Homeຂ່າວເຫດການຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຝຣັງໂກໂຟນີ ຄັ້ງທີ 31 ຢູ່ອາກເມນີ

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຝຣັງໂກໂຟນີ ຄັ້ງທີ 31 ຢູ່ອາກເມນີ

Published on

phongsavad

ຂປລ. ຄະນະຜູ້ແທນລາວ ນຳໂດຍ ທ່ານ ພົງສະຫວັດ ບຸບຜາ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການ ປະທານປະເທດ, ຮັບຜິດຊອບວຽກງານ ຝຣັງໂກໂຟນີ, ໄດ້ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຝຣັງໂກໂຟນີ ຄັ້ງທີ 31 ຈັດຂຶ້ນຢູ່ ນະຄອນຫລວງ ເອເຣວັນ, ປະເທດອາກເມນີ, ໃນວັນທີ 10-11 ຕຸລາ 2015. ເຂົ້າຮ່ວມກອງປະຊຸມດັ່ງກ່າວ ໄດ້ມີຄະນະຜູ້ແທນຈາກ 57 ປະເທດສະມາຊິກ ແລະ ສະມາຊິກສັງເກດການ 23 ປະເທດ. ກອງປະຊຸມໃນຄັ້ງນີ້ ໄດ້ດໍາເນີນ ໄປພາຍໃຕ້ຫົວຂໍ້: “ສັນຕິພາບ, ຄວາມສາມັກຄີປອງດອງ, ການພົບປະຫາລື ສ້າງຄວາມເຂົ້າອົກເຂົ້າໃຈ ຊຶ່ງກັນ ແລະ ກັນ” ແລະ “ສິ່ງທ້າທາຍຈາກການ ປ່ຽນແປງດິນຟ້າອາກາດ”.

ໃນກອງປະຊຸມ, ບັນດາຜູ້ເຂົ້າຮ່ວມ ໄດ້ມີການພິຈາລະນາ ບັນຫາສໍາຄັນຕ່າງໆເຊັ່ນ: ການແກ້ໄຂວິກິດການທາງການເມືອງ ຢູ່ບາງປະເທດສະມາຊິກ, ບັນດາໂຄງການຮ່ວມມື ແລະ ວຽກງານບໍລິຫານຢູ່ພາຍໃນອົງການ. ນອກຈາກນີ້, ໃນກອງປະຊຸມ ຍັງໄດ້ມີ ການຄົ້ນຄວ້າ ພິຈາລະນາບັນຫາທີ່ພວມເຄັ່ງຮ້ອນ ໃນປັດຈຸບັນ ເຊັ່ນ: ການເຄື່ອນໄຫວຂອງກຸ່ມກໍ່ການຮ້າຍ, ຂະບວນການຫລັ່ງໄຫລເຂົ້າເມືອງຂອງຊາວອົບພະຍົບ ແລະ ການປ່ຽນແປງຂອງດິນຟ້າອາກາດ. ເນື່ອງຈາກວ່າ ປະເທດເຈົ້າພາບອາກເມນີ ໄດ້ຈັດ ກອງປະຊຸມຂຶ້ນ ກົງກັບວາລະທີ່ມີການ ຄົບຮອບ 100 ປີ ຂອງການຂ້າລ້າງເຜົ່າພັນຊາວອາກເມນີ ໃນໄລຍະສົງຄາມໂລກ ຄັ້ງທີ 1. ດັ່ງນັ້ນ, ເຈົ້າພາບຈຶ່ງໄດ້ມີການ ລະນຶກເຖິງເຫດການດັ່ງກ່າວ ເປັນພິເສດ ເພື່ອໃຫ້ບັນດາປະເທດສະມາຊິກ ອົງການ ຝຣັງໂກໂຟນີ ຮັບຮູ້ເຫດການປະຫວັດສາດດັ່ງກ່າວ ແລະ ເຕື່ອນສະຕິບໍ່ໃຫ້ມີເຫດການ ດັ່ງກ່າວອີກໃນອະນາຄົດ. ນອກຈາກນັ້ນ, ກອງປະຊຸມດັ່ງກ່າວ ໄດ້ຮັບຟັງການລາຍງານ ສະພາບການກະກຽມໃຫ້ແກ່ ກອງປະຊຸມສຸດຍອດ ຄັ້ງທີ 16 ຂອງອົງການຝຣັງໂກໂຟນີ ​ເຊິ່ງຈະໄດ້ ຈັດຂຶ້ນ ຢູ່ປະເທດ ມາດາກັດສະກາ ໃນວັນທີ 19-20 ພະຈິກ ປີ 2016.

