spot_img
Homeຂ່າວພາຍ​ໃນແຊ້ມ ລາວພຣີເມຍລີກ ຈະໄດ້ສິດເຂົ້າຮ່ວມແຂ່ງຂັນລາຍການ TOYOTA MEKONG CLUB CHAMPIONSHIP 2015

ແຊ້ມ ລາວພຣີເມຍລີກ ຈະໄດ້ສິດເຂົ້າຮ່ວມແຂ່ງຂັນລາຍການ TOYOTA MEKONG CLUB CHAMPIONSHIP 2015

Published on

ສໍາລັບການແຂ່ງຂັນບານເຕະໃນລາຍການ TOYOTA MEKONG CLUB CHAMPIONSHIP 2015 ໃນຄັ້ງນີ້ແມ່ນຈັດຂຶ້ນເປັນປີທີ 2 ເຊິ່ງໃນປີຜ່ານມາແມ່ນຈັດຂຶ້ນຢູ່ທີ່ປະເທດຫວຽດນາມ ເຊິ່ງ ມີ 4 ສະໂມສອນ ຈາກ 4 ປະເທດໃນເຂດລຸ່ມແມ່ນໍ້າຂອງເຂົ້າຮ່ວມປະກອບມີ : ສະໂມສອນ ບີຄາເມັກບິງເຍືອງ ຈາກ ຫວຽດນາມ, ສະໂມສອນ ອາເຢຢາວະດີ ຢູໄນເຕັດ ຈາກມຽນມາ , ສະໂມສອນ ພະນົມເປັນ ຄຣາວ ຈາກກໍາປູເຈຍ , ສະໂມສອນ ຮ່ວາງແອັງອັດຕະປື ຈາກລາວ ເຊິ່ງໃນຄັ້ງທີ່ຜ່ານສະໂມສອນ ບີຄາເມັກບິງເຢືອງ ຈາກ ຫວຽດນາມ ໄດ້ແຊ້ມໄປຄອງ ດວ້ຍການເອົາຊະນະ ສະໂມສອນ ອາເຢຢາວະດີຢູໄນເຕັດ ຈາກ ມຽນມາ 4-1 . ໃນປີນີ້ມີເພີ່ມ 1 ສະໂມສອນຈາກໄທ ທີ່ເປັນແຊ້ມລາຍການໂຕໂຢຕ້າ ລີກຄຣັບ ແລະ 4 ສະໂມສອນທີ່ເປັນແຊ້ມລີກສູງສຸດຂອງ 4 ປະເທດເຊິ່ງປະກອບມີ : ແຊ້ມຈາກລາວພຣີເມຍລີກ, ແຊ້ມກຳປູເຈຍລີກ , ແຊ້ມລີກແຫ່ງຊາດມຽນມາ ແລະ ແຊ້ມວີລີກຫວຽດນາມ.
ການແຂ່ງຂັນແມ່ນຈະມີຂຶ້ນໃນລະຫວ່າງວັນທີ 1 ພະຈິກ ຫາ 20 ທັນວາ 2015 ເຊິ່ງໃນປີນີ້ທາງ ໂຕໂຢຕ້າໂມເຕີ ອາຊີ ປາຊີຟິກ ແມ່ນໄດ້ປັບປຸງຮູບແບບການແຂ່ງຂັນເຊິ່ງໄດ້ຈັດຂຶ້ນຢູ່ໃນທຸກປະເທດທີ່ ເຂົ້າຮ່ວມ.
ຮອບທຳອິດຈະມີຂຶ້ນໃນລະຫວ່າງວັນທີ 1 ພະຈິກ ຫາ 29 ພະຈິກ 2015 ເຊິ່ງປະກອບມີ ກໍາປູເຈຍ , ລາວ ແລະ ມຽນມາ , ວັນທີ 1 ພະຈິກ ລາວ ພົບ ກຳປູເຈຍ ແຂ່ງຂັນຢູ່ທີ່ສະຫນາມກິລາເຈົ້າອານຸວົງ ນະຄອນຫລວງວຽງຈັນ ປະເທດລາວ ໃນເວລາ 18:00 , ວັນທີ 22 ພະຈິກ ມຽນມາ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມກິລາ THUWANNA YOUTH TRAINING CENTER ນະຄອນຫລວງຢາງກຸງ ປະເທດມຽນມາ ແລະ ນັດສຸດທ້າຍ ວັນທີ 29 ພະຈິກ ກຳປູເຈຍ ພົບ ມຽນມາ ຢູ່ທີ່ສະຫນາມ ໂອແລມປິກແຫ່ງຊາດ ນະຄອນຫລວງພະນົມເປັນປະເທດ ກຳປູເຈຍ.
ສ່ວນຮອບຮອງຊະນະເລີດຈະແຂ່ງຂັນຢູ່ທີ່ປະເທດຫວຽດນາມ ເຊິ່ງທີມຈາກຫວຽດນາມແມ່ນຢືນຖ້າໃນຮອບນີ້ຖານະແຊ້ມເກ່ົາໃນປີທີ່ຜ່ານເຊິ່ງຈະພົບກັບທີມທີ່ມີຄະແນນດີທີ່ສຸດໃນຮອບທຳອິດແຂ່ງຂັນໃນວັນທີ 6 ທັນວາ ແຂ່ງຂັນຢູ່ທີ່ສະຫນາມ ຮ່າໂນຍ ຫັງເດ ນະຄອນຫລວງຮ່າໂນຍປະເທດຫວຽດນາມ ສ່ວນຮອບຊີງຊະນະເລີດຈະມີຂຶ້ນໃນວັນທີ 20 ທັນວາ 2015 ທີມຊະນະໃນຮອບຮອງຊະນະເລີດແມ່ນຈະພົບກັບທີມໄທ ເຊິ່ງແຂ່ງຂັນຢູ່ທີ່ສະຫນາມສຸກພັດຊະລາໄສ ນະຄອນຫລວງບາງກອກປະເທດໄທ.
ເງິນລາງວັນການແຂ່ງຂັນຄັ້ງນີ້ແມ່ນອັນດັບ 1 ໄດ້ຮັບເງິນ 75.000 ໂດລາສະຫະລັດ , ອັນດັບ 2 ໄດ້ຮັບເງິນ 50.000 ໂດລາສະຫະລັດ , ອັນດັບ 3 ໄດ້ຮັບເງິນ 10.000 ໂດລາສະຫະລັດ , ອັນດັບ 4 ໄດ້ຮັບເງິນ 10.000 ໂດລາສະຫະລັດ ແລະ ອັນດັບ 5 ໄດ້ຮັບເງິນ 5000 ໂດລາສະຫະລັດ . ນອກຈາກນັ້ນຍັງມີລາງວັນຜູ້ຫລິ້ນຊົງຄຸ່ນຄ່າໄດ້ຮັບເງິນ 3000 ໂດລາສະຫະລັດ .

11215136_1030221356998801_7635502338450246738_n

ຂ່າວແລະພາບຈາກ: ສຕລ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...