Homeຂ່າວພາຍ​ໃນສະຫະພັນກຳມະບານລາວ ເລືອກຕັ້ງຄະນະບໍລິຫານງານຊຸດໃໝ່

ສະຫະພັນກຳມະບານລາວ ເລືອກຕັ້ງຄະນະບໍລິຫານງານຊຸດໃໝ່

Published on

888_8233.15.10.1

ຂປລ. ສູນກາງສະຫະພັນ​ກຳມະບານ​ລາວ ​ເລືອກ​ໄດ້​ຄະນະ​ບໍລິຫານ​ງານ ຊຸດ​ໃໝ່ ​ໃນ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ສະຫະພັນ​ກຳມະບານ​ລາວ ທົ່ວ​ປະ​ເທດ ຄັ້ງ​ທີ VII ທີ່​ປິດ​ລົງ​ດ້ວຍ​ຜົນສຳ​ເລັດ​ອັນ​ຈົບງາມ ​ໃນ​ວັນ​ທີ 15 ຕຸລາ 2015 ນີ້, ຢູ່​ນະຄອນຫລວງ​ວຽງຈັນ.

ໃນ​​ກອງ​ປະຊຸມດັ່ງກ່າວ ​ໄດ້​ປ່ອນ​ບັດ​ຄັດ​​ເລືອກ​ເອົາ​ຄະນະ​ບໍລິຫານ​ງານ​ສະຫະພັນ​ກຳ​ມະ​ບານ​ລາວ ຊຸດ​ໃໝ່ ຈຳນວນ 49 ສະຫາຍ ​ເພື່ອ​ສືບ​ຕໍ່​ຊີ້​ນຳ-ນຳພາ​ ວຽກ​ງານ​ກຳມະບານ​ລາວ​ ໃນ​ຕໍ່ໜ້າ ​ໃນ​ນັ້ນ​ໄດ້​ເຫັນ​ດີ​ເປັນ​ເອກະພາບ​ກັນ​ເລືອກ​ເອົາ ທ່ານ ປ້ານ ນ້ອຍ​ມະນີ ​ເປັນ​ປະທານ​ສູນ​ກາງ​ສະຫະພັນ ກຳມະບານ​ລາວ, ທ່ານ ສີ​ມູນ ອຸ່ນ​ລາສີ ​ເປັນ​ຮອງ​ປະທານ ທັງ​ເປັນ​ປະທານ​ກວດກາ ​ແລະ ​ເລືອກ​ເອົາ ທ່ານ ຕົງ​ເຢຢາງ ຢັງ​ເຊັງ, ທ່ານ ວັນນາ ດວງ​ພະຈັນ ​ແລະ ທ່ານ​ນາງ ອາລີ ວົງ​ໜໍ່​ບຸນ​ທຳ ​ເປັນ​ຮອງ​ປະທານສູນ​ກາງ​ສະຫະພັນ​ກຳມະບານ​ລາວ.

ນອກ ​ນັ​້ນ, ​​ກອງ​ປະຊຸມ​ ຍັງໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ກັນ​ຮັບຮອງ​ເອົາ​ບົດ​ລາຍ​ງານ​ການ​ເມືອງ ​ຂອງ​ຄະນະ​ບໍລິ​ຫານ​ງານ​ສູນ​ກາງ​ສະຫະພັນ​ກຳມະບານ​ລາວ​ສະ​ໄໝ​ ທີ VI, ຮັບຮອງ​ເອົາ​ແຜນ​ຍຸດ​ທະ​ສາ​ດ​ ໃນ​ການ​ພັດທະນາ​ອົງການ​ຈັດ​ຕັ້ງ​ແຕ່​ ນີ້​ຮອດ​ປີ 2020, ຮອດ​ປີ 2025 ​ແລະ ວິ​ໄສ​ທັດ​ຮອດ​ປີ 2030, ຮັບຮອງ​ເອົາ​ກົດ​ລະບຽບ​ ຂອງ​ສະຫະພັນ​ກຳມະບານ ສະບັບ​ປັບປຸງ​ໃໝ່ ​ແລະ ຜ່ານ​ເນື້ອ​​ໃນ​ຂໍ້​ແຂ່ງຂັນ 5 ​ເປັນ​ເຈົ້າ ​ຂອງ​ກຳມະບານລາວ ​ແລະ  ອື່ນໆ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ມຽນມາ ປະຈຳລາວ ເຂົ້າຢ້ຽມຂ່ຳນັບ

ໃນຕອນເຊົ້າວັນທີ 07 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ອ່ອງ ໂກ (Aung...

ສສຊ ສະເໜີໃຫ້ລັດຖະບານ ພັດທະນາບໍ່ແຮ່ ເນັ້ນໃຫ້ລັດ ແລະ ປະຊາຊົນ ໄດ້ຮັບຜົນປະໂຫຍດສູງສຸດ

ວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ຕຸລາ 2026 ນີ້, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ...

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ ຂອງແຜນພັດທະນາ ເສດ ຖະກິດ-ສັງຄົມແຫ່ງຊາດ...