Homeຂ່າວຕ່າງປະເທດສະຫະລັດຯຍອມຮັບ ຂັບລົດບຸກພັງປະຕູໂຮງໝໍ ອົງການແພດໄຮ້ພົມແດນ ອ້າງບໍ່ຮູ້ວ່າມີຄົນຢູ່!

ສະຫະລັດຯຍອມຮັບ ຂັບລົດບຸກພັງປະຕູໂຮງໝໍ ອົງການແພດໄຮ້ພົມແດນ ອ້າງບໍ່ຮູ້ວ່າມີຄົນຢູ່!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 19 ຕຸລາຜ່ານມານີ້ວ່າ ກໍລະນີທີ່ອົງການແພດໄຮ້ພົມແດນ (Medecins Sans Frontieres – MSF) ໄດ້ອອກມາລະບຸໃນວັນທີ 16 ຕຸລາ 2015 ກ່ຽວກັບລົດຕັງຂອງກອງທັບສະຫະລັດອາເມຣິກາ ໄດ້ຂັບບຸກພັງປະຕູໂຮງໝໍຂອງອົງການດັ່ງກ່າວ ໃນເມືອງກຸນດຸຊ (Kunduz) ປະເທດອັບການິສະຖານ ໂດຍບໍ່ໄດ້ຂໍອະນຸຍາດ ແລະ ສ້າງຄວາມເສຍຫາຍຕໍ່ກັບອາຄານໂຮງໝໍ ຊຶ່ງເປັນການບຸກເຂົ້າໄປຂອງທະຫານອາເມຣິກາ ທີ່ຄາດວ່າອາດເຂົ້າໄປທຳລາຍຫລັກຖານ ຈາກການກໍ່ເຫດໂຈມຕີທາງອາກາດ ໃສ່ໂຮງໝໍແຫ່ງດັ່ງກ່າວມາແລ້ວຄັ້ງໜຶ່ງ ເມື່ອຕົ້ນເດືອນທີ່ຜ່ານມານັ້ນ, ຫລ້າສຸດ ທ່ານ ຮ້ອຍເອກ ເຈບ ເດວິດ ໂຄສົກກະຊວງປ້ອງກັນປະເທດ ສະຫະລັດອາເມຣິກາ ໄດ້ອອກມາຢືນຢັນວ່າ ຍານພາຫະນະດັ່ງກ່າວບໍ່ແມ່ນລົດຕັງ (tank) ແຕ່ຫາກແມ່ນລົດສາຍພານຂະໜາດເບົາ (tracked vehicle) ຂອງກອງທັບອັບການິສະຖານ ທີ່ໃຊ້ຂົນທະຫານສະຫະລັດອາເມຣິກາ ເພື່ອເຂົ້າໄປກວດສອບ ສະພາບຄວາມເສຍຫາຍຂອງໂຮງໝໍດັ່ງກ່າວ ໃນວັນທີ 15 ຕຸລາຜ່ານມາ ໂດຍລະບຸວ່າ ທະຫານອາເມຣິກາເຂົ້າໃຈວ່າ ບໍ່ມີພະນັກງານແພດໝໍ ຢູ່ໃນໂຮງໝໍດັ່ງກ່າວແລ້ວ ຈຶ່ງຂັບລົດບຸກພັງເຂົ້າໄປເລີຍ ໂດຍບໍ່ໄດ້ແຈ້ງໃຫ້ຮັບຊາບລ່ວງໜ້າ.

ທັງນີ້ ສະຫະລັດອາເມຣິກາ ໄດ້ປະຕິບັດການໂຈມຕີທາງອາກາດ ໃສ່ໂຮງໝໍແຫ່ງດັ່ງກ່າວ ໃນວັນທີ 3 ຕຸລາຜ່ານມາ ສົ່ງຜົນເຮັດໃຫ້ພະນັກງານແພດໝໍ ແລະ ຄົນເຈັບຂອງ ອົງການແພດໄຮ້ພົມແດນ ເສຍຊີວິດໄປຢ່າງໜ້ອຍ 22 ຄົນ ຊຶ່ງຕໍ່ມາກອງທັບສະຫະລັດອາເມຣິກາ ກໍໄດ້ອອກມາຍອມຮັບຄວາມຜິດພາດດັ່ງກ່າວ ໂດຍອ້າງວ່າເປັນການບຸກໂຈມຕີໃສ່ກຸ່ມຕໍລິບັນ.

ແນວໃດກໍຕາມ ອົງການແພດໄຮ້ພົມແດນໄດ້ຢືນຢັນວ່າ ໃນໄລຍະຜ່ານມາ ພວກຕົນໄດ້ແຈ້ງໃຫ້ທຸກຝ່າຍຮັບຊາບ ເຖິງທີ່ຕັ້ງຂອງໂຮງໝໍແຫ່ງດັ່ງກ່າວນີ້ແລ້ວ ແລະ ທີ່ຜ່ານມາກໍບໍ່ປະກົດມີນັກຮົບກຸ່ມຕໍລີບັນ ເຂົ້າໄປໃນພື້ນທີ່ໂຮງໝໍດັ່ງກ່າວ ດັ່ງການກ່າວອ້າງຂອງທະຫານອັບການິສະຖານ ແລະ ສະຫະລັດອາເມຣິກາ ແຕ່ຢ່າງໃດ.

Damaged buildings are seen at the MSF hospital in Kunduz, Afghanistan
ສະພາບໂຮງໝໍທີ່ກອງທັບສະຫະລັດອາເມຣິກາ ໂຈມຕີທາງອາກາດ ເມື່ອວັນທີ 3 ຕຸລາ 2015

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...