Homeຂ່າວເຫດການກອງປະຊຸມໃຫຍ່ ຜູ້ແທນສະຫະພັນກຳມະບານລາວທົ່ວປະເທດ ຄັ້ງທີ VII ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ ຜູ້ແທນສະຫະພັນກຳມະບານລາວທົ່ວປະເທດ ຄັ້ງທີ VII ໄຂຂຶ້ນຢ່າງເປັນທາງການ

Published on

trade-Union

ຂປລ. ​ກອງ​ປະຊຸມ​ໃຫຍ່ ຜູ້​ແທນ​ສະຫະພັນ ​ກຳມະບານ​ລາວ ທົ່ວ​ປະ​ເທດ ຄັ້ງ​ທີ VII ​ ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ທີ 14 ຕຸລາ 2015 ນີ້, ຢູ່ ນະຄອນ ຫລວງ​ວຽງ​ຈັນ ​ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ ທ່ານ ບຸນ​ຍັງ ວໍລະ​ຈິດ ຮອງ​ປະທານ​ປະ​ເທດ ​ແຫ່ງ ສປປ ລາວ, ບັນດາ​ການ​ນຳ ​ພັກ​-ລັດ ​ແລະ ຕາງໜ້າ​ຈາກສະມາຊິກ​ ກຳມະບານ​ລາວ​ ໃນ​ທົ່ວ​ປະ​ເທດ ​ເຂົ້າ​ຮ່ວມ.

ທ່ານ ປ້ານ​ ນ້ອຍມະນີ ປະທານສູນ​ກາງ​ສະຫະພັນ​ກຳມະບານ​ລາວ ​ໄດ້​ຂຶ້ນ​ຜ່ານ​ບົດ​ລາຍ​ງານ​ການ​ເມືອງ ​ໂດຍ​ຍົກ​ໃຫ້​ເຫັນ ​ໃນ​ບາງ​ຕອນວ່າ: ​ໄລຍະ 5 ປີ ຜ່ານ​ມາ ສະຫະພັນ​ ກຳມະບາ​ນລາວ​ ໄດ້​ຮັບ​ການ​ພັດທະນາ​ ໃຫ້​ເຕີບ​ໃຫຍ່​ເຂັ້ມ​ແຂງ ​ເປັນ​ກ້າວໆ​ມາ, ບົດ​ບາ​ດຂອງ​ສະຫະພັນກຳມະບານ​ລາວ ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ເລື້ອຍໆ, ​ໄດ້​ເປັນ​ໃຈກາງ​ເຕົ້າ​ໂຮມ ​ຄວາມ​ສາມັກຄີ, ສຶກສາ​ອົບຮົມ ​ແລະ ປົກ​ປ້ອງ​ສິດຜົນ​ປະ​ໂຫຍ​ດ ອັນ​ຊອບ​ທຳ​ຂອງ​ຊົນ​ຊັ້ນ​ກຳມະກອນ-ຊາວ​ຜູ້​ອອກ​ແຮງ​ງານລາວ​ບັນດາ​ເຜົ່າ, ​ເຄື່ອນ​ໄຫວ​ຖືກຕ້ອງ​ຕາມ​ສິດ​ຂອບ​ເຂດ​ ຄວາມ​ຮັບຜິດຊອບ​ຂອງ​ຕົນ, ຍົກ​ສູງ​ບົດ​ບາດ ​ແລະ ​ຄວາມ​ເຊື່ອ​ໝັ້ນ​ ຂອງ​ຖັນ​ແຖວ​ພະນັກງານ, ລັດຖະກອນ, ສະມາຊິກ​ກຳມະບານ, ກຳມະກອນ-ຊາວ​ຜູ້​ອອກ​ແຮງ​ງານ ​ໃນ​ທຸກ​ຂົງ​ເຂດ​ວຽກງານ, ການຈັດ​ຕັ້ງ​ກຳມະບານ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ ຕາມ​ບັນ​ດາ​ຫົວໜ່ວຍ​ແຮງ​ງານ​ ນັບ​ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ ​ແລະ ຜົນ​ປະ​ໂຫຍ​ດຂອງ ​ກຳມະກອນ-ຊາວ​ຜູ້​ອອກ​ແຮງ​ງານ ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຄ້ຳ​ປະກັນ​ດີຂຶ້ນ.