ໃນໂອກາດເຂົ້າຮ່ວມ ກອງປະຊຸມດັ່ງກ່າວນີ້, ທ່ານ ພົງສະຫວັດ ບຸບຜາ ໄດ້ປະກອບຄໍາເຫັນ ໂດຍໄດ້ຕີລາຄາສະພາບການສາກົນທີ່ກ່ຽວຂ້ອງ ​ເຊິ່ງອົງການຝຣັງໂກໂຟນີ ຄວນເອົາໃຈໃສ່ ພ້ອມນັ້ນກໍເນັ້ນເຖິງ ສະພາບການປະຕິບັດໂຄງການ ຂອງອົງການ ຝຣັງໂກໂຟນີຢູ່ ສປປ ລາວ ເພື່ອຍາດເແຍ່ງເອົາການຮ່ວມມືຊ່ວຍເຫລືອ ໃຫ້ມີການຕໍ່ເນື່ອງ. ໃນໂອກາດນີ້, ຄະນະຜູ້ແທນລາວ ໄດ້ແຈ້ງ ແລະ ຂໍການສະໜັບສະໜູນຂອງ ບັນດາປະເທດສະມາຊິກອົງການຝຣັງໂກໂຟນີ ຕໍ່ການສະໝັກຂອງ ສປປ ລາວ ເຂົ້າໃນ ສະພາສິດທິມະນຸດ ຂອງອົງການສະຫະປະຊາຊາດ ສຳລັບໄລຍະ 2016-2018.

ກອງປະຊຸມລະດັບລັດຖະມົນຕີຝຣັງໂກໂຟນີ ຄັ້ງທີ 31 ໄດ້ອັດລົງດ້ວຍຜົນສໍາເລັດເປັນຢ່າງດີ, ໂດຍໄດ້ມີການຕົກລົງ  ຕັດສິນກ່ຽວກັບການແກ້ໄຂ ບັນຫາທາງການເມືອງ ຢູ່ໃນບາງປະເທດສະມາຊິກ ແລະ ສະພາບທາງດ້ານການເງິນ ແລະ ງົບປະມານ ສຳລັບ ການດຳເນີນງານຂອງອົງການ ໃນສົກປີ 2016 ​ເຊິ່ງມີມູນຄ່າ 76.976.000 ເອີໂຣ. ນອກຈາກນັ້ນ, ກອງປະຊຸມ ຍັງໄດ້ມີການຮັບຮອງເອົາຍັດຕິຕ່າງໆ ຄື: ກ່ຽວກັບການປ່ຽນແປງດິນຟ້າອາກາດ ເພື່ອກະກຽມ ໃຫ້ແກ່ກອງປະຊຸມຂອງສະຫະປະຊາຊາດ ໃນດ້ານນີ້, ​ເຊິ່ງຈະຈັດຂຶ້ນທີ່ນະຄອນຫລວງປາຣີ, ປະເທດຝຣັ່ງ, ໃນທ້າຍປີ 2015; ການ ປະກອບສ່ວນຂອງຊາວໝຸ່ມ ຢູ່ໃນການເຄື່ອນໄຫວ ຂອງອົງການຝຣັງໂກໂຟນີ; ຂະບວນເຄື່ອນຍ້າຍຂອງຊາວອົບພະຍົບ ​ເຊິ່ງເປັນບັນຫາ ທີ່ພວມເຄັ່ງຮ້ອນ ຢູ່ໃນທະວີບເອີຣົບ ໃນເວລານີ້; ຂະບວນວຽກງານສ້າງສັນຕິພາບ, ຄວາມສາມັກຄີປອງດອງ, ການພົບປະຫາລື ສ້າງຄວາມເຂົ້າອົກເຂົ້າໃຈ ​ເຊິ່ງກັນ ແລະ ກັນ; ການສະກັດກັ້ນ ການຂ້າລ້າງເຜົ່າພັນ. ກອງປະຊຸມຍັງໄດ້ ຊົມເຊີຍການສ້າງຕັ້ງ ສະຖາບັນຝຣັງໂກໂຟນີ ເພື່ອການສຶກສາ ແລະ ການຝຶກອົບຮົມຂຶ້ນຢູ່ທີ່ດາກາ ໃນວັນທີ 5 ຕຸລາ 2015 ແລະ ຍັງໄດ້ຊົມເຊີຍຜົນສໍາເລັດ ຂອງກອງປະຊຸມໂລກ ຄັ້ງທີ 2 ວ່າດ້ວຍພາສາຝຣັ່ງ ​ເຊິ່ງໄດ້ຈັດຂຶ້ນທີ່ເມືອງລີແອ, ປະເທດແບນຊິກ, ໃນວັນທີ 21-23 ກໍລະກົດ 2015.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...