Homeຂ່າວເຫດການຮອງປະທານປະເທດຫວຽດນາມ ສຳເລັດການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ຮອງປະທານປະເທດຫວຽດນາມ ສຳເລັດການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

Published on

b308ff6baf1aa8b35a2969b439956a06

ຂປລ. ​ໃນ​ວັນ​ທີ 18 ຕຸລາ 2015 ນີ້, ທ່ານນາງ ຫງວຽນ ທິ ຢວານ ຮອງ​ປະທານ​ປະ​ເທດ ​ແຫ່ງ ສສ ຫວຽດນາມ ພ້ອມ​ຄະນະ​ໄດ້​ສຳ​ເລັດ​ການຢ້ຽມຢາມ ສປປ ລາວ ຢ່າງ​ເປັນ​ທາງ​ການ ​​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ ທ່ານ ບຸນ​ຍັງ ວໍລະ​ຈິດ ຮອງ​ປະທານ​ປະ​ເທດ ​ແຫ່ງ ສປປ ລາວ.

ຕະຫລອດ​ໄລຍະການ​ຢ້ຽມຢາມ ສປປ ລາວ ຂອງ  ທ່ານ ນາງ ຫງວຽນ ທິ ຢວານ ພ້ອມ​ຄະນະ​ໃນ​ຄັ້ງ​ນີ້, ນອກ ຈາກ​ມີ​ການ​ພົບ​ປະ​ສອງ​ຝ່າຍ​ກັບ ທ່ານ​ຮອງ​ປະທານ​ປະ​ເທດ ພ້ອມ​ຄະນະ​ແລ້ວ, ຄະນະ​ຜູ້​ແທນ​ ສສ ຫວຽດນາມ ຍັງ​ໄດ້​ເຂົ້າ​ຢ້ຽມ​ຄຳ​ນັບ ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ ປະທານ​ປະ​ເທດ ທີ່​ທຳນຽບປະທານ​ປະ​ເທດ, ພົບ​ປະ​ຢ້ຽມຢາມ ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ ທີ່​ຫ້ອງ​ວ່າການ​ລັດຖະບານ ​ແລະ ທ່ານ ດຣ. ​ໄຊ​ສົມ​ພອນ ພົມວິຫານ ຮອງ​ປະທານສະພາ​ແຫ່ງ​ຊາດ​ລາວ ທີ່​ຫໍ​ສະພາ​ແຫ່ງ​ຊາດ. ​​ໃນການ​ພົບ​ປະ​ຢ້ຽມຢາມກັບ​ບັນດາ​ຜູ້ນຳ ​ລາວ ແຕ່ລະ​ທ່ານ ຕ່າງ​ກໍ​ໄດ້​ຕີ​ລາຄາ​ສູງ ​ຕໍ່​ການ​ມາ​ຢ້ຽມຢາມ​ຢ່າງ​ເປັນ​ທາງ​ການ​ຂອງ​ຄະນະ​ຜູ້​ແທນ ສສ ຫວຽດນາມ ​ແນ​ໃສ່​ຮັດ​ແໜ້​ນ ​ແລະ ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບທີ່​ຍິ່ງ​ໃຫຍ່ ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ ລາວ-ຫວຽດນາມ ທີ່​ມີ​ມູນ​ເຊື້ອ​ອັນ​ດີງາມ​ມາ​​ເປັນ​ເວລາ​ຍາວ​ນານ​ນັ້ນ ​ໃຫ້​ກ້າວ​ຂຶ້ນ​ສູ່​ລະດັບ​ສູງ​ອັນ​ໃໝ່ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ທັງ​ສອງ​ຊາດ ກໍ​ຄື ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມມື ​ແລະ ການ​ພັດທະນາ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

​ ໃນ​ໂອກ​າດດຽວ​ກັນ, ທ່ານນາງ ຫງວຽນ ທິ ຢວານ ພ້ອມ​ຄະນະຍັງ​ໄດ້​ໄປ​ວາງ​ພວງ​ມະລາ​ ຢູ່​ທີ່​ອານຸສາ​ວະລີ​ ນັກຮົບ​ນິລະນາມ, ຢ້ຽມຢາມ​ໂຮງຮຽນ​ພອນ​ສະຫວັນ, ສູນ​ຝຶກ​ອົບຮົມ​ແມ່ຍິງ​ພິການ, ຢ້ຽມ​ຊົມ​ພະທາດ​ຫລວງ​ວຽງ​ຈັນ,  ​ ແລະ ຢ້ຽມຊົມພື້ນຖານ​ການ​ຜະລິດ, ວັດທະນະທຳ​ຈຳນວນ​ໜຶ່ງ, ນອກ​ນີ້​ ຄະນະ​ຜູ້​ແທນ​ຍັງ​ໄດ້​ໄປ​ຢ້ຽມ​ຊົມ​ວັດ​ສີ​ເມືອງ ​ແລະ ວັດ​ເຟິດຕິກ ຢູ່​ນະຄອນຫລວງ​ວຽງ​ຈັນ, ພ້ອມ​ນີ້ ກໍ​ໄດ້​ເດີນທາງ​ໄປ​ຢ້ຽມຢາມ​ເຂື່ອນ​ໄຟຟ້າ​ນ້ຳ​ງື່ມ 1 ​ແລະ ​ໂຮງໝໍ​ແຂວງ​ວຽງ​ຈັນ ຕື່ມ​ອີກ.

DSC_896818.10.6

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...