Homeຂ່າວຕ່າງປະເທດຊິ້ນສ່ວນດາວທຽມຍາວ 10 ກ່ວາແມັດ ຕົກຢູ່ຈີນ ໂຊກດີບໍ່ມີໃຜໄດ້ຮັບບາດເຈັບ!

ຊິ້ນສ່ວນດາວທຽມຍາວ 10 ກ່ວາແມັດ ຕົກຢູ່ຈີນ ໂຊກດີບໍ່ມີໃຜໄດ້ຮັບບາດເຈັບ!

Published on

news01

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 18 ຕຸລາຜ່ານມານີ້ວ່າ ເກີດເຫດຊິ້ນສ່ວນດາວທຽມຕົກຢູ່ເມືອງສຸ່ຍສວນ ແຂວງຈຽງຊີ ປະເທດຈີນ ຊຶ່ງເຊື່ອວ່າເປັນດາວທຽມທີ່ປ່ອຍອອກສູ່ຊັ້ນບັນຍາກາດໂລກ ແລ້ວຕົກລົງມາ ໂດຍຊາວບ້ານໃນທ້ອງຖິ່ນໄດ້ລະບຸວ່າ ກ່ອນຈະພົບກັບຊິ້ນສ່ວນດັ່ງກ່າວ ຫລາຍຄົນໄດ້ຍິນສຽງຄ້າຍລະເບີດແຕກ 2 ຄັ້ງຕິດຕໍ່ກັນ ແລ້ວຕໍ່ມາຈຶ່ງມາພົບຊິ້ນສ່ວນດັ່ງກ່າວນີ້ ຊຶ່ງມີຂະໜາດໃຫຍ່ ແທກຄວາມຍາວໄດ້ເຖິງ 10 ແມັດ, ໂຊກດີທີ່ບໍ່ມີໃຜໄດ້ຮັບບາດເຈັບ ຫລື ສ້າງຄວາມເສຍຫາຍແກ່ຊັບສິນໃດໆ.

 

ບົດຄວາມຫຼ້າສຸດ

ທ່ານ ທອງລຸນ ສີສຸລິດ ສົ່ງຄໍາອວຍພອນອັນອົບອຸ່ນ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີ

ວັນທີ 01 ຕຸລາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາ ຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ

ໃນຕອນບ່າຍຂອງວັນທີ 1 ຕຸລາ 2026 ທີ່ ຫໍປະຊຸມແຫ່ງຊາດ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ...

ກອງປະຊຸມສະໄໝສາມັນເທື່ອທີ 2 ຈະພິຈາລະນາ 6 ບັນຫາສຳຄັນຂອງຊາດ

(ສພຊ) - ຕອນບ່າຍວັນທີ 01 ຕຸລານີ້, ທ່ານ ບຸນຈັນ ສີວົງພັນ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຫົວໜ້າກອງເລຂາກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X,...