Homeຂ່າວຕ່າງປະເທດໝອກຄວັນໄຟປ່າປົກຄຸມສິງກະໂປ ມີລະດັບມົນລະພິດອັນຕະລາຍຕໍ່ສຸຂະພາບ!

ໝອກຄວັນໄຟປ່າປົກຄຸມສິງກະໂປ ມີລະດັບມົນລະພິດອັນຕະລາຍຕໍ່ສຸຂະພາບ!

Published on

EyWwB5WU57MYnKOuXocwCcOrx6RVZ2wEPzBeQweGWjXvX2AraEKHsw

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 13 ຕຸລາຜ່ານມານີ້ວ່າ ຈາກເຫດການໄຟປ່າໄໝ້ລາມຢູ່ເກາະສຸມາດຕຣາ ປະເທດອິນໂດເນເຊຍ ໄດ້ສົ່ງຜົນເຮັດໃຫ້ຄວັນໄຟແຜ່ປົກຄຸມປະເທດສິງກະໂປ ຊຶ່ງຫລ້າສຸດສາມາດວັດແທກຄ່າດັດຊະນີມາດຕະຖານມົນລະພິດ ຫລື PSI ໃນຮອບ 24 ຊົ່ວໂມງຜ່ານມາ ແມ່ນຢູ່ໃນລະດັບ 114-136 ແລະ ບາງໄລຍະສາມາດແທກໄດ້ເຖິງ 145 ຊຶ່ງຖືວ່າເປັນລະດັບທີ່ອັນຕະລາຍຕໍ່ສຸຂະພາບ.

ທັງນີ້ ກອງກຳລັງຈາກຫລາຍປະເທດ ກຳລັງລະດົມພົນເຂົ້າຊ່ວຍເຫລືອອິນໂດເນເຊຍ ໃນການດັບໄຟປ່າທີ່ເກາະສຸມາດຕຣາຢ່າງເຕັມທີ່ ຊຶ່ງທາງການຂອງອິນໂດເນເຊຍໄດ້ອອກມາລະບຸວ່າ ອາດໃຊ້ເວລາບໍ່ຕ່ຳກ່ວາ 10 ມື້ ຈຶ່ງຈະສາມາດມອດໄຟທັງໝົດໄວ້ໄດ້.

 

ບົດຄວາມຫຼ້າສຸດ

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...

ເມືອງຄູ່ແຝດ! ຂົວມິດຕະພາບລາວ-ໄທ ຕິດອັນດັບຂົວທີ່ງາມທີ່ສຸດໃນໂລກ

ອີງຕາມຂໍ້ມູນຈາກ Insider Monkey ເຊິ່ງປະເທດໄທຕິດຢູ່ໃນ ອັນດັບທີ 4 ແລະ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 (ຄໍາມ່ວນ - ນະຄອນພະນົມ)...

ລັດຖະບານ ຍີ່ປຸ່ນ ມອບພາຫະນະ, ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ ໃຫ້ ກະຊວງ ຍທຂ

ໃນວັນທີ 9 ພະຈິກ 2026 ທີ່ລັດວິສາຫະກິດ ກໍ່ສ້າງທາງເລກ 8 ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບ ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ...