spot_img
Homeຄວາມງາມການລອກໜ້າ ເພື່ອຜິວຂາວໃສຂາດທຸກບັນຫາຜິວ

ການລອກໜ້າ ເພື່ອຜິວຂາວໃສຂາດທຸກບັນຫາຜິວ

Published on

350
ເມື່ອໃດທີ່ຮູ້ສຶກວ່າໜ້າເລີ່ມໝອງຄ້ຳ ສີຜິວບໍ່ສະໝ່ຳສະເໝີ ຫລືຜິວໜ້າມີຮອຍຕ່າງໆຫລາຍຈົນເລີ່ມຈະທໍ້ໃຈ ເພາະບໍ່ວ່າຈະບຳລຸງເທົ່າໃດຜິວກໍບໍ່ເຊົາທັນໃຈ ແຕ່ບໍ່ຕ້ອງກັງວົນໄປ ເພາະດ໋ຽວນີ້ເທັກໂນໂລຍີຄວາມງາມຄວາມງາມລຸດໜ້າໄປໄກແລ້ວ ຫາກກຳລັງປະສົບບັນຫາເຫລົ່ານີ້ຢູ່ລອງເລືອກວິທີການລອກໜ້າ ໜ້າຈະດີກັບທ່ານທີ່ສຸດເລີຍ ເອົາເປັນວ່າ ໃຜທີ່ຍັງບໍ່ຮູ້ຈັກການລອກໜ້າດີບໍ່ ມື້ນີ້ລາວໂພສໄດ້ນຳຂໍ້ມູນກ່ຽວກັບການລອກໜ້າແລະວິທີເບິ່ງແຍງຫລັງເຮັດມາຝາກກັນ
1. ປະໂຫຍດຂອງການລອກໜ້າ ການລອກໜ້າຊ່ວຍລຸດຮອງຮອຍຮອບດວງຕາ,ປາກແລະຮອງຮອຍອື່ນໆທີ່ເກີດຈາກແສງແດດ ລວມທັງບັນຫາຝ້າ,ເມັນ,ຮອຍບາດ ຮອຍແຜເປັນຈາກສິວ ແລະທີ່ສຳຄັນຍັງຊ່ວຍປິ່ນປົວມະເຮັງຜິວໜ້າໃນໄລຍະເລີ່ມຕົ້ນບໍ່ໃຫ້ເຕີບໂຕຂະຫຍາຍໄປອອກໄປໄດ້ດ້ວຍການລອກໜ້າແບບລ້ຳເລິກສາວໆຄົນໃດທີ່ຢ້ານເຖົ້າແລະຢ້ານໜ້າບໍ່ຂາວໃສ ເຊື່ອວ່າຕ້ອງສົນວິທີການລອກໜ້າ
2. ວິທີການເຮັດວຽກງານຂອງການລອກໜ້າ ການລອກໜ້າ ຈະໃຊ້ສານລະລາຍທີ່ເປັນກົດໃນການລອກເຊວຜິວໜັງຊັ້ນນອກອອກ ເພື່ອເຜີຍຜິວໃໝ່ທີ່ກະຈ່າງໃສດ້ານລຸມຂຶ້ນມາແທນທີ່ ຊຶ່ງການລອກໜ້າດ້ວຍກົດເຫລົ່ານີ້ອາດຈະເຮັດໃຫ້ເກີດອາການແສບແລະຜິວແດງ ເນື່ອງຈາກສານພວກນີ້ຈະເຂົ້າໄປເຮັດຫນ້າທີ່ລອກຜິວດ້ານນອກອອກ ໂດຍການລອກຜິວແບບອ່ອນໂຍນຈະເຮັດໃຫ້ຮູ້ສຶກຄືຖືກແດດເຜົາແຕ່ການລອກໜ້າແບບລ້ຳເລິກຈະເປັນແຜແລະຕ້ອງໃຊ້ຜ້າພັນແຜປິດໄວ້ກ່ອນ ນອກຈາກນີ້ຍັງເຮັດໃຫ້ຜິວໄວຕໍ່ແສງຫລາຍຂຶ້ນດ້ວຍ
3. ຄວາມແຕກຕ່າງລະຫວ່າງກ່ອນ-ຫລັງເຮັດ ຜິວບ່ອນລອກໜ້າມາຈະແຕກຕ່າງຈາກຜິວເກົ່າກ່ອນເຮັດຢ່າງຫລາຍ ເພາະຍັງຄົງອ່ອນແອຢູ່ ຍິ່ງເມື່ອເວລາຈະລອງໃຊ້ຜະລິດຕະພັນລົງເທິງໃບໜ້າ ກໍຕ້ອງລະວັງໃຫ້ດີ ບໍ່ຄວນຈະລົງຜະລິດຕະພັນລົງໄປໃຫ້ທົ່ວໜ້າທີດຽວໃນເທື່ອທຳອິດ ແຕ່ຄວນທາບາງຈຸດເປັນວົງນ້ອຍໆ ເພື່ອທົດລອງເບິ່ງກ່ອນວ່າຈະເກີດອາການລະຄາຍເຄືອງຫລືບໍ່ນອກຈາກນີ້ ການລອກໜ້າຍັງຊ່ວຍເຮັດໃຫ້ຜິວໜ້າຂາວຂຶ້ນກວ່າເກົ່າ ແຕ່ຫາກຈະເຮັດຫຍັງກັບໃບໜ້າຫລືຈະໃຊ້ຫຍັງໃນການບຳລຸງກໍຄວນຈະປຶກສາແພດແລະຮອບຄອບກວ່າເກົ່າໃຫ້ຫລາຍຂຶ້ນ
4. ວິທີດູແລຮັກສາຕົວເອງຫລັງເຮັດ ຫລັງຈາກກໍ່ການລອກໜ້າສຳເລັດຮຽບຮ້ອຍແລ້ວ ຕ້ອງຍອມຮັບວ່າຜິວຂອງທ່ານຈະບອບບາງລົງກວ່າເກົ່າແລະໄວຕໍ່ແສງຫລາຍຂຶ້ນ ສະນັ້ນກ່ອນອອກຈາກເຮືອນຫລືນັ່ງໜ້າຈໍຄອມພິວເຕີດົນໆຄວນທາຄີມກັນແດດປົກປ້ອງຜິວຈາກລັງສີຍູວີເສຍກ່ອນ ອີກທັງຍັງຕ້ອງບຳລຸງໃຫ້ຜິວແຂງແຮງຂຶ້ນເລື່ອຍໆດ້ວຍການທາມອຍສ໌ເຈີໄລເຊີຢ່າງສະມ່ຳສະເໝີ ສ່ວນສະກິນແຄ໌ແລະຜະລິດຕະພັນລ້າງໜ້າຕ່າງໆຄວນເລືອກແບບທີ່ອ່ອນໂຍນຫລາຍທີ່ສຸດຈະຊ່ວຍໃຫ້ຜິວຂອງທ່ານງາມໃສແລະຜົນລັບຈະຄຸ້ມຄ່າກັບເງີນທີ່ເສຍໄປ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...