spot_img
Homeວິທະຍາສາດ-ວິທະຍາການຄວາມສຳພັນລະຫວ່າງໝູ່ໃນໄວລຸ້ນອາດຈະສົ່ງຜົນກະທົບຕໍ່ສຸກຂະພາບຕອນເປັນຜູ້ໃຫຍ່

ຄວາມສຳພັນລະຫວ່າງໝູ່ໃນໄວລຸ້ນອາດຈະສົ່ງຜົນກະທົບຕໍ່ສຸກຂະພາບຕອນເປັນຜູ້ໃຫຍ່

Published on

Adolescence

ການເຮັດ​ຕາມ​ບຸກ​ຄົນ​ອື່ນ​ອາດຈະ​ບໍ່ແມ່ນ​ສິ່ງ​ທີ່​ດີ​ທີ່ສຸດ​ຂອງ​ບຸກ​ຄົນ​ນັ້ນ​ສະເໝີ​ໄປ ແຕ່​ງານ​ວິ​ໄຈ​ໃໝ່​ແນະ​ວ່າ ໄວ​ລຸ້ນ​ທີ່​ໄປ​ກັບ​ໝູ່ເພື່ອ​ນຂອງ​ພວກເຂົາ​ເລື້ອຍໆ​ຈະ​ມີ​ສຸກຂະພາບ​ທີ່​ດີ​ຂຶ້ນ​ເມື່ອ​​ພວກເຂົາ​ໃຫຍ່​

ນັກ​ວິທະຍາ​ສາດ​ຮູ້​ວ່າ ຄວາມ​ສຳພັນ​ໃກ້​ຊິດ​ຂອງ​ເພື່ອນ​ສາມາດ​ຊ່ວຍ​ກະຕຸ້ນ​ສຸກຂະພາບ​ໄດ້ ຄົົນທີ່​ຢູ່​ຄົນ​ດຽວ​ມີ​ແນວ​ໂນ້ມ​ທີ່​ຈະ​ເຈັບ​ປ່ວຍ​ໄດ້​ງ່າຍ​ກວ່າ ສິ່ງ​ນີ້​ເປັນ​ເລື່ອງ​ຈິງ​ທັງ​ໃນ​ໄວ​ລຸ້ນ​ແລະ​ໃນ​ຜູ້ໃຫຍ່ ແລະ​ຄົົນທີ່​ເຮັດ​ທຸກ​ຢ່າງ​ດ້ວຍ​ຕົວ​ເອງ​ໂດຍ​ບໍ່​ໄດ້ຮັບ​ແຮງ​ກົດ​ດັນ​ອາດຈະ​ຮູ້ສຶກ​ເຖິງ​ຄວາມ​ບໍ່​ພຶງ​ພໍ​ໃຈ​ທາງ​ອາລົມ ການ​ຄົ້ນ​ພົບ​ໃນ​ເທື່ອ​ນີ້​ເປັນ​ແຮງ​ບັນ​ດານ​ໃຈ​ໃຫ້ Joseph Allen ແລະ​ທີມ​ວິ​ໄຈ​ຂອງ​ພວກເຂົາ​ເຮັດ​ການສຶກສາ​ພຶດຕິກຳ​ຂອງ​ໄວ​ລຸ້ນ Allen ເປັນ​ນັກ​ຈິດ​ວິທະຍາ​ທີ່ University of Virginia ໃນ Charlottesville ທີມ​ວິ​ໄຈ​ຂອງ​ພວກເຂົາ​ສົງ​ໄສ​ວ່າ ປະສົບການ​ທີ່ເກີດຂື້ນ​ໃນ​ໄລຍະ​ທີ່​ຍັງ​ເປັນ​ໄວ​ລຸ້ນ​ອາດຈະ​ມີ​ຜົນ​ກະທົບ​ຕໍ່​ສຸກຂະພາບ​ໃນ​ຕອນ​ເປັນ​ຜູ້ໃຫຍ່

