Homeຂ່າວເຫດການກຽມປັບປຸງ​ກົດໝາຍ​ວ່າ​ດ້ວຍ​ລັດຖະບານ ​ແລະ ການ​ປົກຄອງ​ທ້ອງ​ຖິ່ນ

ກຽມປັບປຸງ​ກົດໝາຍ​ວ່າ​ດ້ວຍ​ລັດຖະບານ ​ແລະ ການ​ປົກຄອງ​ທ້ອງ​ຖິ່ນ

Published on

asang

ໃນ​ວັນ​ທີ 19-20 ຕຸລາ​ນີ້, ຢູ່​ຫໍ​ປະຊຸມ​ແຫ່ງ​ຊາດນະຄອນຫລວງ​ວຽງຈັນ, ​ໄດ້​ຈັດກອງ​ປະຊຸມ​ສຳ​ມະ​ນາ​ລະດັບ​ຊາດ ​​ເພື່ອ​ປັບປຸງ​ກົດໝາຍ​ວ່າ​ດ້ວຍ​ລັດຖະບານ ​ແລະ ກົດໝາຍ​ວ່າ​ດ້ວຍອົງການ​ປົກຄອງ​ທ້ອງ​ຖິ່ນຂຶ້ນ ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ອາ​ຊາງ ລາວ​ລີ ຮອງ​ນາຍົກລັດຖະມົນຕີ, ຜູ້​ຊີ້​ນຳ​ວຽກ​ງານ​ຂົງ​ເຂດ​ການ​ປົກຄອງ.

ທ່ານ ອາຊາ​ງ ລາວ​ລີ ​ໄດ້​ກ່າວ​ໄຂ​ກອງ​ປະຊຸມ​ຄັ້ງ​ນີ້​ວ່າ: ກົດໝາຍ​ວ່າ​ດ້ວຍ​ລັດຖະບານ​ສະບັບ​ເລກທີ 02/ສພຊ, ລົງ​ວັນ​ທີ 06 ພຶດສະພາ 2003 ​ໄດ້​ປະກາດ​ໃຊ້​ໃນ​ສະພາບ​ທີ່​ທົ່ວ​ພັກ, ລັດ ​ແລະ ປວງ​ຊົນ​ລາວ​ທັງ​ຊາດ ທີ່​ພວມ​ອອກ​ແຮງ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ແນວທາງ​ປ່ຽນ​ແປງ​ໃໝ່, ​ໂດຍ​ສະ​ເພາະ​ ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VII ຂອງ​ພັກ. ​ໃນ​ໄລຍະ 10ປີຜ່ານມາ, ​ກົດໝາຍ​ສະບັບ​ດັ່ງກ່າວ​ນີ້ ​ໄດ້​ເຮັດ​ໃຫ້​ລະບົບ​ການ​ບໍລິຫານ​ລັດ ​ໄດ້​ຮັບການ​ພັດທະນາ​ເປັນ​ກ້າວໆມາ​ ອັນ​ເປັນ​ພື້ນຖານ ​ແລະ ​ເປັນ​ບ່ອນ​ອີງ​ທາງ​ດ້ານ​ນິຕິ​ກຳ​ທີ່​ສຳຄັນ ​ໃນ​ການ​ປະຕິບັດ​ແນວທາງ​ປ່ຽນ​ແປງ​ໃໝ່​ຂອງ​ພັກ, ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ລັດຖະບານ, ບັນດາ​ກະຊວງ ​ແລະ ອົງການ​ທຽບ​ເທົ່າ​ເປັນ​ການ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ຜົນສຳ​ເລັດ​ລວມ​ໃນ​ດ້ານ​ຕ່າງໆ, ​ເຮັດ​ໃຫ້​ພື້ນຖານ​ເສດຖະກິດ-ສັງຄົມ​ມີ​ການ​ພັດທະນາ​ຢ່າງ​ຕໍ່​ເນື່ອງ, ສັງຄົມ​ມີ​ຄວາມ​ສະຫງົບ​ປອດ​ໄພ​ຕະຫລອດ​ມາ, ພ້ອມ​ນີ້ ກົດໝາຍ​ດັ່ງກ່າວ ຍັງ​ມີ​ບາງ​ຈຸດ, ບາງ​ໝວດ ​ແລະ ບາງ​ມາດຕາ ທີ່​ຍັງ​ບໍ່​ທັນ​ສອດຄ່ອງ​ກັບ​ສະພາບ​ເງື່ອນ​ໄຂ ​ແລະ ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການ​ພັດທະນາ ​ແລະ ​ແນວທາງ​ປ່ຽນ​ແປງ​ໃໝ່​ຂອງ​ພັກ​ວາງ​ອອກ. ດັ່ງ​ນັ້ນ ຈຶ່ງ​ມີ​ຄວາມ​ຈຳ​ເປັນ​ຕ້ອງ​ໄດ້​ປັບປຸງ​ ​ເພື່ອ​ແນ​ໃສ່​​ພັດທະນາ​ລະບົບ​ບໍລິຫານ​ລັດ​ໄປ​ສູ່​ລະດັບ​ໃໝ່, ​ໃນ​ຂະນະ​ດຽວ​ກັນ ທ່ານຮອງ​ນາຍົກລັດຖະມົນຕີ ຍັງ​ໄດ້​ຮຽກຮ້ອງ​ມາ​ຍັງ​ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ ຈົ່ງ​ສຸມ​ສະຕິ​ປັນຍາ ​ແລະ ຍົກ​ສູງ​ຄວາມ​ຮັບຜິດຊອບ​ການ​ເມືອງ​ຂອງ​ຕົນ​ເຂົ້າ​ໃນ​ການ​ຄົ້ນຄວ້າ ​ແລະ ປະກອບ​ຄຳ​ຄິ​ດ​ເຫັນຢ່າງ​ກົງ​ໄປ​ກົງ​ມາ​ຕໍ່​ບັນດາ​ເນື້ອ​ໃນ​ທີ່​ນຳ​ມາສະ​ເໜີ​ຕໍ່​ກອງ​ປະຊຸມ​ຄັ້ງ​ນີ້ ​ເພື່ອ​ເປັນ​ບ່ອນ​ອີງ​ໃຫ້​ແກ່​ຄະນະ​ຮັບຜິດຊອບ ສືບ​ຕໍ່​ນຳ​ໄປ​ປັບປຸງ​ໃຫ້​ມີ​ເນື້ອ​ໃນ​ລະ​ອຽດ, ຄົບ​ຖ້ວນ, ຮັດກຸມ ​ແລະ ຖືກຕ້ອງ​ສອດຄ່ອງ​ຕາມ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...