Homeຂ່າວເຫດການກະຊວງການຕ່າງປະເທດ ມອບ-ຮັບ ຕຳແໜ່ງຜູ້ບໍລິຫານລະດັບສູງ

ກະຊວງການຕ່າງປະເທດ ມອບ-ຮັບ ຕຳແໜ່ງຜູ້ບໍລິຫານລະດັບສູງ

Published on

salermsay

ຂປລ. ​ໃນ​ວັນ​ທີ 20 ຕຸລາ 2015 ນີ້ ຢູ່​ກະຊວງ​ການ​ຕ່າງປະ​ເທດ​ ໄດ້​ຈັດ​ພິທິມອບ-​ຮັບ​ ຕໍາ​ແໜ່ງ​ຜູ້​ບໍລິຫານ​ ລະດັບສູງ​ຫລາຍ​ຕໍາ​ແໜ່​ງ ລະຫວ່າງ ທ່ານ ນາງ ພາ​ວັນ ນວນ​ທະ​ສິງ ຫົວໜ້າ​ກົມອົງການ​ຈັດ​ຕັ້ງ​ສາກົນ​ຜູ້​ເກົ່າ ​ແລະ ທ່ານ ຄໍາ​ອິນ ຄິດ​ຈະ​ເດດ ຫົວໜ້າ​ກົມອົງການ​ຈັດ​ຕັ້ງ​ສາກົນ​ຜູ້​ໃໝ່ ​​ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ ທ່ານ ສະ​ເຫລີ​ມ​ໄຊ ກົມມະ​ສິດ ​ເລຂາ​ຄະນະ​ບໍລິຫານ​ງານ​ພັກ, ລັດຖະມົນຕີ​ຊ່ວຍ​ວ່າການ ​ກະຊວງ​ການ​ຕ່າງປະ​ເທດ, ມີ​ບັນດາ​ຫົວໜ້າ​ກົມ, ຮອງ​ກົມ ​ແລະ ພະນັກງານ​ກ່ຽວຂ້ອງ ​ເຂົ້າ​ຮ່ວມ.

​ກ່ອນ​ໜ້າ​ນີ້​ກໍໄດ້​ມີ​ການ​ແຕ່ງ​ຕັ້ງ ທ່າ​ນ ​ແສງ ສຸຂະ​ທິວົງ ​ເປັນ​ຫົວໜ້າ​ກົມ​ພິທີການ​ທູດ ​ປ່ຽນ​ແທນ​ ທ່ານ ທອງພັນ ສີ​ອັກຄະ​ພົມ ທີ່​ອອກ​ຮັບ​ບໍານານ, ​ແຕ່ງ​ຕັ້ງ ທ່າ​ນ ບຸນ​ເຫລືອ ພັນ​ດາ​ນຸວົງ ​ເປັນ​ຜູ້​ຮັກສາ​ການຫົວໜ້າ​ ຫ້ອງການ​ກະຊວງ ​ແລະ ​ແຕ່ງ​ຕັ້ງ ທ່າ​ນ ຕິ່ງ ສຸກ​ສັນ ​ເປັນ​ຜູ້​ຮັກສາ​ການ​ຫົວໜ້າ​ ກົມ​ຈັດ​ຕັ້ງ–ພະນັກງານ.​

ໃນ​ໂອກາດ​ດັ່ງກ່າວ ທ່ານ ສະ​ເຫລີ​ມ​ໄຊ ກົມມະ​ສິດ ​ໄດ້​ໃຫ້​ກຽດ​ໂອ້​ລົມ ​ແລະ ​ໃຫ້​ທິດ​ຊີ້​ນໍາ​ແກ່​ບັນດາ ​ຜູ້​ທີ່​ໄດ້​ຖືກ​ແຕ່ງ​ຕັ້ງ​ໃນ​ຄັ້ງ​ນີ້​ ​ຈົ່ງ​​ເອົາ​ໃຈ​ໃສ່​ຊີ້​ນໍາໆ​ພາ​ ດ້ານ​ການ​ເມືອງ​ແນວ​ຄິດ ​​ໃຫ້​ເກ່ພະນັກງານ​ ໃຫ້​ມີ​ຫລັກ​ໝັ້ນ​ການ​ເມືອງ​ໜັກ​ແໜ້ນ, ​ເອົາ​ໃຈ​ໃສ່​ຊີ້​ນໍາໆ​ພາ​ ວຽກ​ງານ​ວິຊາ​ສະ​ເພາະ, ວຽກ​ງານ​ຄົ້ນ​ຄ້ວາ​ ໃນ​ການ​ເປັນ​ເສນາ​ທິການ ​ໃຫ້​ຂັ້ນ​ເທິງ ​ໃນ​ການຈັດ​ຕັ້ງ​ຜັນ​ຂະຫຍາຍ ​ແນວທາງ​ນະ​ໂຍບາຍ​ຂອງ​ ພັກ–ລັດ ກໍ​ຄື ການຈັດ​ຕັ້ງ​ປະຕິບັດ​ ມະຕິ​ຂອງ​ກອງ​ປະຊຸມ​ ວຽກ​ງານ​ການ​ຕ່າງປະ​ເທດ​ ຄັ້ງ​ທີ 12 ​ແລະ ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ III ຂອງ​ອົງຄະ​ນະ​ພັກ ​ກະຊວງ​ການ​ຕ່າງປະ​ເທດ ​ໃຫ້​ປະກົດ​ຜົນ​ເປັນ​ຈິງ ​ແນ​ໃສ່​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ ​ປະ​ເທດ​ຊາດ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ໃນ​ພາກ​ພື້ນ ​ແລະ ສາກົນ​ຂອງ​ປະ​ເທດ​ເຮົາ​ ໃນ​ໄລຍະ​ໃໝ່.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...