Homeຂ່າວເຫດການລາວ-ຫວຽດນາມ ສືບຕໍ່ເພີ່ມທະວີ ເສີມຂະຫຍາຍສາຍພົວພັນຮ່ວມມືຮອບດ້ານ

ລາວ-ຫວຽດນາມ ສືບຕໍ່ເພີ່ມທະວີ ເສີມຂະຫຍາຍສາຍພົວພັນຮ່ວມມືຮອບດ້ານ

Published on

3782ab03e301f4adf7c6424b522ede49

ໂດຍ​ຕອບ​ສະໜອງ​ຕາມ​ຄຳເຊື້ອ​ເຊີນ​ຂອງ​ສະຫາຍ ບຸນ​ຍັງ ວໍລະ​ຈິດ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ຮອງ​ປະທານປະເທດ ສະຫາຍ​ນາງ ຫງວຽນ ທີ​ຢວານ ຮອງ​ປະທານ​ປະເທດ ແຫ່ງ ​ສສ ຫວຽດນາມ ພ້ອມດ້ວຍ​ຄະນະ ໄດ້​ເດີນທາງ​ມາ​ຢ້ຽມຢາມ​ສັນຖະວະໄມຕີ ​ສປປ ລາວ ຢ່າງ​ເປັນ​ທາງ​ການ ໃນ​ລະຫວ່າງວັນ​ທີ 15-18 ຕຸລາ 2015 ເພື່ອສືບຕໍ່​ຮັດ​ແໜ້ນ​ສາຍ​ພົວພັນ​ຮ່ວມມື​ແບບ​ພິເສດ ແລະ ຮອບດ້ານ ລະຫວ່າງ​ສອງ​ຊາດ ລາວ-ຫວຽດນາມ ໃຫ້​ນັບ​ມື້​ໜັກ​ແໜ້ນ​ເຂັ້ມແຂງ ແລະ ກ້າວ​ສູ່​ລວງ​ເລິກ​ຍິ່ງ​ຂຶ້ນ.

ພິທີ​ຕ້ອນຮັບ​ສະຫາຍ​ນາງ ຫງວຽນ ທີ​ຢວານ ຢ່າງ​ເປັນ​ທາງການ ​ໄດ້​ຈັດ​ຂຶ້ນ​ຕອນ​ບ່າຍວັນ​ທີ 15 ຕຸລາ 2015 ທີ່​ທຳ​ນຽບ​ປະທານ​ປະເທດ (ຫໍຄຳ) ໂດຍ​ສະຫາຍ ບຸນ​ຍັງ ວໍລະ​ຈິດ ໄດ້​ໃຫ້ກຽດ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ຈາກນັ້ນ ສອງ​ຝ່າຍ​ໄດ້​ພົບ​ປະ​ເຮັດ​ວຽກຮ່ວມ​ກັນ ເຊິ່ງ​ການ​ພົບ​ປະ​ຄັ້ງ​ນີ້ ສອງ​ຝ່າຍ​ໄດ້​ຕີ​ລາຄາ​ສູງ​ການຮ່ວມ​ມື​ໄລຍະ​ຜ່ານ​ມາ ພ້ອມ​ທັງເປັນ​ເອກະ​ພາບ​ ຢືນຢັນຢ່າງ​ໜັກແໜ້ນ​ ສືບຕໍ່​ຮັກສາ​ມູນເຊື້ອ​ສາຍພົວພັນ​ມິດຕະພາບ ຄວາມ​ສາມັກ​ຄີ​ພິເສດ ແລະ ການ​ຮ່ວມ​ມືຮອບດ້ານ​ລະຫວ່າງສອງ​ພັກ ສອງ​ລັດ ແລະ ປະຊາຊົນ​ສອງຊາດ ລາວ-ຫວຽດນາມ​ ໃຫ້ນັບ​ມື້​ແຕກ​ດອກ​ອອກ​ຜົນ​ຍິ່ງ​ຂຶ້ນ.

ໂອກາດ​ດັ່ງກ່າວ ສະຫາຍ ບຸນ​ຍັງ ວໍລະ​ຈິດ ໄດ້​ສະແດງຄວາມ​ຂອບໃຈ ແລະ ຕີ​ລາຄາ​ສູງຕໍ່​ການ​ຊ່ວຍເຫຼືອ​ອັນ​ມີ​ປະ​ສິດທິຜົນ​ຂອງ​ພັກ-ລັດຖະບານ ແລະ ປະຊາຊົນ​ຫວຽດນາມ ເຊິ່ງ​ໄດ້​ປະກອບ​ສ່ວນ​ສຳຄັນ​ ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມຂອງລາວ ໃຫ້​ມີ​ຄວາມ​ເຕີບ​ໃຫຍ່​ຂະຫຍາຍ​ຕົວຢ່າງ​ບໍ່​ຢຸດ​ຢັ້ງ.

ຂ່າວ​ແຈ້ງ​ຕື່ມ​ວ່າ: ຕອນ​ແລງວັນ​ດຽວ​ກັນ​ນີ້​ ສະຫາຍ​ນາງ ຫງວຽນ ທີ​ຢວານ ພ້ອມຄະນະ ຍັງ​ໄດ້​ຮ່ວມ​ພົບ​ປະ​ເຮັດ​ວຽກ​ກັບ ສະຫາຍ ທອງ​ສິງ ທຳ​ມະ​ວົງ ກຳມະ​ການ​ກົມ​ການເມືອງ​ສູນ​ກາງພັກ ນາຍົກລັດຖະມົນຕີ ທີ່​ຫ້ອງວ່າການ​ລັດຖະບານ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...