ດັ່ງ​ນັ້ນ​ພວກເຂົາ​ທຳການ​ຕິດ​ຕາມ​ໄວ​ລຸ້ນ​ຈຳນວນ​ກວ່າ 171 ຄົນ ໂດຍ​ເລີ່ມ​ຕິດ​ຕາມ​ຕັ້ງ​ແຕ່​​ພວກເຂົາ​ຍັງ​ອາ​ຍຸ​​ພຽງ 13 ປີ ​ພວກເຂົາ​ທຳການ​ສຳພາດ​ແຕ່​ລະ​ຄົນ​ໃນ​ທຸກໆ​ປີ​ເປັນ​ເວລາ​ກວ່າ​ຫ້າ​ປີ ເດັກ​ເຫລົ່າ​ນີ້​ເປັນ​ໄວ​ລຸ້ນ​ຕົວ​ຢ່າງ​ທີ່​ໃຊ້​ໃນ​ການສຶກສາ​ນີ້ ແຕ່​​ພວກເຂົາ​ບໍ່​ໄດ້​ທຳການ​ສຳພາດ​ສະເພາະ​ເຫລົ່າ​ໄວ​ລຸ້ນ​ຕົວ​ຢ່າງ ນັກ​ວິທະຍາ​ສາດ​ຍັງ​ໄດ້​ເວົ້າ​​ກັບ​ໝູ່​ສະນິດ​ຂອງ​ໄວ​ລຸ້ນ​ຕົວ​ຢ່າງ​ອີກດ້ວຍ ໝູ່ຂອງ​​ພວກເຂົາ​ຈະ​ເປັນ​ຄົນ​ໃຫ້​ຂໍ້​ມູນ​ເພີ່ມເຕີມ​ກ່ຽວກັບ​ຄຸນນະພາບ​ຂອງ​ຄວາມ​ເປັນ​ມິດ

Allen ແລະ​ທີມ​ວິ​ໄຈ​ຂອງ​ພວກເຂົາ​ມີ​ຄວາມ​ສົງ​ໄສ​ກ່ຽວກັບ​ຄວາມ​ສຳພັນ​ລະຫວ່າງໝູ່​ເພື່ອນ​ຂອງ​ໄວ​ລຸ້ນ​ຕົວ​ຢ່າງ​ແຕ່​ລະ​ຄົນ ​ເດັກ​ໄວ​ລຸ້ນ​ຈະ​ຖືກ​ຖາມ​ດ້ວຍ​ຄຳ​ຖາມ​ເຊີງ​ບວກ​ແລະ​ເຊີງ​ລົບ​ກ່ຽວກັບ​ຄວາມ​ສຳພັນ​ລະຫວ່າງ​ໝູ່ເພື່ອນ ນັກ​ວິທະຍາ​ສາດ​ຍັງ​ຖາມ​ໝູ່​ຂອງ​​ພວກເຂົາ​ອີກ​​ວ່າ ກຸ່ມ​ໄວ​ລຸ້ນ​ຕົວ​ຢ່າງ​ນັ້ນ​ມີ​ແນວ​ໂນ້ມ​ທີ່​ຈະ​ໄປ​ກັບ​ໝູ່ເພື່ອນ​ຫລາຍ​ຊ່ຳ​ໃດ ຫລື​ຮູ້ສຶກ​ຕໍ່​ຕ້ານ​ທີ່​ຈະ​ເຮັດ​ໃນ​ສິ່ງ​ທີ່​ກ່ຽວ​ຂ້ອງ​ກັບ​ຕົວ​ພວກເຂົາ​ຫລື​ບໍ່​ຢ່າງໃດ

