ ແລະ​ລັກ​ຂໍ້​ມູນ​ພາຍ​ໃນ​ບັດ​​ໄປ​ກົດ​ເງີນ​ແລ້ວ​ຫລາຍ​ລາຍ ເມືອງ​ຂອນ​ແກ່ນ ຈຶ່ງ​ຂໍ​ຝາກ​ມາຍັງ​ພີ່​ນ້ອງ​ປະຊາຊົນ ກ່ອນທີ່ຈະ​ກົດ​ເງີນ​ທີ່​ຕູ້ ATM ກະລຸນາສັງເກດ​ຄວາມ​ຜິດ​ປົກກະຕິ​ດັ່ງ​ນີ້ ກວດ​ເບິ່ງ​ສິ່ງ​ຜິດ​ປົກກະຕິ​ຮອບ​ຕູ້​ເອ​ທີ​ເອັມ​ກ່ອນ​ໃຊ້​ງານ ເພື່ອ​ເບິ່ງ​ວ່າ​ມີ​ກ້ອງ​ຕົວ​ນ້ອຍ​ເຊື່ອງ​ຢູ່​ຫລື​ບໍ່

ໂດຍ​ມິດ​ສາ​ຊີບ​ອາດ​ຕິດ​ກ່ອງ​ໃສ່​ໃບ​ປິວ​ໄວ້​ບໍລິເວນ​ເຄື່ອງ ເພື່ອ​ໃຊ້ເຊື່ອງ​ກ້ອງ ຖ້າ​ພົບ​ເຫັນ​ກ່ອງ​ໃສ່​ໃບ​ປິວ​ແປກໆ ບໍ່​ຄວນ​ໃຊ້​ເຄື່ອງ​ດັ່ງ​ກ່າວ ແລະ​ ຄວນ​ແຈ້ງ​ໃຫ້​ທະ​ນາ​ຄານ​ຮູ້​ທັນ​ທີ ກວດ​ສອບ​ບໍລິເວນ​ທີ່​ປ່ອນ​ບັດ​ ຫລື​ບ່ອນແປ້ນ​ກົດ​ຕົວ​ເລກ​ວ່າ​ມີ​ອຸປະກອນ​ແປກປອມ​ຕິດ​ຢູ່​ຫລື​ບໍ່ ຫາກ​ສັງເກດ​ເຫັນ​ອຸປະກອນ​ແປກປອມ ໃຫ້​ຮີບ​ແຈ້ງ​ໃຫ້​ທະ​ນາ​ຄານ​ຮູ້ ລອງສັ່ນຕູ້ເບີ່ງ ເພາະ​ຫາກ​ມີ​ຕົວ​ສະ​ກິມ​ເມີລ໌​ຕິດ​ຢູ່ ການ​ສັ່ນ​ອາດຈະ​ເຮັດໃຫ້​ຕົວ​ສະ​ກິມ​ເມີລ໌​ຫລຸດ​ອອກ​ມາ​ໄດ້

