Homeຂ່າວການພັດທະນາລັດຖະບານລາວ UNODC ແລະ UNDP ຮ່ວມປະຊຸມການຕ້ານການສໍ້ລາດບັງຫຼວງ

ລັດຖະບານລາວ UNODC ແລະ UNDP ຮ່ວມປະຊຸມການຕ້ານການສໍ້ລາດບັງຫຼວງ

Published on

12166709_1036006443098232_1785727018_n

ອົງການກວດກາລັດຖະບານ ຮ່ວມກັບອົງການ UNODC ແລະ UNDP ຈັດກອງປະຊຸມປະເມີນຜົນຄວາມຕ້ອງການພັດທະນາຄວາມອາດສາມາດໃນການຕ້ານການສໍ້ລາດບັງຫຼວງ ຢູ່ ສປປ ລາວ

ກອງປະຊຸມປະເມີນຜົນຄວາມຕ້ອງການພັດທະນາຄວາມອາດສາມາດໃນການຕ້ານການສໍ້ລາດບັງຫຼວງ ຢູ່ ສປປ ລາວ ໄດ້ຈັດຂື້ນໃນລະຫວ່າງວັນທີ 12-16 ຕຸລາ 2015ໂດຍການເປັນເຈົ້າພາບຂອງອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງ ແຫ່ງ ສປປ ລາວ ຮ່ວມກັບອົງການສະຫະປະຊາຊາດເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ (UNODC) ແລະ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໂດຍມີທີມງານທີ່ປຶກສາ, ຊ່ຽວຊານຈາກອົງການຈັດຕັ້ງສາກົນ ແລະ ບັນດາກະຊວງ-ອົງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ແມ່ນເພື່ອສະເໜີຜົນງານໃນວຽກງານການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຂອງ ສປປ ລາວ ພ້ອມທັງການຈັດຕັ້ງປະຕິບັດສົນທິສັນຍາ ສປຊ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງໃນຮອບວຽນທີ 1 ຂອງ ສປປ ລາວ ແລະ ເພື່ອເປັນການກະກຽມດຳເນີນການທົບທວນສົນທິສັນຍາ ສປຊ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ (ພາກທີ 2 ມາດຕະການສະກັດກັ້ນ ແລະ ພາກທີ 5 ວ່າດ້ວຍການເກັບກູ້ຊັບສິນຄືນ) ແລະ ເປັນການສ້າງແຜນວຽກໃນການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຂອງ ສປປ ລາວ ໃນໄລຍະ ປີ 2016-2020. ເຊິ່ງໃນກອງປະຊຸມດັ່ງກ່າວໄດ້ຜ່ານບົດລາຍງານຂອງອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງກ່ຽວກັບການເຄື່ອນໄຫວວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງພາຍຫຼັງທີ່ໄດ້ຮ່ວມຂະບວນການທົບທວນສົນທິສັນຍາ ສປຊ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ, ບົດລາຍງານຂອງອົງການ UNODC, UNDP ກ່ຽວກັບວິທີການໃນການປະເມີນຜົນຄວາມອາດສາມາດໃນການຕ້ານການສໍ້ລາດບັງຫຼວງຂອງ ສປປ ລາວ.

ຈາກນັ້ນ ຄະນະຊ່ຽວຊານ ຈາກອົງການ UNODC ແລະ UNDP ໄດ້ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບບັນດາກະຊວງທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ ອົງການກວດສອບແຫ່ງລັດ, ກະຊວງຍຸຕິທຳ, ສະພາແຫ່ງຊາດ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ກະຊວງພາຍໃນ, ກະຊວງການຕ່າງປະເທດ ແລະ ກະຊວງອື່ນໆ.

ນອກຈາກນີ້, ໃນວັນທີ 12 ຕຸລາ 2015 ບັນດາຕະນະຜູ້ແທນທີ່ມາຮ່ວມກອງປະຊຸມ ກໍ່ໄດ້ເຂົ້າຢ້ຽມຂຳນັບ ພະນະທ່ານ ດຣ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ຕາງໜ້າ ຄະນະຜູ້ແທນໄດ້ລາຍງານຫຍໍ້ກ່ຽວກັບຂອບເຂດວຽກ ແລະ ວາລະຂອງກອງປະຊຸມໃຫ້ພະນະທ່ານ ດຣ ບຸນທອງ ຈິດມະນີ ໄດ້ຮັບຊາບ ຈາກນັ້ນ ທ່ານ ດຣ ບຸນທອງ ຈິດມະນີ ໄດ້ຕີລາຄາສູງຕໍ່ຄະນະຜູ້ແທນທີ່ມາເຂົ້າຮ່ວມ ແລະ ອວຍພອນໃຫ້ກອງປະຊຸມຈົ່ງປະສົບຜົນສຳເລັດໃນການຈັດຕັ້ງປະຕິບັດການປະເມີນຜົນຄວາມອາດສາມາດໃນການຕ້ານການສໍ້ລາດບັງຫຼວງຕາມລະດັບຄາດໝາຍທີ່ວາງໄວ້.

12167624_1036006439764899_1959980735_n

12077458_1036006446431565_1470918466_n 12077458_1036006433098233_1470633891_n

ຂ່າວ ທີມຂ່າວLaoPost.com

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...