Homeຂ່າວທ້ອງຖິ່ນເມືອງທ່າແຂກ ກຽມຈັດງານບຸນອອກພັນສາ ແລະ ຊ່ວງເຮືອປະຈຳປີ 2015

ເມືອງທ່າແຂກ ກຽມຈັດງານບຸນອອກພັນສາ ແລະ ຊ່ວງເຮືອປະຈຳປີ 2015

Published on

155

ຂປລ. ບັນດາອະນຸກຳມະການ ແຕ່ລະພາກສ່ວນ ຂອງ​ເມືອງ​ທ່າ​ແຂກ ​ແຂວງ​ຄຳ​ມ່ວນ ໄດ້ລາຍງານຄວາມພ້ອມ ໃນການກະກຽມຈັດງານ ບຸນປະເພນີ ອອກພັນສາ ແລະ ຊ່ວງເຮືອປະຈຳປີ 2015 ໃນກອງປະຊຸມຈັດຂຶ້ນວັນທີ 12 ຕຸລາ 2015 ຢູ່ສະໂມສອນ ຫ້ອງວ່າການປົກຄອງເມືອງ ໂດຍການເປັນປະທານ ຂອງ ທ່ານ ສົມໃຈ ເພັດສີນວນ ຮອງເຈົ້າແຂວງໆຄຳມ່ວນ ທັງເປັນຄະນະປະທານ ຈັດງານບຸນປະເພນີ ອອກພັນສາ ແລະ ຊ່ວງເຮືອປະຈຳປີ, ມີ ທ່ານ ຈັນ ບຸບຜາລີວັນ ເຈົ້າເມືອງໆ ທ່າແຂກ, ພ້ອມດ້ວຍບັນດາ ຫົວໜ່ວຍທຸລະກິດ ແລະ ນັກທຸລະກິດ ເຂົ້າຮ່ວມ.

ກອງປະຊຸມ ບັນດາອະນຸກຳມະການທັງ 10 ປະກອບມີ ອະນຸກໍາມະການຮັບຜິດຊອບ ທາງສາສະໜາ, ກອງເລຂາ, ລະດົມທຶນເກັບຄ່າບໍລິການຕ່າງໆ, ພິທີການ ຮັບແຂກໂຄສະນາ ຈັດສະຖານທີ່, ບໍລິການ,ໄຫລເຮືອໄຟ, ເສັງກອງ, ຈັດການແຂ່ງຂັນເຮືອຊ່ວງ, ອະນາໄມເກັບມ້ຽນຂີ້ເຫຍື້ອ ແລະ ອະນຸກຳມະການປ້ອງ ໄດ້ລາຍງານຄວາມພ້ອມ ໃນການກະກຽມ ບັນດາໜ້າວຽກຂອງຕົນ ເປັນຕົ້ນແຜນວຽກ, ແຜນງານ ແລະ ແຜນງົບປະມານໃຊ້ຈ່າຍ ເພື່ອຮັບປະກັນໃຫ້ງານບຸນ ຮັກສາໄດ້ຮີດຄອງປະເພນີທີ່ດີງາມ, ສ້າງຄວາມສາມັກຄີ, ຄວາມເບີກບານມ່ວນຊື່ນ, ຮັບປະກັນຄວາມສະຫງົບປອດໄພ ແລະ ມີໝາກຜົນທີ່ສົມບູນ, ຈົບງາມ ຂຶ້ນກວ່າເກົ່າ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...