465144

ເນື່ອງ​ຈາກ​ປົກກະຕິ​ແລ້ວ ຄົນ​ຮ້າຍ​ຈະ​ບໍ່​ຕິດ​ຕັ້ງ​ເຄື່ອງ​ນີ້​ໄວ້​ຢ່າງ​ແໜ້ນ​ໜາ​ ເພາະ​ຕ້ອງ​ຖອດ​ເຄື່ອ​ງສະ​ກິມ​ເມີລ໌​ໄປ​ໃຊ້​ຕິດ​ຕັ້ງ​ຕູ້​ອື່ນໆອີກດ້ວຍ ຖ້າຫາກ​ເຄື່ອງ​ເອ​ທີ​ເອັມ​ເກີດ​ຂັດ​ຂ້ອງ ແລະ ​ບັດ​​ຕິດ​ຢູ່ໃນ​ເຄື່ອງ ໃຫ້​ຮີບ​ແຈ້​ງທະ​ນາ​ຄານ​ເພື່ອ​ປິດບັດ​ທັນ​ທີ ເພາະ​ການ​ທີ່​ເຄື່ອງ​ຂັດ​ຂ້ອງ​ອາດ​ເປັນ​ເລ່ຫລ່ຽມ​ຂອງ​ຄົນ​ຮ້າຍ​ທີ່​ໃຊ້​ເສດ​ໄມ້ ຫລື​ໄມ້​ຈີ້ມ​ແຂ້ວ​ໃສ່​ເຂົ້າໄປ​ໃນ​ຊ່ອງ​ອ່ານ​ບັດ​ ເພື່ອ​ໃຫ້​ບັດ​​ຂອງ​ຜູ້​ໃຊ້​ບໍລິການ​ຕິດ​ຢູ່​ທີ່​ເຄື່ອງ ແລ້ວ​ຈະ​ທຳທ່າ​ເຂົ້າ​ມາ​ຊ່ວຍເຫລືອ​ກົດລະ​ຫັດ​ໃຫ້ ຫາກ​ໃສ່​ບັດ​​ໄປ​ໃນ​ເຄື່ອງ​ແລ້ວ​ບໍ່​ມີ​ໄຟ​ກະ​ພິບ​ຮອບ​ບ່ອນ​ສຽບ​ບັດ​ຄວນ​ປ່ຽນ​ໄປ​ໃຊ້​ຕູ້​ອື່ນ ເພາະ​ຕູ້​ນັ້ນ​ອາດ​ມີ​ການ​ຕິດ​ຕົວ​ສະ​ກິມ​ເມີລ໌​ໄວ້​ດູດ​ຂໍ້​ມູນ ຊຶ່ງ​ເບື້ອງ​ຕົ້ນ ເມືອງ​ຂອນ​ແກ່ນ​ໄດ້​ໃຫ້​ສາຍ​ກວດ​ປະ​ສານ​ງານກັບທຸ​ກທະ​ນາ​ຄານ​ອອກ​ກວດ​ສອບ​ຄວາມ​ຜິດ​ປົກກະຕິ​ຂອງ​ຕູ້ ATM ທຸກ​ຕູ້​ໃນ​ພື້ນ​ທີ່​ຮັບ​ຜິດຊອບ ປະ​ຊຸມ​ທີມ​ສືບ​ສວນ​ເພື່ອ​ຕິດ​ຕາມ​ຈັບ​ກຸມ​ກຸ່ມ​ຄົນ​ຮ້າຍ ແລະ​ປະ​ຊາ​ສຳພັນ​ໃຫ້​ພີ່​ນ້ອງ​ປະຊາຊົນ​ຮູ້​ເຖິງ​ວິທີ​ການ​ສັງເກດ​ແລະ​ປ້ອງ​ກັນ​ຕົວ

 

1384734096-atm-o

ວິທີ​ສັງເກດ ຕູ້​ເອ​ທີ​ເອັມ​ປອດ​ຈາກ​ເຄື່ອ​ງສະ​ກິມ​ເມີລ໌​ຫລື​ບໍ່

ສຳລັບ ເຄື່ອງ​ສະ​ກິມ​ເມີລ໌ (skimmer ເຄື່ອງ​ດູດ​ຫລື​ກວາດ​ຂໍ້​ມູນ) ນັ້ນ ເປັນ​ສິ່ງ​ປະດິດ​ທີ່​ຄົນ​ຮ້າຍ​ສ້າງ​ຂຶ້ນ ໂດຍ​ນຳ​ເຄື່ອງ​ອ່ານ​ແຖບ​ແມ່​ເຫລັກ ວົງ​ຈອນ​ຖອດລະ​ຫັດ ແລະ​ວົງ​ຈົນ​ຫນ່ວຍ​ຄວາມ​ຈຳ​ມາ​ປະກອບ​ເຂົ້າ​ນຳກັນ ສະ​ກິມ​ເມີລ໌​ມີ​ຫລາຍ​ຂະໜາດ​ຕັ້ງ​ແຕ່​ເທົ່າ​ກັບ​ກ່ອງ​ໃສ່​ເກີບ​ໄປ​ຈົນ​ເຖິງ​ຂະໜາດ​ເທົ່າ​ຊອງ​ຢາສູບ​ທີ່​ຄົນ​ຮ້າຍ​ເຊື່ອງ​ໄວ້​ໃນ​​ມື​ໄດ້ ໃຊ້​ພະລັງ​ງານ​ຈາກ​ແບດ​ເຕີ​ຣີ່​ຈຶ່ງ​ສາມາດ​ພົກ​ພາ​ໄດ້​ສະ​ດວກ ເມື່ອ​ນຳ​ບັດ​​ ATM ມາ​ກົດ ສະ​ກິມ​ເມີລ໌​ຈະ​ອ່ານ​ຂໍ້​ມູນ​ຈາກ​ແຖບ​ແມ່​ເຫລັກ​ແລະ​ນຳ​ໄປ​ເກັບ​ໄວ້​ໃນ​ຫນ່ວຍ​ຄວາມ​ຈຳ

