Homeຂ່າວການພັດທະນາໂຄງການບູລະນະປະຕິສັງຂອນຫໍພະແກ້ວ ມີຄວາມຄືບໜ້າຫລາຍກ່ວາ 60%

ໂຄງການບູລະນະປະຕິສັງຂອນຫໍພະແກ້ວ ມີຄວາມຄືບໜ້າຫລາຍກ່ວາ 60%

Published on

8d0c468c602cecb615d043564eeb206e

ວັນ​ທີ 13 ຕຸລາ 2015 ຄະນະ​ຮັບຜິດຊອບ​ບູລະນະ​ປະຕິ​ສັງຂອນ ​ພິ​ພິ​ທະ​ພັນ​ຫໍພະແກ້ວ ຄັ້ງ​ທີ III ນຳ​ໂດຍ​ທ່ານ ສາຍທອງ ແກ້ວດວງ​ດີ ຮອງ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ໄດ້​ລົງ​ຕິດຕາມຄວາມ​ຄືບ​ໜ້າ​ຂອງ​ໜ້າ​ວຽກ​ປະຕິ​ສັງ​ຂອນ​ໂຄງການ​ດັ່ງກ່າວ ໄດ້ຮັບ​ຟັງ​ການ​ລາຍ​ງານ​ຈາກ​ທ່ານ ບຸນ​ມີ ສອນ​ມີ​ໄຊ ຜູ້ອຳນວຍການບໍລິສັດ ມີ​ພູນ​ຊັບ​ກໍ່ສ້າງ ທີ່​ເປັນ​ບໍລິ​ສັດ​ຜູ້​ຮັບ​ເໝົາ ເຫັນ​ໄດ້​ວ່າ​ໜ້າວຽກ​ແມ່ນ​ມີ​ຄວາມ​ຄືບ​ໜ້າ ແລະ ມີ​ຜົນສຳເລັດ​ຫຼາຍ​ກວ່າ 60% ໃນ 4 ໜ້າ​ວຽກ​ຕົ້ນຕໍຄື: ວຽກ​ຮື້ຖອນ ແລະ ສ້ອມແປງ​ຄືນ​ໂຄງຫຼັງຄາ ສ້ອມແປງ​ເພດານ​ດ້ານໃນ ຕີ​ເພດານ​ນອກ​ໃໝ່ ສີ​ໜ້າ 2 ດ້ານ ວຽກ​ສ້ອມແປງ​ຊຸ້ມ​ປະຕູ ປ່ອງຢ້ຽມ​ ພ້ອມ​ບານ ແລະ ວຽກສີ.

ສຳລັບ​ວຽກ​ທີ່​ຄົງ​ຄ້າງ​ຈະ​ສືບຕໍ່​ປະຕິບັດ​ໃນຕໍ່ໜ້າ​ມີ​ຄື: ຕິດ​ຕັ້ງລະບົບ​ປ້ອງ​ກັນ​ອັກຄີ​ໄພ ຕິດ​ຕັ້ງລະບົບ​ສັນຍານ​ເຕືອນ​ໄພ ວຽກດອກ​ດວງ​ເພດານ ດ້ານ​ນອກ ດ້ານ​ໃນ ວຽກ​ສ້ອມແປງ​ຊຸ້ມ​ປະຕູ ປ່ອງຢ້ຽມ ໂບກ​ເສົາ ແລະ ຝາ ທາສີ​ຝາ​ດ້ານ​ໃນ​ດ້ານ​ນອກ​ຂອງສິມ ທາສີ​ຂອບ​ປະຕູ​ປ່ອງຢ້ຽມ ຕິດ​ມຸກ​ແກ້ວ​ໃສ່​ບານ​ປະຕູປ່ອງຢ້ຽມ ສ່ວນ​ວຽກ​ພື້ນ​ແມ່ນ​ຮື້ ແລະ ສ້ອມແປງ​ເປັນ​ຈຸດ ຖ້ານ 1 ຖ້ານ 2 ຮື້ ແລະ ສ້ອມແປງພື້ນ​ດ້ານນອກ ຖ້ານ 3 ແລະ ສ້ອມແປງຂັ້ນໄດ​ທາງ​ຂຶ້ນ ຖ້ານ 1 ຖ້ານ 2 ດ້ວຍ​ກະໂລ້​ດິນ​ເຜົາ ຄາດ​ວ່າ​ຈະ​ໃຫ້​ສຳເລັດ​ຕາມ​ແຜນການ​ທີ່​ວາງໄວ້.

ພາຍຫຼັງ​ຮັບ​ຟັງ​ການ​ລາຍງານ ທ່ານ ສາຍທອງ ແກ້ວ​ດວງດີ ໄດ້​ຍ້ອງຍໍ​ຊົມເຊີຍ​ຕໍ່​ຄວາມບຸກ​ບືນ​ຫ້າວຫັນ​ຂອງ​ບໍລິສັດ​ຜູ້​ຮັບເໝົາ ເຮັດ​ໃຫ້​ໜ້າ​ວຽກ​ສຳເລັດ​ໄປຕາມ​ແຕ່​ລະ​ບາດກ້າວ ແລະ ຂັ້ນຕອນ​ທີ່​ວາງ​ໄວ້ ພ້ອມ​ນີ້ ທ່ານ​ຍັງໄດ້​ມີ​ຄຳ​ເຫັນ​ແນະນຳ​ໃຫ້​ທິດ​ທາງ ໃນ​ການ​ບູລະນະ​ປະຕິສັງຂອນ​ພິ​ພິ​ທະ​ພັນ​ຫໍພະແກ້ວ ແມ່ນ​ໃຫ້​ມີເອກະລັກ​ຮັກສາ​ຊົງ​ເດີມ​ໄວ້ ຈາກນັ້ນ ທ່ານ​ຮອງ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ຍັງ​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ປັດຈຸບັນ​ດ້ານ​ງົບປະມານ​ໃນ​ໄລຍະ​ທີ​ໜຶ່ງ​ແມ່ນ 7 ຕື້​ກີບ ແຕ່​ໃຫ້ສົມບູນ​ທັງ​ໝົດ​ແມ່ນ​ຕ້ອງການ​ງົບປະມານ 15 ຕື້​ກີບ ດັ່ງນັ້ນ ​ຮຽກຮ້ອງ​ມາ​ຍັງ​ບັນດາ​ບໍລິສັດ ຫົວໜ່ວຍ​ທຸລະ​ກິດ ພະນັກງານ-ລັດຖະ​ກອນ ຕະຫຼອດ​ຮອດ​ປະຊາຊົນບັນດາເຜົ່າ ​ຜູ້​ທີ່​ມີ​ຈິດໃຈ​ເຫຼື້ອມ​ໃສສັດທາ ​ຈົ່ງ​ສືບຕໍ່​ບໍລິຈາກ ​ເພື່ອ​ເປັນການ​ປະກອບສ່ວນ​ເຂົ້າ​ໃນ​ການ​ບູລະນະ​ປະຕິສັງຂອນ ພິ​ພິ​ທະ​​ພັນ​ຫໍພະແກ້ວ​ຕື່ມ ແລະ ຜູ້​ທີ່​ຈະ​ບໍ​ລິຈາກສາມາດ​ພົວພັນ​ນຳ​ກອງ​ບໍ​ລິຈາກ​ໄດ້.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...