Homeຂ່າວການພັດທະນາລັດຖະບານຈະຂະຫຍາຍລະບົບນ້ຳປະປາຢູ່ ນ.ວ ໃຫ້ນຳໃຊ້ທົ່ວເຖິງ 95% ພາຍໃນປີ 2020!

ລັດຖະບານຈະຂະຫຍາຍລະບົບນ້ຳປະປາຢູ່ ນ.ວ ໃຫ້ນຳໃຊ້ທົ່ວເຖິງ 95% ພາຍໃນປີ 2020!

Published on

2905ad5a146f20e1eb0da724f753c950

ເພື່ອ​ເຮັດ​ໃຫ້ການ​ສະໜອງນ້ຳ​ປະປາໃນ​ອະນາຄົດ ​ໃຫ້​ພຽງພໍ​ກັບ​ຄວາມ​ຕ້ອງການ ໂດຍຕອບ​ສະໜອງນ້ຳ​ກິນ ນ້ຳ​ໃຊ້ຂອງ​ປະຊາກອນ ໃນ​ນະຄອນຫຼວງ​ວຽງ​ຈັນ ໃຫ້​ໄດ້ 95% ໃນ​ປີ 2020 ແລະ ເພື່ອ​ຕອບ​ສະໜອງໄດ້​ກັບ​ການ​ຂະຫຍາຍຕົວ​ຂອງ​ປະຊາ​ກອນ ລວມ​ທັງຫຼາຍ​ເຂດ​ເສດຖະ​ກິດຂອງ​ນະຄອນຫຼວງ​ວຽງຈັນ ທີ່​ກຳລັງ​ຂະຫຍາຍຕົວ​ໃນ​ປັດຈຸ​ບັນ.

ອີງໃສ່​ການ​ເກັບ​ກຳ​ຂໍ້​ມູນຂອງ​ຄະນະ​ປະ​ເມີນ​ຜົນ​ຂອງ​ອົງການ​ໄຈ​ກາ ໃນ​ໄລຍະ​ຜ່ານ​ມາ ສຶກ​ສາ ແລະ ສຳ​ຫຼວດຄວາມເປັນ​ໄປ​ໄດ້​ເບື້ອງ​ຕົ້ນ ແຕ່​ວັນ​ທີ 20/8/2014 ສຳເລັດ​ການ​ປະເມີນ​ຄວາມ​ເປັນ​ໄປ​ໄດ້​ຂອງ​ໂຄງການ​ດັ່ງກ່າວ ເມື່ອ​ບໍ່​ດົນ​ຜ່ານ​ມານີ້ ຢູ່​ທີ່​ກົມ​ເຄຫາ​ຜັງເມືອງ ກະຊວງ​ໂຍທາ​ທິ​ການ ແລະ ຂົນສົ່ງ ໄດ້​ມີ​ເຊັນ​ສັນຍາ​ບົດ​ບັນທຶກ ປຶກສາ​ຫາລື​ໂຄງການ​ຂັ້ນ​ສຸດ​ທ້າຍ ສຳລັບ​ໂຄງການ​ຂະຫຍາຍ​ລະບົບນ້ຳ​ປະປາ ນະຄອນຫຼວງ​ວຽງ​ຈັນ ໂດຍ​ມີ​ທ່ານ ຄຳ​ທະວີ ໄທ​ພະຈັນ ຫົວໜ້າ​ກົມ​ເຄຫາ​ຜັງເມືອງ ກະຊວງ​ໂຍທາ​ທິ​ການ ແລະ ຂົນສົ່ງ Mr. Yusuke MURAYAMA ຜູ້ຕາງໜ້າ​ອົງການ​ໄຈ​ກາ ປະຈຳ ສປປ ລາວ ທ່ານ ຄຳ​ເຜີຍ ວົງສາຄຳ​ຜຸຍ ອຳນວຍ​ການ​ລັດ​ວິ​ສາ​ຫະກິດ​ນ້ຳ​ປະປາ​ນະຄອນຫຼວງ ມີຮອງ​ຫົວໜ້າ​ພະ​ແນກ ຍທຂ ນະຄອນ​ຫຼວງ ບັນດາ​ພາກສ່ວນ​ທີ່ກ່ຽວຂ້ອງ​ຈາກ​ກະຊວງ ພະນັກງານ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

ການ​ອອກ​ແບບ​ເບື້ອງ​ຕົ້ນຂອງ​ໂຄງການ​ ປະກອບ​ມີຢູ່​ທີ່​ນ້ຳປະປາ​ຈີ່ນາຍ​ໂມ້ ໜ້າ​ວຽກ​ທີ 1 ຈະ​ສ້າງ​ສະຖານີ​ດູດ​ນ້ຳ​ດິບ​ໃໝ່ ຕິດ​ຕັ້ງ​ໂປ້ມ​ສູບ​ນ້ຳ ຂະໜາດ 120.000 ມ3/ມື້ ຂະຫຍາຍ​ກຳລັງ​ການ​ຜະລິດ 10.000 ແມັດກ້ອນ/ວັນ ສ້າງ​ອາຄານ​ຫ້ອງການ ສ້າງ​ຫ້ອງການ​ເຄ​ມີ​ຫຼັງ​ໃໝ່ ສ້າງ​ອ່າງ​ນ້ຳ​ໃຕ້​ດິນ​ໃໝ່ ລວມທັງ​ປັບປຸງ​ລະບົບ​ໂຮງງານ​ຜະລິດ​ນ້ຳ​ເກົ່າ ຕິດ​ຕັ້ງ​ສະຖານີ​ຈ່າຍໄຟຟ້າ​ຍ່ອຍ ໜ້າ​ວຽກ​ທີ 2 ມີຕິດຕັ້ງ​ໂປ້ມ​ສູບ​ນ້ຳ​ຕື່ມ​ອີກ​ຂະໜາດ 40.000 ແມັດ​ກ້ອນ/ມື້ ທີ່​ສູນຈ່າຍ​ນ້ຳ​ສາລາ​ຄຳ ກໍ່ສ້າງ​ລະບົບອ່າງເກັບນ້ຳ​ໃຕ້​ດິນ ແລະ ອ່າງນ້ຳ​ສູງ ກໍ່ສ້າງ​ລະບົບ​ສູບ​ສົ່ງ​ໃໝ່ ຕິດ​ຕັ້ງ​ໂປ້ມ​ສູບ​ນ້ຳ​ແຮງ​ສູງ ປັບປຸງ​ລະບົບ​ທໍ່​ສົ່ງ ແລະ ປ່ຽນ​ຖ່າຍທໍ່​ແຈກ​ຢາຍ​ໃນ​ບາງ​ເຂດ ຄາດ​ຄະເນ​ການ​ນຳ​ໃຊ້​ທຶນທັງ​ໝົດ 11.800 ຕື້​ເຢັນ ຫຼື ປະມານ 95.757 ລ້ານ​ໂດ​ລາ​ສະຫະລັດ ແລະ ຄາດ​ຄະເນ​ການ​ດຳເນີນງານ ໄລຍະ​ທີ 1 ສັນຍາ​ເງິນ​ກູ້ 2/2016 ຄັດ​ເລືອກ​ທີ່​ປຶກສາ 11/2015 ຄັດ​ເລືອກ​ຜູ້​ຮັບ​ເໝົາ 8/2017 ແຜນການ​ກໍ່ສ້າງ 11/2018-4/2021 ແລະ ການດຳເນີນ​ງານ​ໄລຍະ​ທີ 2 ແຕ່​ປີ 2023-2025.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...