ສະ​ກິມ​ເມີລ໌​ທີ່​ມີ​ຫນ່ວຍ​ຄວາມ​ຈຳ​ໜ້ອຍ​ຈະ​ເກັບ​ຂໍ້​ມູນ​ບັດ​ລະ​ເຄ​ດິດ​ໄດ້ 50 ໃບ ສ່ວນ​ສະ​ກິມ​ເມີລ໌​ທີ່​ມີ​ຫນ່ວຍ​ຄວາມ​ຈຳ​ຫລາຍ​ອາດ​ເກັບ​ຂໍ້​ມູນ​ໄດ້​ຫລາຍ​ໝື່ນ​ໃບ ແລະ​ເມື່ອ​ລັກ​ລອບ​ດູດ​ຂໍ້​ມູນ​ຈາກ​ບັດ​​ເຄ​ດິດ​ໄປ​ແລ້ວ ຄົນ​ຮ້າຍ​ກໍ​ຈະ​ນຳ​ໄປ​ສ້າງ​ບັດ​​ປອມ​ຊຶ່ງ​ມີ​ຢູ່ 2 ແບບ ແບບ​ທຳອິດຮຽກວ່າ “ບັດ​​ສີ” ເປັນ​ບັດ​ລະ​ເຄ​ດິດ​ປອມ​ທີ່​ມີ​ສີ ມີ​ລວດ​ລາຍ ແລະ​ມີ​ຕົວ​ພິມ​​ຄືກັບ​ຂອງ​ແທ້ທຸກ​ຢ່າງ

ລວມ​ທັງ​ມີ​ຂໍ້​ມູນ​ໃນ​ແຖບ​ແມ່​ເຫລັກ​ຢ່າງ​ຖືກ​ຕ້ອງ​ອີກ​ດ້ວຍ ບັດ​​ແບບ​ນີ້​ສາມາດ​ນຳ​ໄປ​ໃຊ້​ໄດ້​ທຸກ​ແຫ່ງ​ເຊັ່ນ​ດຽວ​ກັບ​ບັດ​​ແທ້ ບັດ​​ປອມ​ອີກ​ແບບເອີ້ນວ່າ “ບັດ​​ຂາວ” ເປັນ​ບັດ​​ພາດສ໌​ຕິກ​ສີ​ຂາວ​ມີ​ພຽງແຕ່​ແຖບ​ແມ່​ເຫລັກ​ເກັບ​ຂໍ້​ມູນ ຊຶ່ງ​ພຽງ​ພໍ​ທີ່​ຈະ​ນຳ​ໄປ​ໃຊ້​ໃນ​ຫລາຍໆແຫລ່ງ ເຊັ່ນ​ນຳ​ໄປ​ກົດ​ເງີນ​ສົດ​ຈາກ​ຕູ້ ATM  ຄົນ​ຮ້າຍ​ບາງ​ຄົນ​ບໍ່​ເຮັດ​ບັດ​ປອມ ແຕ່​ນຳ​ຂໍ້​ມູນ​ບັດ​​ຂອງ​ເຮົາ​ໄປ​ຂາຍ​ໃນ​ອິນ​ເຕີລ໌​ເນັດ​ກໍ​ມີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...