​ກຸ່ມ​ໄວ​ລຸ້ນ​ທັງ 171 ຄົນ​ຈະ​ຖືກ​ສຳພາດ​ອີກ​ເທື່ອ​ໜຶ່ງ​ເມື່ອ​​ພວກເຂົາ​ເປັນ​ຜູ້ໃຫຍ່ ຊຶ່ງ​ຈະ​ມີ​ອາ​ຍຸ​ເກືອບ 25-27 ປີ ໃນ​ເວລາ​ນີ້ ຄຳ​ຖາມ​ທີ່​ຖາມ​ຈະ​ເປັນ​ການ​ກວດ​ສອບ​ສຸກຂະພາບ​ໂດຍ​ທົ່ວ​ໄປ​ຂອງ​ແຕ່​ລະ​ບຸກ​ຄົນ ເມື່ອ​ນັກ​ວິ​ໄຈ​ທຳການ​ວິ​ເຄາະ​ຜົນ ​ພວກເຂົາ​ພົບ​ວ່າ​ມັນ​ມີ​ຄວາມ​ສຳພັນ​ທີ່​ເຫັນ​ເດັ່ນ​ແຈ້ງ​ຫລາຍ​ລະຫວ່າງ​ພຶດຕິກຳ​ຂອງ​ໄວ​ລຸ້ນ​ກັບ​ສຸກຂະພາບ​ໃນ​ຕອນ​ເປັນ​ຜູ້ໃຫຍ່ ໄວ​ລຸ້ນ​ທີ່​ມີ​ໝູ່​ສະນິດ​ທີ່​ໃຫ່ຍ​ມາ​ນຳກັນ​ຈະ​ມີ​ສຸກຂະພາບ​ທີ່​ແຂງ​ແຮງ ການສຶກສາ​ໃນ​ເທື່ອ​ນີ້​ຕີ​ພິມ​ໃນ​ວາລະ​ສານ​ທາງ​ວິ​ຊາ​ການ​ແຫ່ງ​ຊາດ Psychological Science ເມື່ອ​ວັນທີ່ 19 ສິງ​ຫາ

ການສຶກສາ​ຍັງ​ພົບ​ອີກ​ດ້ວຍ​ວ່າ ໄວ​ລຸ້ນ​ທີ່​ເຮັດ​ຕາມ​ໃນ​ສິ່ງ​ທີ່​ໝູ່​ຂອງ​ພວກເຂົາ​ຕ້ອງ​ການ​ແທນ​ທີ່​ຈະ​ເຮັດ​ໃນ​ສິ່ງ​ທີ່​ແຍກ​ຕົວ​ອອກ​ຫ່າງ​ຈະ​ມີ​ສຸກຂະພາບ​ທີ່​ດີ​ໃນ​ຕອນ​ເປັນ​ຜູ້ໃຫຍ່​ດ້ວຍ

“ການ​ຕິດ​ຕາມ​ໄປ​ກັບ​ເພື່ອນ​ອາດຈະ​ເປັນ​ຂໍ້​ດີ” Allen ກ່າວ ແຕ່​ມັນ​ກໍ​ຍັງມີ​ຂໍ້​ເສຍ​ດ້ວຍ​ເຊັ່ນ​ກັນ ໄວ​ລຸ້ນ​ທີ່​ມີ​ຄວາມ​ເປັນ​ຕົວ​ຂອງ​ຕົວ​ເອງ​ສູງ​ມີ​ແນວ​ໂນ້ມ​ທີ່​ຈະ​ເຮັດ​ສິ່ງ​ດີໆ​ໃນ​ໂຮງຮຽນ​ແລະ​ທີ່​ເຮັດວຽກ ແລະ​ການ​ໄດ້ຮັບ​ແຮງ​ກົດ​ດັນ (ແຮງ​ກົດ​ດັນ​ທີ່​ມາ​ຈາກ​ໝູ່ເພື່ອນ​ແລະ​ຕ້ອງ​ເຮັດ​ຕາມ​ເພື່ອນ) ອາດຈະ​ນຳ​ໄປ​ສູ່​ການ​ເຂົ້າ​ຫາ​ພຶດຕິກຳ​ສ່ຽງ​ເຊັ່ນ ການ​ສູບ​ບຸ​ຢາ ການ​ດື່ມ​ເຫລົ້າ​ແລະ​ການ​ໃຊ້​ຢາ​ໄດ້

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...