Home​ຂ່າວທ່ອງທ່ຽວຫລວງພະບາງ ຕັ້ງເປົ້າດຶງດູດນັກທ່ອງທ່ຽວຕ່າງປະເທດ 5-7 ແສນຄົນ ຮອດປີ 2020!

ຫລວງພະບາງ ຕັ້ງເປົ້າດຶງດູດນັກທ່ອງທ່ຽວຕ່າງປະເທດ 5-7 ແສນຄົນ ຮອດປີ 2020!

Published on

LPB

ຂປລ. ຫ້ອງການທ່ອງທ່ຽວ ແຂວງຫລວງພະບາງ ຕັ້ງເປົ້າດຶງດູດນັກທ່ອງທ່ຽວ ໃຫ້ໄດ້ຈຳນວນ 5-7 ແສນຄົນ ໃນປີ 2018-2020 ເພີ່ມຂຶ້ນຈາກ ປີ2014 ທີ່ມີນັກທ່ອງທ່ຽວຕ່າງປະເທດ ຈຳນວນ 370.000 ຄົນ ໂດຍຈະເນັ້ນໃສ່ ການພັດທະນາໃນ 3 ດ້ານ ຄື: ການພັດທະນາ ຊັບພະຍາກອນມະນຸດ ເນື່ອງຈາກ ແຂວງຫລວງພະບາງ ມີເປົ້າໝາຍ ຮອງຮັບນັກທ່ອງທ່ຽວ ທີ່ມີອັດຕາການໃຊ້ຈ່າຍສູງ, ພັດທະນາພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກ ເນັ້ນໃສ່ເຮັດໃຫ້ ແຂວງຫລວງພະບາງ ເປັນສູນກາງການທ່ອງທ່ຽວ ເພື່ອແຈກຢາຍລາຍຮັບ ໄປຫາແຂວງຕ່າງໆ ເນື່ອງຈາກມີຄວາມສະດວກໃນ ການຄົມ ມະນາຄົມ ໂດຍສະເພາະ ໄດ້ພັດທະນາ ແລະ ເປີດໃຊ້ສະໜາມບິນແຫ່ງໃໝ່ ລະດັບສາກົນ ແລະ ສຸດທ້າຍ ແມ່ນການຕະຫລາດ ແລະ ການສົ່ງເສີມການ ທ່ອງທ່ຽວ ເຊິ່ງຈະເນັ້ນໃສ່ ການໂຄສະນາ ຈາກຕົ້ນທາງ “ສປປ ລາວ” ຫລື ແຂວງຫລວງພະບາງ ໃຫ້ຫລາຍຂຶ້ນ.

ຫ້ອງການທ່ອງທ່ຽວ ແຂວງຫລວງພະບາງ ລາຍງານເມື່ອບໍ່ດົນນີ້ວ່າ: ໂດຍລວມແລ້ວ ຫລວງພະບາງ ມີນັກທ່ອງທ່ຽວເຂົ້າມາ ທ່ຽວຊົມປະມານ 5 ແສນຄົນຕໍ່ປີ ໃນນີ້ນັກທ່ອງທ່ຽວ ຈາກປະເທດໄທ ກວມເອົາ 40 % ຈັດຢູ່ໃນອັນດັບໜຶ່ງ ຂອງຈຳນວນນັກທ່ອງທ່ຽວທັງໝົດ, ຮອງລົງມາແມ່ນ ນັກທ່ອງທ່ຽວ ຈາກປະເທດຈີນ, ປັດຈຸບັນ ຫລວງພະບາງ ມີສະຖານທີ່ທ່ອງທ່ຽວ ທັງໝົດ ຈຳນວນ 228 ແຫ່ງ ເປີດໃຫ້ບໍລິການແລ້ວ ຈຳນວນ 111 ແຫ່ງ, ແບ່ງອອກເປັນ 3 ປະເພດ ຄື: ການທ່ອງທ່ຽວ ດ້ານວັດທະນະທຳ, ທຳມະຊາດ ແລະ ການທ່ອງທ່ຽວ ດ້ານປະຫວັດສາດ ອັນສາມາດຮອງຮັບ ຈຳນວນນັກທ່ອງທ່ຽວ ໄດ້ປະມານ 6 ພັນ ຄົນຕໍ່ມື້, ໃນນີ້ ໂຮງແຮມ, ລີສອດ ມີຈຳນວນ 76 ແຫ່ງ, ເຮືອນພັກ 327 ແຫ່ງ , ຮ້ານອາຫານພື້ນເມືອງ ແລະ ສາກົນ 286 ແຫ່ງ ແລະ ບໍລິສັດນຳທ່ຽວ ມີ 75 ແຫ່ງ.
ແຫລ່ງຂ່າວ:
ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...