spot_img
Homeຂ່າວພາຍ​ໃນສື່ມວນຊົນຈະຈັດການແຂ່ງຂັນກິລາບານເຕະມິດຕະພາບ

ສື່ມວນຊົນຈະຈັດການແຂ່ງຂັນກິລາບານເຕະມິດຕະພາບ

Published on

ພິທີຖະແຫຼ່ງຂ່າວການ ກະກຽມຈັດການແຂ່ງຂັນກິລາ ບານເຕະສື່ມວນຊົນທັງພາກ ລັດ ແລະ ເອກະຊົນ ໄດ້ຈັດຂຶ້ນ ເມື່ອມໍ່ໆຜ່ານມານີ້ທີ່ສະມາຄົມ ນັກຂ່າວແຫ່ງ ສປປ ລາວ ໂດຍເປັນປະທານຂອງທ່ານ ບຸນມະນີ ພົມມະສານ ປະທານ ສະໂມສອນລວມສິລະປິນລາວ ໂດຍມີທ່ານ ສົມສະໜຸກ ມີໄຊ ຮອງປະທານສະມາຄົມນັກ ຂ່າວ ແຫ່ງ ສປປ ລາວ ແລະ ສື່ມວນຊົນເຂົ້າຮ່ວມ.
ທ່ານ ບຸນມະນີ ພົມມະ ສານ ກ່າວວ່າ: ເພື່ອເປັນການ ສ້າງຂະບວນການຕ້ອນຮັບ ການ ສະເຫຼີມສະຫຼອງວັນສຳຄັນ ຂອງຊາດ ໂດຍສະເພາະວັນ ຊາດ ທີ 2 ທັນວາ ຄົບຮອບ 40 ປີ ໃຫ້ເປັນຂະບວນຟົດຟື້ນ, ອີກດ້ານໜຶ່ງກໍເພື່ອເປັນການ ພົບປະສ້າງຄວາມສາມັກຄີຮັກ ແພງບັນດາສື່ມວນຊົນດ້ວຍ ກັນ, ກິດຈະກຳດັ່ງກ່າວຄາດ ວ່າ: ຈະກຳນົດເອົາວັນທີ 25 ພະຈິກ 2015 ນີ້.
ສຳລັບການແຂ່ງຂັນຈະ ກຳນົດເອົາພຽງ 16 ທີມ (ເດີ່ນ 7 ຄົນ) ແບ່ງອອກເປັນ 4 ກຸ່ມ ແຕ່ລະກຸ່ມແຂ່ງຂັນພົບກັນໝົດ ຄັດເອົາທີ 1 ແລະ 2 ຜ່ານເຂົ້າ ຮອບຕໍ່ໄປ. ສ່ວນສະຖານທີ່ຈັດ ການແຂ່ງຂັນແມ່ນສະໜາມ ເຕະບານຫຍ້າທຽມ ກູດໄລ້ ເມືອງສີໂຄດຕະບອງ ນະຄອນ ຫຼວງວຽງຈັນ.

S2-1

ຂ່າວແລະພາບຈາກ: ໜັງສືພິມປະຊາຊົນ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...