Homeຂ່າວຕ່າງປະເທດຫວຽດນາມ - ໄທ ສົ່ງອອກເຂົ້າກວມເອົາ 50%ໃນທົ່ວໂລກ

ຫວຽດນາມ – ໄທ ສົ່ງອອກເຂົ້າກວມເອົາ 50%ໃນທົ່ວໂລກ

Published on

400.333

ຂປລ.ຕາມ​ຂ່າວ ​ຕ່າງປະ​ເທດ, ຫວຽດນາມ ​ແລະ ​ໄທ ສາມາດ ສົ່ງອອກເຂົ້າ ກວມ​ເອົາ 50% ໃນທົ່ວໂລກ ຂະນະ​ທີ່ ​ອາ​ຊຽນ ສາມາດ​ ສະໜອງ ປະລິມານ ການ​ຜະລິດ​ເຂົ້າ ທົ່ວ​ໂລກ ​ໄດ້ 25%.

ກະຊວງ ​ກະສິກຳ ​ແລະ ພັດທະນາ ​ຊົນນະບົດ, ສະ​ຖາ​ບັນ ​ຄົ້ນຄວ້າ​ເຂົ້າ ສາກົນ ​ແລະ ກຸ່ມ​ບໍລິສັດ​ ເບ​ເຢີ ຫວຽດນາມ ຮ່ວມ​ກັນ​ ຈັດ​ເວທີ​ປາ​ໄສ ອານາ​ຄົດ ​ເຂົ້າສານ​ ອາ​ຊຽນ ຄັງທີ 2  ປະຈຳ​ປີ 2015 ວັນ​ທີ 14 ຕຸລາ 2015 ຢູ່​ນະຄອນ​ໂຮ່ຈິ​ມິ​ງ, ​ໂດຍ​ມີ​ ຜູ້​ແທນ​ຈາກ 5 ປະ​ເທດ​ ທີ່ຂຶ້ນ​ກັບ ​ພາກ​ພື້ນ​ ອາ​ຊຽນ​ ເຂົ້າຮ່ວມ ປຶກສາ​ ຫາລື​ ກ່ຽວກັບ​ ຄວາມ​ສາມາດ ​ບົ່ມ​ຊ້ອນ ​ແລະ ສິ່ງ​ທ້າ​ທາຍ ຂອງ​ຂະ​ແໜງ​ເຂົ້າ ໃນ​ປັດຈຸບັນ​ ​ໂດຍ​ສະ​ເພາະ  ການ ​ຊ່ວ​ຍເຫລືອ​ ຊາວ​ກະສິກອນ ​ໝູນ​ໃຊ້​ ເຕັກ​ໂນ​ໂລ​ຊີ​ ທັນ​ສະ​ໄໝ ​ໃນ​ການ​ຜະລິດ​ເຂົ້າ, ວິວັດ​ການ ​ຫັນປ່ຽນ ​ເສດຖະກິດ ​ແລະ ປ່ຽນ​ແປງ​ ຊັບພະຍາກອນ​ ມະນຸດ​ໃນ​ພື້ນຖານ ​ເສດຖະກິດ ​ເຂົ້າສານ ​ອາ​ຊຽນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...