​ຈາກ​ນັ້ນ ​ກອງ​ປະຊຸມ ​ຍັງ​ໄດ້​ພ້ອມ​ກັນ​ ສັງ​ເກດ​ຕີ​ລາຄາ ​ແລະ ຮັບຮອງ​ເອົາ​ບົດລາຍ​ງານ​ການ​ເມືອງ ການຈັດ​ຕັ້ງ​ປະຕິບັດ ມະຕິ​ກອງ​ປະຊຸມ​ໃຫຍ່​ ຜູ້​ແທນ​ສະຫະພັນ​ ກຳມະບານ​ລາວ ທົ່ວ​ປະ​ເທດ ຄັ້ງ​ທີ VI ​ໃນ​ຕະຫລອດ​ໄລຍະ 5 ປີ ຜ່ານ​ມາ ​ແລະ ວາງທິດ​ທາງ​ແຜນການ​ໃນ 5 ປີ ​ໃນຕໍ່ໜ້າ (2016-2020), ຮັບຮອງ​ເອົາ​ກົດ​ລະບຽບ ​ຂອງ​ສະຫະພັນ​ກຳມະບານ​ລາວ​ ສະບັບ​ປັບປຸງ​ໃໝ່, ຮັບຮອງ​ເອົາ​ບົດ​ສຳ​ຫລວດ ​ຂອງ​ຄະນະ​ບໍລິຫານ​ງານ​ ສູນ​ກາງ​ສະຫະພັນ​ກຳມະບານ​ລາວ ​ຊຸດ​ທີ VI, ຮັບຮອງ​ເອົາ​​ແຜນ​ຍຸດ​ທະ​ສາ​ດ ພັດທະນາ​ກຳມະບານ​ລາວ ​ແຕ່​ປີ 2016-2020 ​ແລະ ​ແຕ່​ປີ 2020-2025, ວິ​ໄສ​ທັດ​ໃນ​ກາ​ນພັດທະນາ​ ກຳມະບານ​ລາວ ​ເຖິງ​ປີ 2030 ​ແລະ ຮັບຮອງ​ເອົາ​ຮ່າ​ງຂໍ້​ແຂ່ງຂັນ 2 ດີ 5 ​ເປັນ​​ເຈົ້າ. ນອກ​ຈາກນັ້ນ​ ຍັງ​ໄດ້​ດຳ​ເນີນ​ ການ​ເລືອກ​ຕັ້ງ​ເອົາ​ຄະນະ​ບໍລິຫານ​ງານ​ ສູນ​ກາງ​ສະຫະພັນ ​ກຳມະບານ​ລາວ​ ຊຸດ​ໃໝ່​.​​

ໃນໂອກາດ ​ດຽວ​ກັນ​ນີ້, ທ່ານ ບຸນ​ຍັງ ວໍລະ​ຈິດ ​ໄດ້​​ໃຫ້ທິດ​ເຍືອງ​ທາງ ​ໃຫ້​ບັນດາ ພະນັງານ-ລັດຖະກອນ ກໍ​ຄື ສະຫະພັນ ​ກຳມະບານ​ລາວ ​ເອົາ​ໃຈ​ໃສ່​ສື​ບຕໍ່​ຈັດ​ຕັ້ງ​ ປະຕິບັດໜ້າ​ທີວຽກ​ງານ​ ວິຊາ​ສະ​ເພາະ​ຂອງ​ຕົນ ​ໃຫ້​ໄດ້​ຮັບ​ໝາກຜົນ ​ແລະ ​ໄດ້​ຮັບ​ການພັດທະນາ​ ຂຶ້ນ​ຢ່າງ​ຕໍ່​ເນື່ອງ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ມຽນມາ ປະຈຳລາວ ເຂົ້າຢ້ຽມຂ່ຳນັບ

ໃນຕອນເຊົ້າວັນທີ 07 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ອ່ອງ ໂກ (Aung...

ສສຊ ສະເໜີໃຫ້ລັດຖະບານ ພັດທະນາບໍ່ແຮ່ ເນັ້ນໃຫ້ລັດ ແລະ ປະຊາຊົນ ໄດ້ຮັບຜົນປະໂຫຍດສູງສຸດ

ວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ຕຸລາ 2026 ນີ້, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ...

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ ຂອງແຜນພັດທະນາ ເສດ ຖະກິດ-ສັງຄົມແຫ່ງຊາດ...