spot_img
Homeວິທະຍາສາດ-ວິທະຍາການWHO ເຜີຍພົບເຊື້ອໂປລິໂອກາຍພັນໃນລາວ

WHO ເຜີຍພົບເຊື້ອໂປລິໂອກາຍພັນໃນລາວ

Published on

3bfb7674b64d60fe779a17ca6178ccbb

ສຳ​ນັກ​ຂ່າວ​ຮອຍ​ເຕີລ໌​ລາຍ​ງານ​ວ່າ ສ.ປ.ປ ລາວ ​ກຳ​ລັງ​ເດືອດ​ຮ້ອນ​ໃນ​ເລື່ອງ​ຂອງ​ເຊື້ອ​ໂປ​ລິ​ໂອ​ສາຍ​ພັນ​ວັກ​ຊີນ (Vaccine Derived Poliovirus, VDPV) ເນື່ອງ​ຈາກ​ມື້​ວັນຈັນ​ທີ່​ຜ່ານມາ ອົງ​ການ​ອະນາໄມ​ໂລກ ລາຍ​ງານ​ຜົນ​ເຖິງ​ຄວາມ​ລົ້ມເຫລວ​ໃນ​ແຜນ​ການ​ກຳຈັດ​ພະຍາດ​ພິ​ການ​ລະ​ດັບ​ໂລກ ໂດຍ​ກ່ອນ​ໜ້າ​ນີ້​ຫາກໍ່​ມີ​ລາຍ​ງານ​ວ່າ​ໄວ​ຣັດ​ໂປ​ລິ​ໂອ​ຟື້ນ​ຄືນ​ຊີບ​ກັບ​ມາ​ອີກ​ເທື່ອໜື່ງ

WHO ເປີດ​ເຜີຍ​ວ່າ ເດັກ​ຊາຍ​ອາ​ຍຸ 8 ປີ​ທີ່​ເສຍຊີວິດ​ເມື່ອ​ວັນທີ່ 11 ກັນຍາ​ທີ່​ຜ່ານມາ ມີ​ຜົນ​ການ​ກວດ​ທາງ​ພັນ​ທຸ​ກຳ​ທີ່​ສະແດງ​ໃຫ້​ເຫັນ​ວ່າ ສາຍ​ພັນ​ໄວ​ຣັດ​ໂປ​ລິ​ໂອ​ທີ່​ມີ​ການ​ກາຍ​ພັນ​ນີ້​ໄດ້​ແພ່​ກະ​ຈາຍ​ຢູ່ໃນ​ແຂວງ​ບໍ​ລິ​ຄຳ​ໄຊ (Bolikhamxay) ຊຶ່ງ​ເປັນ​ພື້ນ​ທີ່​ທີ່​ມີ​ອັດຕາ​ພູ​ມ​ຄຸ້ມ​ກັນ​ຕ່ຳ​ມາ​ດົນ​ກວ່າ 2 ປີ

ແຄມ​ເປນ​ການ​ສີດ​ວັກ​ຊີນ​ມີ​ຂຶ້ນ​ທົ່ວ​ໂລກ ແຕ່​ກໍ​ຍອມແພ້​ໃຫ້​ກັບ​ໄວ​ຣັດ​ໂປ​ລິ​ໂອ​ສາຍ​ພັນ wild poliovirus ( WPV) ທີ່​ປາ​ກີ​ສະຖານ​ແລະ​ອັບ​ກາ​ນິ​ດສ໌ຖານ ຊຶ່ງ​ມີ​ລາຍ​ງານ​ການ​ຕິດ​ເຊື້ອ​ໄວ​ຣັດ​ໃນ​ປີ​ນີ້

ຜູ້​ຊ່ຽວຊານ​ເຕືອນ​ວ່າ ເຊື້ອ​ໂປ​ລິ​ໂອ​ສາຍ​ພັນ​ວັກ​ຊີນ​ອາດຈະ​ເປັນ​ອຸປະສັກ​ຕໍ່​ການ​ກຳຈັດ​ພະຍາດ​ລະ​ບາດ​ນີ້​ທົ່ວ​ໂລກ

ສ.ປ.ປ ລາວ ປອດ​ເຊື້ອ​ໄວ​ຣັດ​ໂປ​ລິ​ໂອ​ສາຍ​ພັນ wild strain ຕັ້ງ​ແຕ່​ປີ 1993 ແຕ່​ເຖິງ​ຢ່າງໃດ​ອັດຕາ​ພູ​ມ​ຄຸ້ມ​ກັນ​ໃນ​ປະຊາກອນ​ຢູ່ໃນ​ລະ​ດັບ​ຕ່ຳ ຊຶ່ງ​ໝາຍ​ຄວາມ​ວ່າ ປະຊາກອນ​ຈະ​ມີ​ຄວາມ​ສ່ຽງ​ຕໍ່​ການ​ຕິດ​ເຊື້ອ​ກາຍ​ພັນ​ນີ້​ໄດ້​ຈາກ​ຂອງ​ເສຍ​ທີ່​ຖືກ​ຂັບ​ຖ່າຍ​ອອກ​ມາ

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...