spot_img
Homeນານາສາລະວິທີຮັບມືແຟນຂີ້ໃຈຮ້າຍ

ວິທີຮັບມືແຟນຂີ້ໃຈຮ້າຍ

Published on

435
ຄົບກັນໄປກໍຍິ່ງໝັ້ນໃຈວ່າ ແຟນຂີ້ໃຈຮ້າຍ ບໍ່ມີເຫດຜົນ ລົມກັນເມື່ອໃດກໍບໍ່ຮູ້ເລື່ອງ ຍິ່ງຖ້າສວນກັນທັນທີກໍຍິ່ງໄປກັນໃຫຍ່ ມາເບິ່ງວິທີການຮັບມື ‘ແຟນຂີ້ໃຈຮ້າຍ’ ກັນວ່າເຮົາຈະເອົາຢູ່ຫລືບໍ່ ເພາະບໍ່ແມ່ນພຽງ ເຮັດໃຈເຢັນລົງເທົ່ານັ້ນ ແຕ່ມີແຟນຂີ້ໃຈຮ້າຍຕ້ອງວາງແຜນແລະຈັດການໃຫ້ຢູ່ໝັດ

ເປັນນັກຟັງທີ່ດີ
ຕັ້ງໃຈຟັງໃນສິ່ງທີ່ພວກເຂົາກຳລັງເວົ້າ ປ່ອຍໃຫ້ພວກເຂົາເວົ້າສິ່ງທີ່ ຂ້ອງໃຈເພື່ອລະບາຍອອກມາ ແຕ່ຕ້ອງບໍ່ຕາມໃຈທຸກເລື່ອງ ເພາະພວກເຂົາຈະຈັບໄດ້ວ່າເຮົາກຳລັງຕົວະ ຂໍພຽງໃຫ້ຮັບຮູ້ວ່າເຮົາພ້ອມທີ່ຈະຮັບຟັງສະເໝີ
ເຮົາຜິດເອງ ເຂົາບໍ່ຜິດ
“ການປ້ອງກັນຕົວໂດຍບອກວ່າພວກເຂົາບໍ່ຜິດແລະເຮົາຜິດ” ຄືກົດຂໍ້ທຳອິດຂອງວິທີຮັບມືກັບຄົນຂີ້ໃຈຮ້າຍ ເມື່ອພວກເຂົາກຳລັງມີອາລົມຮ້າຍ ຢ່າກະຕຸ້ນອາລົມຂີ້ໃຈຮ້າຍດ້ວຍການບອກວ່າພວກເຂົາຄວນຢຸດແລ້ວບອກຂໍ້ຜິດພາດຕ່າງ ໆ ຂອງພວກເຂົາ ເພາະຈະເຮັດໃຫ້ບັນຍາກາດຮ້ອນຂຶ້ນໄປກວ່າເດີມ
ຄົ້ນຫາສາເຫດທີ່ມາ
ພວກເຂົາອາດອາລົມຮ້າຍມາຈາກສາເຫດອື່ນ ຢ່າຟ້າວຕີຕົນໄປກ່ອນໄຂ້ວ່າເປັນເພາະເຮົາ ວິທີຮັບມື ຄືລອງຫາສາເຫດທີ່ນຳມາຊຶ່ງຄວາມບໍ່ພໍໃຈນີ້ ເຊັ່ນ ບາງຄົນໃຈຮ້າຍທຸກເທື່ອກັບເລື່ອງບາງເລື່ອງ ອາດເປັນເພາະພວກເຂົາເຄີຍມີປະສົບການທີ່ບໍ່ຄ່ອຍດີມາກ່ອນ ການໂອ້ລົມ ຖາມໄຖ່ ແລະໃຫ້ກຳລັງໃຈກັນ ກໍຈະຊ່ວຍໃຫ້ບັນຫາໃນໃຈຜ່ອນຄາຍລົງໄດ້ນຳ

ຄວາມຮັກເທົ່າກັບອົດທົນ
ການອົດທົນບໍ່ໄດ້ແປວ່າງຽບໃສ່ກັນ ແຕ່ຄືວິທີຍອມຮັບວ່າແຕ່ລະຄົນຕ່າງມີທີ່ມາຕ່າງກັນ ມີນິໄສເດີມຕ່າງກັນ ແລະຕ້ອງຍອມຮັບວ່າຊີວິດຄູ່ຄວນພົບກັນເຄີ່ງທາງ ເຂົ້າໃຈເຖິງຄວາມແຕກຕ່າງທາງອາລົມແລະອົດທົນຫາກເຮົາຮູ້ວ່າພວກເຂົາຈະຢຸດແຄ່ນັ້ນ ແຕ່ຫາກເຖິງຂັ້ນເຮັດຮ້າຍຮ່າງກາຍ ຕ້ອງໃຊ້ກົດຫມາຍເຂົ້າຊ່ວຍເພື່ອຄວາມປອດໄພໃນອະນາຄົດຂອງເຮົາດ້ວຍ
ຍອມຮັບຖ້າເຈົ້າເປັນຄົນຜິດ
ກໍລະນີທີ່ແຟນໃຈຮ້າຍເມື່ອເຮົາເປັນຄົນສ້າງບັນຫາຈົນເກີດນາທີວິກິດ ວິທີຮັບມືຄືເຮົາຄວນຂໍໂທດແລ້ວຖອຍອອກມາກ່ອນ ແລະເຖິງວ່າບາງກໍລະນີຈະບໍ່ມີໃຜຜິດ ການຕັ້ງກົດວ່າຕ້ອງຮູ້ຈັກຂໍໂທດກັນ ຈະຊ່ວຍຫຼຸດບັນຫາເລື່ອງອາລົມໄດ້ດີທີດຽວ ແລ້ວຄ່ອຍປັບຄວາມເຂົ້າໃຈກັນພາຍຫລັງ
ຖ້າເວລາທີ່ເໝາະສົມ
ຫາກແຟນກຳລັງ ‘ຂອງຂຶ້ນ’ ຈະຕ້ອງເປັນຝ່າຍຂົ່ມໃຈໄວ້ກ່ອນ ບໍ່ຕ້ອງຟ້າວຫາຂໍ້ສະຫລຸບຕອນທີ່ກຳລັງຂອງຂຶ້ນທັງຄູ່ ຖ້າໃຫ້ຫາຍອາລົມເສຍກ່ອນດີກວ່າ ແລະລະຫວ່າງນີ້ເຮົາຍັງໄດ້ທົບທວນເຖິງສິ່ງທີ່ຢາກ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...